ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 10 ຈະຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນິງ​ເຂດ​ກວາງ​ຊີ​ຈີນ​ໃນ​ເດືອນ​ກັນຍາ​ປີ​ນີ້ ​ໂດຍ​ມີ​ຟີ​ລິບ​ປິນ​ເປັນ​ປະ​ເທດ​ກຽດ​ຕິ​ຍົດ

(GMT+08:00) 2013-07-23 19:33:22     cri
ວັນ​ທີ 23 ກໍລະກົດ​ນີ້, ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ຈີນ, ທ່ານ​ນາງ​ກ່າວ​ຢ້ຽນ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຄ້າ​ຈີນ​ເຜີຍ​ໃຫ້​ຮູ້​ວ່າ, ຟີ​ລິບ​ປິນຈະ​ເປັນປະ​ເທດ​ກຽດຕິຍົດ​ຂອງ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 10 , ປະຈຸບັນ, ຟີ​ລິບ​ປິນ​ໄດ້​ສ້າງ​ຕັ້ງ​ໜ່ວຍ​ງານ​​ເພື່ດດຳ​ເນີນ​ກະກຽມ​ວຽກ​ງານ​ຕ່າງໆ. ​ກ່ຽວກັບ​ບັນຫາ​ທີ່ວ່າ​ບັນຫາ​ທະ​ເລ​ຈີນ​ໃຕ້​ຈະມີ​ຜົນ​ກະທົບແນວໃດ​ຕໍ່​ການ​ພົວພັນ​ດ້ານ​ການຄ້າ​ແລະ​ການ​ລົງທຶນລະຫວ່າງ​ຈີນ-ອາຊຽນ, ທ່ານ​ນາງ​ກ່າວ​ຢ້ຽນກ່າ​ວວ່າ, ຫວັງ​ວ່າ​ຝ່າຍ​ຕ່າງໆຈະ​ສ້າງ​ບັນຍາກາດ​ທີ່​ດີ​ໂດຍ​ປິ່ນອ້ອມ​ສະພາບລວມຂອງ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ.

ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 10 ຈະ​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນິງ​ເຂດ​ກວາງຊີ​ຈີນແຕ່​ວັນ​ທີ 3 ຫາ​ວັນ​ທີ 6 ​ກັນຍາ​ປີ​ນີ້. ປະຈຸ​ບັນ, ວຽກ​ງານ​ກະກຽມ​ຕ່າງໆ​ໄດ້​ດຳ​ເນີນ​ໄປ​ຢ່າງມີຄວາມຄືບໜ້າແລະ​ສະ​ດວກ, ​ວິ​ສາ​ຫະກິດ​ຂອງ​ປະ​ເທດ​ຕ່າງໆ​ໄດ້​ສະ​ເໜີ​ຊື່ເຂົ້າຮ່ວມຢ່າງ​ຫ້າວຫັນ, ແລະມີ​ຄະນະ​ຈັດ​ຊື້​ສະ​ເໜີ​ຊື່​ເຂົ້າ​ຮ່ວມຫຼາຍ​ກວ່າ​ທຸກຄັ້ງ​ທີ່​ຜ່ານ​ມາ. ນອກ​ນີ້, ອົດສຕຼາລີ​ຈະ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ​ເປັນ​ຄັ້ງ​ທຳ​ອິດ​ໃນ​ຖານະ​ເປັນ​ປະ​ເທດຜູ້​ສັງ​ເກດ​ການ.