ປະທານ​ປະ​ເທດ​ຈີ​ນຮຽກຮ້ອງ​​ໃຫ້​ອອກ​ແຮງ​ກູ້​ໄພ​ຢ່າງ​ສຸດ​ຄວາມ​ສາມາດ

(GMT+08:00) 2013-07-23 09:46:40     cri
ຕາມ​ຂ່າວສານ​ຊິນ​ຮວາ, ​ເວລາ7​ໂມງ45​ນາທີ​ຂອງ​ວັນ​ທີ22​ກໍລະກົດ​ນີ້​ຕາມ​ເວລາປັກ​ກິ່ງ, ຢູ່​ນະຄອນ​ຕິ້ງ​ຊີ່​ແຂວງ​ກ່ານ​ຊູ້​ຂອງ​ຈີນ​ໄດ້​ເກີດ​ໄພ​ແຜ່ນດິນ​ໄຫວ​ຂັ້ນ6,6ລິກ​ເຕີ. ​ສະຖິຕິ​ຫຼ້າ​ສຸດສະ​ແດງ​ໃຫ້​ເຫັນ​ວ່າ, ​ໄພ​ແຜ່ນດິນ​ໄຫວ​ຄັ້ງ​ນີ້​ໄດ້​ເຮັດ​ໃຫ້89​ຄົນ​ເສຍ​ຊີວິດ, 515ຄົນ​ໄດ້​ຮັບ​ບາດ​ເຈັບ. ປະຈຸ​ບັນ, ການ​ສຳ​ຫຼວດສະພາບ​ປະສົບ​ໄພ​ຍັງ​ພວມ​ດຳ​ເນີນ​ຕໍ່​ໄປ.

ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ​ປະທານ​ປະ​ເທດ, ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ ​ໄດ້​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່​ເລື່ອງ​ນີ້, ​ໂດຍ​ທ່ານ​ໄດ້ຮຽກຮ້ອງ​ໃຫ້​ແຂວງ​ກ່ານ​ຊູ້​ແລະ​ພາກສ່ວນ​ທີ່​ກ່ຽວຂ້ອງ ຈັດ​ວາງ​ກຳລັງ​ຝ່າຍ​ຕ່າງໆ, ອອກ​ແຮງ​ກູ້​ໄພ​ຢ່າງສຸດ​ຄວາມ​ສາມາດ, ປະຈຸ​ບັນ, ຕ້ອງ​ຖື​ການ​ກອບ​ກູ້​ປະຊາຊົນ​ເປັນ​ໜ້າ​ທີ່​ອັນ​ດັບ​ໜຶ່ງ, ພະຍາຍາມ​ສຸດ​ຂີດ​ເພື່ອ​ຫຼຸດ​ຈຳນວນ​ຜູ້​ເສຍ​ຊີວິດ​ແລະ​ຜູ້​ໄດ້​ຮັບ​ບາດ​ເຈັບ​ໃຫ້​ໜ້ອຍ​ລົງ. ​ຈັດ​ວາງ​ໃຫ້​ປະຊາຊົນ​ໄປ​ຢູ່​ບ່ອນ​ປອດໄພ​​ໂດຍ​ໄວ ​ແລະ​ຈັດ​ວາງປະຊາຊົນ​ຜູ້​ປະສົບ​ໄພ​ໃຫ້​ດີ, ​ເພີ່ມ​ທະວີ​ການ​ຕິດຕາມ​​ໄພ​ສັ່ນ​ສະ​ເທືອ​ນທີ່​ອາດ​ຈະ​ເກີດ​ຂຶ້ນຕາມ​ຫຼັງ, ​ໃຊ້​ມາດ​ຕະການ​ປ້ອງ​ກັນ​ບໍ່​ໃຫ້​ໄພພິບັດ​ອື່ນໆ​ເກີດ​ຂຶ້ນ​ອີກ, ຫຼຸດ​ຄວາມ​ເສຍ​ຫາຍ​ຍ້ອຍ​ໄພ​ແຜ່ນ​ດິນ​ໄຫວ​ໃຫ້ລົງຮອດ​ລະດັບ​ຕ່ຳ​ສຸດ.

ທ່ານ​ຫຼີ​ເຄີ້ຊຽງ ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ ນາຍົກລັດຖະມົນຕີຈີນກໍ​ໄດ້​ຮຽກຮ້ອງ​ໃຫ້​ພາກສ່ວນ​ທີ່​ກ່ຽວຂ້ອງ​ປະຕິບັດ​ຕາມ​ກົນ​ໄກ​ຮັບ​ມື​ຕໍ່​ໄພພິບັດ​ແບບ​ສຸກ​ເສີນ, ສົ່ງ​ໜ່ວຍ​ງານ​ແລະ​ຄະນະ​ວິຊາ​ການ​ໄປສູ່​ເຂດ​ປະສົບ​ໄພ, ​ເພື່ອ​ຊີ້​ນຳ​ການ​ກູ້​ໄພ​ແລະ​ຊ່ວຍ​ດຳ​ເນີນ​ວຽກ​ງານ​ກອບ​ກູ້​ທີ່​ກ່ຽວຂ້ອງ.

ພາຍຫຼັງ​ເກີດ​ໄພ​ແຜ່ນດິນ​ໄຫວ​ແລ້ວ, ​ແຂວງ​ກ່ານ​ຊູ້​ໄດ້​ສົ່ງ​ໜ່ວຍ​ງານ​ໄປ​ຮອດ​ເຂດ​ປະສົບ​​ໄພ, ​ແລະ​ສົ່ງ​ວັດຖຸ​ເຄື່ອງຂອງ​ຕ່າງໆ ​ເຊັ່ນ: ຕູບ​ຜ້າ​ເຕັ້ນ, ຜ້າ​ຫົ່ມ, ອາຫານ, ນ້ຳ​ດື່ມ ​ແລະ​ອື່ນ​ໆ​ໄປ​ເຂດ​ປະສົບ​ໄພຢ່າງ​ຮີບ​ດ່ວນ.