ປະທານາທິບໍດີ​ມຽນມາ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງ​ຮອງ​ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ

(GMT+08:00) 2013-07-24 11:03:54     cri

 

ວັນ​ທີ 23 ກໍລະກົດ​ນີ້,ຢູ່​ນະຄອນຫຼວງ​ເນ​ປີ​ດໍ​ຂອງ​ມຽນມາ, ທ່ານ​ເທັນ​ເຊັນ ປະທານາທິບໍດີ​ມຽນມາ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງ​ທ່ານ​ຟ້າ​ນສາງ​ລົງ ຮອງ​ປະທານ​ຄະນະ​ກຳມະການ​ການ​ທະຫາ​ນສູນ​ກາງ​ຈີນ​ທີ່​ເດີນທາງ​ໄປ​ຢ້ຽມຢາມ​ມຽນມາ.

ທ່ານ​ຟ້າ​ນສາງ​ລົງ​ໄດ້​ນຳ​ເອົາ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ທີ່​ສະໜິດສະໜົມ​ແລະ​ຄວາມ​ອວຍພອນ​ອັນ​ປະ​ເສີດ​ຂອງ​ທ່ານ​ສີ​ຈີ້​ນຜິ​ງ ປະທານ​ປະ​ເທດ​ຈີນ​ທີ່​ຝາກ​ໄປ​ຍັງ​ທ່ານ​ປະທານາທິບໍດີ​ເທັນ​​ເຊັນ. ທ່ານ​ເທັນ​ເຊັນ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​​ແລະ​ໄດ້ຂໍ​ຜ່ານ​ທ່ານຟ້າ​ນ​ສາງ​ລົງ​ຝາກ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຢ່າງ​ຈິງ​ໃຈ​ແລະ​ພອນ​ໄຊ​ອັນ​ປະ​ເສີດ​ຂອງ​ທ່ານໄປ​ຍັງ​ທ່ານ​ປະທານ​ສີ​ຈິ້ນຜິ​ງ​ເຊັ່ນ​ກັນ.


ທ່ານ​ເທັນ​ເຊັນ​ກ່າວ​ວ່າ, ທ່ານ​ຮອງ​ປະທານ​ຟ້າ​ນສາງ​ລົງພາຍຫຼັງ​ຂຶ້ນ​ດຳລົງ​ຕຳ​ແໜ່​ງ​ແລ້ວ​​ໄດ້​ເລືອກ​ເອົາ​ມຽນມາ​ເປັນ​ປະ​ເທດ​ທຳ​ອິດ​​ໃນ​ການ​ຢ້ຽມຢາມ​ຕ່າງປະ​ເທດ​ຂອງ​ທ່ານ, ຊຶ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ພົວພັນ​ແບບ​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ​ສອງ​ລັດ​ສອງ​ກອງທັບ​ມຽນມາ​ຈີນ. ມຽນມາ​ແລະ​ຈີນ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ແລະ​ການ​ຮ່ວມ​ມື​ກັນສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດພື້ນຖານ​ຂອງ​ປະຊາຊົນ​ສອງ​ຊາດ, ​ແລະ​ມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ແລະ​ສະຖຽນ​ລະ​ພາບ​ຂອງປະ​ເທດ​ຕົນ​ແລະ​ພາກ​ພື້ນ​ແຫ່ງ​ນີ້​.


ທ່ານ​ຟ້າ​ນສາງ​ລົງ​ກ່າວ​ວ່າ, ຈີນ​ແລະ​ມຽນມາ​​ເປັນ​ເພື່ອນ​ມິດ​ທີ່​ດີ, ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ແລະ​ຄູ່​ຮ່ວມ​ມື​ທີ່​ດີ​ຢ່າງ​ແທ້​ຈິງ. ຫຼາຍ​ປີ​ມາ​ນີ້, ການ​ນຳ​ຂັ້ນ​ສູງ​ຂອງສອງ​ຝ່າຍ​ຈີນ​ແລະ​ມຽນມາ​ໄດ້​​ແລກປ່ຽນ​ຢ້ຽມຢາມ​ເຊິ່ງກັນ​ແລະກັນ​​ເລື້ອຍ​ໆ, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ເປັນ​ຕົ້ນ​ແມ່ນ​ການ​ເມືອງ, ​ເສດຖະກິດ​ການ​ຄ້າ,ວັດທະນະ​ທຳ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​ສຳຄັນ. ຈີນ​ຍິນ​ດີ​ຮ່ວມ​ກັບ​ມຽນມາ​ຮ່ວມມື​ກັນ​ເພື່ອ​ຊຸກ​ຍູ້​ໃຫ້ການ​ພົວພັນ​ລະຫວ່າ​ງສອງປະ​ເທດ​ແລະ​ສອງ​ກອງທັບ​ໄດ້​ມີ​ການ​ພັດທະນາ​ຫຼາຍ​ຂຶ້ນ​ກວ່​າ​ເກົ່າ.

ມື້​ດຽວ​ກັນ, ທ່ານ​ຟ້າ​ນສາງ​ລົງ​ໄດ້​ພົບ​ປະ​ກັບທ່ານ​ສະ​ວີ​ມານ ປະທານ​ສະພາ​ປະຊາຊົນ​ຂອງ​ລັດຖະສະພາ​ມຽນມາ,ນອກຈາກ​ນັ້ນ,ທ່ານ​ຟ້າ​ນສາງ​ລົງ​ຍັງ​ໄດ້​ພົບ​ປະ​ເຈລະ​ຈາ​ກັບ​ທ່ານ​ພົນ​ເອກ​ພິ​ເສ​ມິນ​ອ໋ອງ​ໄລ ຜູ້​ບັນຊາ​ການ​ສູງ​ສຸດ​ກອງ​ປ້ອງ​ກັນ​ປະ​ເທດ​ມຽນມາ​, ​ໂດຍ​​ທັງ​ສອງ​ຝ່າຍໄດ້​ລົງ​ເລິກແລກປ່ຽນ​ຄວາມ​ເຫັນຢ່າງ​ກົງ​ໄປ​ກົງ​ມາ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ແລະ​ສອງ​ກອງທັບ.