ວິ​ສາ​ຫະກິດຂອງ​ສິງກະ​ໂປ​11%ຊຳລະ​ບັນຊີ​ຂ້າມ​ຊາຍ​​ແດນ​ດ້ວຍ​ເງິນ​ຢວນຈີນ

(GMT+08:00) 2013-07-24 11:10:43     cri
ທະນາຄານ​ອຸດສາຫະກຳ​ການ​ຄ້າ​ຈີນ​ສາຂາ​ສິງກະ​ໂປ​​ໄດ້​ຮັບ​ການ​ມອບ​ໝາຍ​ຈາກ​ທະນາຄານ​ປ​ະຊາ​ຊົນ​ຈີນ​ໃຫ້​ເປັນ​ທະນາຄານ​​ເຮັດ​ທຸລະ​ກິດຊຳລະ​ບັນຊີ​ດ້ວຍ​ເງິນ​ຢວນຂອງ​ສິງ​ກະ​ໂປ.ມາດ​ຕະການ​ນີ້​ບໍ່​ພຽງ​ແຕ່​ໄດ້​ຍົກ​ສູງ​ຖານະ​ຂອງ​ສິງກະ​ໂປ​ທີ່​ເປັນ​ສູນ​ຊຳລະ​ບັນຊີ​ດ້ວຍ​ເງິນ​ຢວນ​ໃນ​ພາກ​ພື້ນ​ຕົນ​ເທົ່າ​ນັ້ນ, ຍັງ​ໄດ້​ເຮັດ​ໃຫ້​ວິ​ສາ​ຫະກິດ​ຂອງ​ສິງກະ​ໂປ​ໄດ້​ຮັບ​ຜົນ​ປະ​ໂຫຍດນຳ​ອີກ. ຕາມ​ຜົນ​ການ​ສຳ​ຫຼວດຂອງທະນາຄານຮົງ​ກົງ​ຊຽງ​ໄຮ້​ຫຼືHSBC,ປະຈຸ​ບັນ, ​ໃນວິ​ສາ​ຫະກິດ​ຕ່າງໆ​ຢູ່ສິງກະ​ໂປ ​ມີ 11% ​ໄດ້​ໃຊ້​ການ​ບໍລິການ​ຈາກ​ທຸລະ​ກິດ​ຊຳລະ​ບັນຊີ​ຂ້າມ​ຊາຍ​ແດນດ້ວຍເງິນຢວນຈີນ.

ຜົນ​ການ​ສຳ​ຫຼວດຂອງທະນາຄານHSBCຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ, ປະຈຸ​ບັນ, ມີປະ​ເທດ​​ແລະ​ເຂດ​​ແຄວ້ນ​ນັບມື້​ນັບ​​ເພີ່ມ​ຂຶ້ນ​ເລີ່​ມນຳ​ໃຊ້​ທຸລະ​ກິດ​ຊຳລະ​ບັນຊີ​ຂ້າມ​ຊາຍ​ແດນ​ດ້ວຍ​ເງິນ​ຢວນ​ໂດຍ​ທົ່ວ​ໄປ. ວິ​ສາ​ຫະກິດ​ອັງກິດ​ມີ11%​ເລີ່​ມ​ໃຊ້​ເງິນ​ຢວນ​ເປັນ​ເງິນຕາ​ຊຳລະ​ບັນຊີ, ​ເຢຍລະ​ມັນ​ແລະ​ອາ​ເມ​ລິ​ກາ​ຕ່າງ​ກໍມີ 9%, ອິສຕຼາລີ​​ແມ່ນ7%.