ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ ການ​ຮ່ວມ​ມື​ໃນ​ຂົງ​ເຂດວຽກ​ງານ​ປ້ອງ​ກັນ​ປະ​ເທດ​ລະຫວ່າງ​ອິນ​ໂດ​ເນ​ເຊຍ​-ຈີນທີ່​ມີ​ທ່າ​ອ່ຽງທີ່​ດີ​ນັ້ນ ຄວນ​ໄດ້​ຮັບ​ການ​​ເສີມ​ຂະຫຍາຍ​ຕໍ່​ໄປ

(GMT+08:00) 2013-07-24 16:55:22     cri
ຕາມ​ຂ່າວCRI: ຕອນ​ຄ່ຳ​ວັນ​ທີ 23 ກໍລະ​ກົດ​ນີ້, ສະຖານທູດ​ຈີນ​ປະຈຳ​ອິນ​ໂດ​ເນ​ເຊຍ​ໄດ້​ຈັດ​ງານ​ລ້ຽງ​​​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ຄົບຮອບ 86 ປີ. ​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ໃນ​ງານ​ລ້ຽງຄັ້ງ​ນີ້,​​ທ່ານ​ສຈາ​ຟຼີ ສຈາມ​ໂຊດ​ດິນ  ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອິນ​ໂດ​ເນ​ເຊຍກ່າວວ່າ: ​ໃນ​ຊຸມ​ປີຜ່ານມານີ້, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ວຽກ​ງານ​ປ້ອງ​ກັນ​ປະ​ເທດ​ລະຫວ່າງ​ອິນ​ໂດ​ເນ​ເຊຍ-ຈີນ​ໄດ້​ມີ​ຄວາມ​ຄືບ​ໜ້າຫຼາຍ, ​ອິນ​ໂດ​ເນ​ເຊຍ​ຫວັງ​ວ່າ​ຈະ​ສາມາດ​ຮັກສາ​ທ່າ​ອ່ຽງການ​ພັດທະນາ​ທີ່​ດີ​ແບບ​ນີ້​ຢ່າງ​ຕໍ່​ເນື່ອງ. ຂໍ​ອວຍພອນ​ໃຫ້​ການ​ພົວພັນ​ລະຫວ່າງສອງ​ກອງທັບ​ອິນ​ໂດ​ເນ​ເຊຍ​​ແລະຈີນຈົ່ງ​ໄດ້​ຮັບ​ການ​​ເສີມຂະຫຍາຍ​ຢ່າງ​ໝັ້ນຄົງ​ຂະໜົ່ງ​ແກ່ນ, ​ແລະ​ມີ​ລັກສະນະປະດິດ​ສ້າງຫຼາຍກວ່າ​ເກົ່າ, ​ເພື່ອ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ເຂົ້າ​ໃນຂະ​ບວນ​ສັນຕິພາບ​ຂອງ​ໂລກ​ແລະ​ສະຖຽນ​ລະ​ພາບ​ຂອງພາກ​ພື້ນ.