ມຽນມາ​ປ່ອຍ​ຕົວ​ນັກ​ໂທດ​ການ​ເມືອງ 73 ຄົນ

(GMT+08:00) 2013-07-24 17:19:26     cri
ຕາມ​ຂ່າວ​ຈາກ​ໜັງສືພິມ​ລຽນ​ເຮີ​ຈາວ​ປ້າວ​ຂອງ​ສິງກະ​ໂປ​ລາຍ​ງານ​ວ່າ: ວັນ​ທີ 23 ກໍລະກົດ​ນີ້, ທ່ານ​ເທັນ​ເຊັນ, ປະທານາທິບໍດີ​ມຽນມາ​ໄດ້ລົງ​ນາມ​ໃນ​ຄຳ​ສັ່ງ​ອະ​ໄພ​ໂທດ​ໂດຍ​ໄດ້ປ່ອຍ​ຕົວ​ນັກ​ໂທດ​​ກາ​ນ​ເມືອງອີກ 73 ຄົນ. ປະຈຸ​ບັນ, ຍອດ​ຈຳນວນ​ນັກ​ໂທດ​ການ​​ເມືອງ​ທີ່​ຍັງ​ຖືກ​ກັກຂັງ​ນັ້ນໄດ້​ຫຼຸດລົງ​ເຫຼືອບໍ່​ຮອດ 100 ຄົນ​​ເປັນ​ຄັ້ງທຳ​ອິດ, ຄາດ​ວ່າ, ນັກ​​ໂທດ​​ການ​ເມືອງ​ທີ່ຍັງ​ເຫຼືອ​ນັ້ນ​ຈະ​ຖືກ​ປ່ອຍ​ຕົວ​ທັງ​ໝົດພາຍ​ໃນ​ປີ​ນີ້.

​​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ເນື່ອງ​​ໃນ​ໂອກາດ​ຢ້ຽມຢາມ​ອັງກິດ​ໃນ​ອາທິດ​ແລ້ວ​ນີ້, ທ່ານ​ເທັນ​ເຊັນ, ປະທານາທິບໍດີ​ມຽນມາ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ, ຈະ​ປ່ອຍ​ຕົວ​ນັກ​ໂທດ​​ການ​ເມືອງ​ທີ່ຍັງ​ກັກ​ຂັງ​ຢູ່​ນັ້ນ​ໃຫ້​ໝົດ​ໃນ​ປີ​ນີ້. ນັບ​ແຕ່ທ່ານ​ກຳ​ອຳນາດມຽນມາ​ເປັນ​ເວລາ 2 ປີ​​ເປັນ​ຕົ້ນ​ມາ, ​ທ່ານໄດ້​ດຳ​​​ເນີນ​ການ​ປະຕິ​ຮູບດ້ານການ​ເມືອງ​ແລະ​ເສດຖະກິດຢ່າງ​ເປັນ​ລະບົບ, ​ໄດ້​ປ່ອຍ​ຕົວ​ນັກ​ໂທດ​ ​ການ​ເມືອງຫຼາຍຮ້ອຍຄົນ​ແລ້ວ.