ນາຍົກລັດຖະມົນຕີ​ໄທ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງ​ຮອງ​ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ

(GMT+08:00) 2013-07-25 10:41:30     cri

ຕອນ​ບ່າຍ​ວັນ​ທີ 24 ກໍລະກົດ​ນີ້ ຢູ່​ທຳນຽບລັດຖະບານ​ໄທ, ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ ນາຍົກລັດຖະມົນຕີທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ໄທ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງ​ທ່ານ​ຟ້າ​ນສາງ​ລົງ ຮອງ​ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ​ທີ່​​ເດີນທາງ​ໄປ​ຢ້ຽມຢາມ​ໄທ.

ທ່ານ​ນາງ​ຍິ່ງ​ລັກ​ກ່າວ​ວ່າ, ​ໄທ​​ແລະ​ຈີນ​ແມ່ນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ໄມຕີ​ຈິດ​ມິດຕະພາບ​ອັນ​ສະໜິດສະໜົມ. ຫຼາຍ​ປີຜ່ານມາ​ນີ້, ສອງ​ປະ​ເທດ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ມິດຕະພາບ​ແລະ​ການ​ຮ່ວມ​ມື​ແບບ​ຍາດຕິ​ພີ່ນ້ອງ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ລັດ​ແລະ​ສອງ​ກອງທັບ​ໄດ້​​ແລກປ່ຽນ​ຢ້ຽມຢາມ​ຊຶ່ງ​ກັນ​ແລະ​ກັນ​​ເປັນ​ປະຈຳ, ການ​ແລກປ່ຽນ​ກັນ​ຢ່າງ​ມີ​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ​ສອງ​ຝ່າຍ​ໄດ້​ມີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ໄດ້​ຮັບ​ໝາກຜົນ​ອັນ​ອຸດົມສົມບູນ.

ທ່ານ​ຟ້າ​ນສາງ​ລົງ​ກ່າວ​ວ່າ, ຈີນ​ແລະ​ໄທມີ​ຄວາມ​ໃກ້​ຄຽງ​ກັນ​ດ້ານ​ພູມ​ສາດ,ວັດທະນະທຳ​ຄ້າຍໆ​ກັນ​ແລະ​ມີ​ສາຍ​ພົວພັນ​ແບບ​ອ້າຍ​ນ້ອງ​ກັນ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຈີນ​ໄທ​ສົມ​ເປັນ​ແບບຢ່າງ​ທີ່​ດີ​​ແຫ່ງ​ການ​ຮ່ວມ​ມື​ຢ່າງ​ມີ​ໄມຕີ​ຈິດ​ມິດຕະພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ. ​ໃນ​ຊຸມ​ປີ​ມໍ່ໆ​ມານີ້,ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຂະຫຍາຍຕົວ​ກ້າວ​ໄປ​ທາງ​ໜ້າ​ຢ່າງ​ໜັກ​ແໜ້ນ, ການ​​ແລກປ່ຽນ​ແລະ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ໄດ້​ກ້າວ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ຮ່ວມ​ມື​ລະຫວ່າງ​ສອງ​ກອງທັບ​ມີ​ຂົງເຂດ​ກວ້າງຂວາງ​ແລະ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ພົ້ນ​ເດັ່ນ. ຈີນ​ຍິນ​ດີ​ຮ່ວມ​ກັບ​ໄທ​ປັບປຸງ​ການ​ພົວພັນ​ມິດຕະພາບ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ລັດ​ແລະ​ສອງ​ກອງທັບ​ໃຫ້​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ,​ແລະ​ຊຸກ​ຍູ້​ໃຫ້​ພາກ​ພື້ນ​ແຫ່ງ​ນີ້​ມີຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ມີສະຖຽນ​ລະ​ພາບດີ.