ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີ​ນຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງຫົວໜ້າກົມ​ໃຫຍ່​ນະ​ໂຍບາຍ​​ກະຊວງ​ການ​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍ

(GMT+08:00) 2013-07-25 19:05:41     cri
ຕາມ​ຂ່າວ​ຈາກ​​ເວັບ​ໄຊ​ກະຊວງ​ການ​ຕ່າງປະ​ເທດ​ຈີນ: ວັນ​ທີ 23 ກໍລະກົດ​ນີ້, ຢູ່​ນະຄອນຫຼວງ​ປັກ​ກິ່ງ, ທ່ານ​ຫວາງ​ອີ້, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ທ່ານ​ປິ​ໂທ​ໂນ ​ເປີ​ໂນ​ໂມ, ຫົວໜ້າ​ກົມ​ໃຫຍ່​ນະ​ໂຍບາຍ​ກະຊວງ​ການ​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍ, ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງສອງ​ຝ່າຍ​ແລະ​ບັນ​ຫາ​ອື່ນໆ.

ທ່ານ​ຫວາງ​ອີ້​ກ່າວ​ວ່າ, ຈີນ​ກັບ​ອິນ​ໂດ​ເນ​ເຊຍ​​ແມ່ນ​ປະ​ເທດ​ທີ່​ສຳຄັນ​ໃນ​ພາກ​ພື້ນ​ອາຊີ​ປາຊີ​ຟິກ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ມີ​ຄວາມ​ໝາຍ​ທາງ​ຍຸດທະ​ສາດ​ທີ່​ສຳຄັນ. ປີ​ນີ້​ແມ່ນ​ປີ​ສ້າງການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຈີນ​ກັບ​ອາ​ຊຽນຄົບຮອບ 10 ປີ. ຈີນ​ກັບ​ອິນ​ໂດ​ເນ​ເຊຍ​ຄວນເກາະແຂນ​ກັນ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ຈີນ-ອາ​ຊຽນ​ໃຫ້​ຂະຫຍາຍ​ກ້າວ​ໄປ​ໜ້າ. ຈີນ​ຍິນ​ດີ​ຮ່ວມ​ກັບອາ​ຊຽນສ້າງ​ປະຊາ​ຄົມ​ຊາຕາ​ກຳ, ປະຊາ​ຄົມ​ຜົນ​ປະ​ໂຫຍ​ດ ​ແລະ​ປະຊາ​ຄົມ​ຄວາມ​ຮັບຜິດຊອບ​ກັບປະ​ເທດ​ອ້ອມ​ຂ້າງ, ຮ່ວມ​ກັນ​ທຳ​ຄວາມ​ພະຍາຍ​າມ​ເພື່ອ​ບັນລຸ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ສະຖຽນ​ລະ​ພາບ​ຂອງ​ປະ​ເທດ​ຕົນ​ແລະ​​ພາກ​ພື້ນ​ນີ້.

ທ່ານ​ປິ​ໂທ​ໂນ ເປີໂນ​ໂມ​ກ່າວ​ວ່າ, ອິນ​ໂດ​ເນ​ເຊຍ​ຍິນ​ດີ​ເພີ່ມ​ທະວີ​ການ​ແລກປ່ຽນ​ປະສານ​ງານ​ກັບ​ຈີນ​ໃນວຽກ​ງານ​ຂອງ​ພາກ​ພື້ນ​ກໍ່​ຄື​ຂອງ​ໂລກ, ຮ່ວມ​ກັນ​ຊຸກຍູ້​ການ​ພົວພັນ​ລະຫວ່າງສອງປະເທດ​ແລະ​ການ​ພົວພັນ​ລະຫວ່າງ​ອາ​ຊຽນ-ຈີນ​ໃຫ້ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

ມື້​ດຽວ​ກັນ, ທ່ານ​ເຢ້ຢູ້​ເສິງ, ຜູ້​ຊ່ວຍ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນແລະ​ທ່ານ​ປິ​ໂທ​ໂນ ພູ​ໂນ​ໂມ, ຫົວໜ້າ​ກົມ​ໃຫຍ່​ນະ​ໂຍບາຍ​​ກະຊວງ​ການ​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍ​​ໄດ້​ຈັດການ​ປຶກສາ​ຫາລື​ກ່ຽວ​ກັບ​ນະ​ໂບບາຍ​ການ​ຕ່າງປະ​ເທດ. ສອງ​ຝ່າຍ​ໄດ້​ແລ​ກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ສະຖານະ​ການ​ພາກ​ພື້ນ​​ແລະ​ສາກົນ​ໃນ​ປະຈຸ​ບັນ, ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​​ປະ​ເທດຕົນ ​ແລະ​ບັນຫາອື່ນໆ​ທີ່​ສອງ​ຝ່າຍ​ສົນ​ໃຈ​ຮ່ວມ​ກັນ.