ລັດຖະບານ​ຈີນ​ຄົ້ນຄວ້າ​ພິຈາລະນາ​ເພື່ອ​ກຳນົດ​ມາດ​ຕະການ​ຊຸກ​ຍູ້​​ໃຫ້ການ​ຄ້າ​ມີ​ຄວາມ​ສະດວກ​ສະບາຍ​ກວ່າ​ເກົ່າ​ເພື່ອ​ຊຸກຍູ້​ການ​ຄ້າຂາ​ເຂົ້າຂາ​ອອກ​​ໃຫ້ຂະຫຍາຍຕົວ​ຢ່າງ​ໜັກ​ແໜ້ນ

(GMT+08:00) 2013-07-25 10:33:37     cri
ຕາມ​ຂ່າວສານ​ຊິນ​ຮວາ, ວັນ​ທີ24​ກໍລະກົດ​ນີ້, ທ່ານ​ຫຼີ​ເຄີ້ຊຽງ ນາຍົກລັດຖະມົນຕີຈີນ​ໄດ້​ເປັນ​ປະທານ​​ກອງ​ປະຊຸມສະ​ໄໝ​ສາມັນຂອງ​ລັດຖະບານ, ​ເພື່ອ​ຄົ້ນຄວ້າ​ພິຈາລະນາ​ກຳນົດ​ມາດ​ຕະການ​ຊຸກ​ຍູ້​​ໃຫ້ການ​ຄ້າ​ມີ​ຄວາມ​ສະດວກ​ສະບາຍ​ກວ່າ​ເກົ່າ​ເພື່ອ​ຊຸກຍູ້​ການ​ຄ້າຂາ​ເຂົ້າຂາ​ອອກ​ໃຫ້​ຂະຫຍາຍຕົວ​ຢ່າງ​ໜັກ​ແໜ້ນ.

ກອງ​ປະຊຸມ​ຊີ້​ອອກ​ວ່າ, ປະຈຸ​ບັນ​ນີ້, ​ເສດຖະກິດ​ການ​ຄ້າ​ຈີນ​ໄດ້​ປະ​ເຊີນ​ກັບ​ສະພາບ​ການ​ທີ່​ສັບສົນ​ແລະ​ຂ້ຽວຂາດ, ຈັງຫວະ​ການ​ເຕີບ​ໂຕ​ຂອງ​ການ​ຄ້າຂາ​ເຂົ້າຂາ​ອອກ​ໄດ້​ຊ້າ​ລົງ​ຢ່າງ​ເດັ່ນ​ຊັດ, ຕ້ອງ​ຜ່ານ​ຈາກ​ການ​ປະຕິ​ຮູບ​ດ້ານ​ລະບຽບ​ການ, ​ເຮັດ​ໃຫ້ການ​ຄ້າ​ມີ​ຄວາມ​ສະດວກ​ສະບາຍ​ກວ່າ​ເກົ່າ, ​ເພີ່ມ​ທະວີ​ກຳລັງ​ແກ່ງ​ແຍ່ງ​ຂອງ​ວິ​ສາ​ຫະກິດ.

ກອງ​ປະຊຸມ​ຊີ້​ອອກ​ວ່າ, ຕ້ອງ​ປັບປຸງ​ການ​ເກັບ​ຄ່າ​ທຳນຽມ​ໃນ​ຂອດ​ຂາ​ເຂົ້າຂາ​ອອກ, ສົ່ງ​ເສີມ​ໃຫ້​ສະ​ຖາ​ບັນ​ການ​ເງິນ​ເພີ່ມ​ຄວາມ​ແຮງ​ສະໜັບສະໜູນ​ຕໍ່​ວິ​ສາ​ຫະກິດ​ແລະ​ໂຄງການ​ທີ່​ມີ​ໃບ​ຈອງ​ຊື້​ແລະ​ມີ​ປະສິດທິະພາບ. ສະໜັບສະໜູນ​ການ​ບໍລິການທີ່​ສະໜອງ​ການລະດົມ​ເງິນທຶນ, ການ​ແຈ້ງ​ດ່ານ, ການ​ຫຼຸດ​ພາສີ​ແກ່​ການ​ສົ່ງ​ອອກ ​ແກ່​ວິ​ສາ​ຫະກິດ​​ເອກະ​ຊົນ​ຂະໜາດ​ກາງ​ແລະ​ນ້ອຍ. ສ້າງ​ເງື່ອນ​ໄຂ​ເພື່ອ​ຍົກ​ເວັ້ນພາສີ​ຕໍ່​ການ​ສົ່ງ​ອອກ​ການ​ບໍລິການ, ​ແລະ​ເປີດ​ກວ້າງ​ການ​ນຳ​ເຂົ້າ​ການ​ບໍລິການ​ເປັນ​ກ້າວໆ. ຊຸກ​ຍູ້​ໃຫ້​ມີ​ການ​ຄ້າ​ຫຼາຍ​ຮູບ​ແບບ, ​ແລະ​ຊຸກຍູ້​ການ​ຄ້າ​ຊາຍ​ແດນ. ຕ້ອງ​ພະຍາຍາມ​ຊຸກ​ຍູ້​ໃຫ້​ລາຍ​ຮັບ​ລາຍ​ຈ່າຍ​ສາກົນ​ດຸນ​ດ່ຽງ​ກັນ, ຮັກສາ​ໃຫ້​ອັດຕາ​ແລກປ່ຽນ​ຂອງ​ເງິນ​ຢວນຈີນ​ໃຫ້​ຢູ່​ໃນ​ລະດັບ​ທີ່​ສົມ​ເຫດ​ສົມ​ຜົນ​ໂດຍ​ພື້ນຖານ.