ຕະຫຼາດ​ຫຸ້ນ​ສິງກະ​ໂປ​ຈະ​​ເປີດຈຳ​ໜ່າຍ​ຫຸ້ນ​ເງິນຕາ​ສອງ​ສະກຸນ​ຄື​ເງິນ​ໂດ​ລາ​ສິງກະ​ໂປ​ກັບ​ເງິນ​ຢວນຈີນ​ຫຸ້ນ​ທຳ​ອິດ

(GMT+08:00) 2013-07-26 11:21:21     cri
ຫຸ້ນ​ກຸ່ມ​ບໍລິສັດ​ຕໍ່​ເຮືອ​ຢ່າງ​ຊີ​ກຽງ​ຈຳກັດ​ຈະ​ກາຍ​ເປັນ​ຫຸ້ນ​ທຳ​ອິດ​ທີ່​ຊື້​ຂາຍ​ກັນ​ດ້ວຍ​​ເງິນຕາ​ສອງ​ສະກຸນ​ຄື​ເງິນ​ໂດ​ລາ​ສິງກະ​ໂປກັບ​ເງິນ​ຢວນຈີນ​​ໃນ​ຕະຫຼາດ​ຫຸ້ນ​ສິງກະ​ໂປ.

ກຸ່ມບໍລິສັດ​ຕໍ່​ເຮືອ​ຢ່າງຊີ​ກຽງ​ຈຳກັດ​ໄດ້​ອອກ​ຖະ​ແຫຼ​ງການ​ວ່າ, ​ຫຸ້ນ​ສ່ວນ​ຂອງ​ບໍລິສັດ​ນີ້​ຈະ​ເລີ່​ມຕົ້ນ​ການ​ຊື້​ຂາຍ​ກັນ​ດ້ວຍ​ເງິນຕາ​ສອງ​ສະກຸນ​ແຕ່​ວັນ​ທີ 5 ສິງ​ຫາ​ໜ້າ​ນີ້​ເປັນຕົ້ນ​ໄປ. ສິງກະ​ໂປ​ຫວັງ​ຢາກ​ໄດ້ຄອງສ່ວນ​ແບ່ງ​ຫຼາຍ​ກວ່າ​ເກົ່າ​ຂອງ​ຕະຫຼ​າດ​ເງິນ​ຢວນທີ່​ຕັ້ງຢູ່​ນອກ​ແຜ່ນ​ດິນ​ໃຫຍ່​ຈີນ.

ການ​ໃຫ້​ນັກ​ລົງທຶນ​​ໃນ​ຕະຫຼາດ​ຫຸ້ນ​ມີ​ທາງ​ເລືອກ​ສາມາດ​ຊື້​ຫຸ້ນ​ທີ່​ກຳນົດ​ລາຄາ​ເປັນ​ເງິນ​ຢວນ ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ສິງກະ​ໂປ​ໄດ້​ມີ​ຄວາມ​ຄືບ​ໜ້າ​ຕື່ມ​ອີກ​ໃນ​ການ​ພັດທະນາ​ຕະຫຼາດ​ເງິນ​ຢວນທີ່ຕັ້ງ​ຢູ່​ນອກ​​ແຜ່ນ​ດິນ​ໃຫຍ່​ຈີນ.

ເຖິງ​ວ່າ​ບາດກ້າວຂອງ​ສິງກະ​ໂປ​ໃນ​ການຍາດ​ແຍ່ງ​ການ​ສ້າງ​ຕັ້ງ​ສູນ​ທຸລະ​ກິດ​ເງິນ​ຢວນທີ່​ຕັ້ງ​ຢູ່​ນອກ​​ແຜ່ນ​ດິນ​ໃຫຍ່​ຈີນ​​ໄດ້​ຊ້າ​ກວ່າ​ຮົງ​ກົງ​ຈີນ​ກໍ່​ຕາມ, ​ແຕ່​ທ່ານ​ລີ​ຊຽນລົງ ນາ​ຍົກ​ລັດຖະມົນຕີສິງກະ​ໂປ​ກ່າວ​​ໃນ​ເມື່ອ​ມໍ່ໆ​ມາ​ນີ້​ວ່າ, ສິງກະ​ໂປ​ຈະ​ມີ​ບົດບາດ​ທີ່​ສຳຄັນຂອງ​ຕົນ, ​ແລະຄວາມ​ຕ້ອງການ​ສ່ວນ​ໜຶ່ງ​ໃນ​ຕະຫຼາດຕ້ອງການໃຫ້​ສິງກະ​ໂປ​ເປັນ​ຜູ້​ສະໜອງ. ສິງກ​ະ​ໂປ​ຫວັງ​ຢາກ​ກາຍ​ເປັນ​ສູນ​ທຸລະ​ກິດ​ເງິນ​ຢວນທີ່ຕັ້ງ​ຢູ່​ນອກ​ແຜ່ນດິນ​​ໃຫຍ່​ຈີນ​ແລະ​ສູນ​ຊຳລະສະ​ສາງ​ບັນຊີ​ດ້ວຍ​ເງິນ​ຢວນທີ່​ຮອງ​ຈາກ​ຮົງ​ກົງ​ຈີນ.