ນາຍົກລັດຖະມົນຕີມະ​ເລ​ເຊຍ​ພົບ​ປະ​ເຈລະຈາ​ກັບ​ນາຍົກລັດຖະມົນຕີຍີ່ປຸ່ນ

(GMT+08:00) 2013-07-26 15:54:22     cri
ຕາມ​ຂ່າວCRI: ຕອນ​ບ່າຍ​ວັນ​ທີ 25 ກໍລະກົດ​ນີ້, ທ່ານ​ຊິນ​ໂຈ​ ອາ​ເບະ, ນາຍົກລັດຖະມົນຕີຍີ່ປຸ່ນ​ໄດ້​ເດີນທາງ​ໄປ​ຮອດ​ນະຄອນຫຼວງ​ກົວ​ລາ​ລຳ​ເປີ​ຂອງ​ມະ​ເລ​ເຊຍ, ​ເລີ່​ມຢ້ຽມຢາມ​ມະ​ເລ​ເຊຍ​ເປັນ​ເວລາ 2 ວັນ. ມື້​ດຽວ​ກັນ, ທ່ານ​ນາ​ຈິບ ຕຸ​ນ ຣາຊັກ, ນາຍົກລັດຖະ​ມົນຕີ​ມະ​ເລ​ເຊຍ​ໄດ້​ພົບ​ປະ​ກັບ​ທ່ານ​ຊິນ​ໂຈ ອາ​ເບະ, ນາຍົກລັດຖະມົນຕີຍີ່ປຸ່ນ​ຢູ່​ສຳນັກງານນາຍົກລັດຖະມົນຕີ. ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນຫຼັງ​ການ​ພົບ​ປະ, ທ່ານ​ນາ​ຈິບ ຕຸ​ນ ຣາຊັກ, ນາຍົກລັດຖະມົນຕີ​ມະ​ເລ​ເຊຍ​ກ່າວ​ວ່າ, ຍີ່ປຸ່ນ​ແມ່ນ​ປະ​ເທດ​ຄູ່​ຮ່ວມມື​ການ​ຄ້າ​​ໃຫຍ່​ອັນ​ດັບ​ 3 ​ແລະ​ປະ​ເທດ​ສົ່ງ​ອອກ​ແລະ​ນຳ​ເຂົ້າ​​ໃຫຍ່​ອັນ​ດັບ 3 ຂອງ​ມະ​ເລ​ເຊຍ, ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ມີ​ອະນາຄົດ​ທີ່​ກວ້າງ​ຂວາງ. ທ່ານ​ນາ​ຈິບ ຕຸ​ນ ຣາຊັກ​ກ່າວ​ວ່າ: ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ປາດ​ຖະໜາ​ໃນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພລະຫວ່າງ​ສອງ​ຝ່າຍ, ​ໂດຍ​ສະ​ເພາະ​ໃນ​ຂົງ​ເຂດ​ຕ້ານການ​ລອກ​ຮຽນ​ແບບ​ແລະການ​ຮັບປະກັນ​ຄວາມປອດ​ໄພຂອງຊ່ອງ​ແຄບມາ​ລັກ​ກາ.

ທ່ານ​ຊິນ​ໂຈ ອາ​ເບະ​ກ່າວ​ວ່າ, ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຍີ່ປຸ່ນ​ໃນ​ປະຈຸ​ບັນ​ຕົ້ນຕໍ​ແມ່ນ​ສຸມ​ໃສ່​ຄວາມ​ປອດ​ໄພ​ຂອງພາກ​ພື້ນ​ກໍ່​ຄື​ຂອງ​ໂລກຫຼາຍ​ກວ່າ, ​ໂດຍ​ສະ​ເພາະການ​ເພີ່ມ​ທະວີ​ແລະ​ເອົາ​ໃຈ​ໃສ່​ຕໍ່​ການ​​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ອາ​ຊຽນ.