ສິ່ງ​ກີດຂວາງດ້ານ​ເຕັກນິກ​ຕໍ່​ການ​ຄ້າ​ຂອງ​ຕ່າງປະ​ເທດ​ເຮັດ​ໃຫ້​ການ​ສົ່ງ​ອອກ​ສິນຄ້າ​ຂອງ​ຈີນ​ໃນ​ປີ​ກາຍ​ນີ້​ເສຍ​ຫາຍ​ໂດ​ຍກົງ​ເຖິງ68​ຕື້500ລ້ານ​ໂດ​ລາ

(GMT+08:00) 2013-07-29 16:41:52     cri

ວັນ​ທີ 29 ກໍລະກົດ​ນີ້, ກົມ​ໃຫຍ່​ຕິດຕາມກວດກາ​ຄຸນ​ນະພາ​ບ​ແລະ​ກວດ​ພະຍາດ​ແຫ່ງ​ຊາດ​ຈີນ​ເຜີຍ​ໃຫ້​ຮູ້​ວ່າ, ປີ2012ຜ່ານມາ, ວິ​ສາ​ຫະກິດ​ສົ່ງ​ອອກ​ສິນຄ້າ​ຂອງ​ຈີນ​ມີ 23,9%​ໄດ້​ຮັບ​ຜົນ​ສະທ້ອນຈຳນວນ​ໜຶ່ງຈາກ​ສິ່ງ​ກີດຂວາງດ້ານ​ເຕັກນິກ​ຕໍ່​ການ​ຄ້າ​​ຫຼືTBT ຂອງ​ຕ່າງປະ​ເທດ, ຊຶ່ງ​​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໂດຍ​ກົງ​ໃຫ້ການ​ຄ້າ​ສົ່ງ​ອອກ​ຂອງ​ຈີນ​ໃນ​ໝົດ​ປີ2012ຜ່ານມາ​ນີ້​​ເຖິງ68​ຕື້500​ລ້ານ​ໂດ​ລາ,ຊຶ່ງ​​ເພີ່ມ​ຂຶ້ນ10%​ເມື່ອ​ທຽບ​ໃສ່​ປີ2011.

ກົມ​ໃຫຍ່​ຕິດຕາມ​ກວດກາ​ຄຸນນະພາ​ບ​ແລະ​ກວດ​ພະຍາດ​ແຫ່ງ​ຊາດ​ຈີນ​ໄດ້​ດຳ​ເນີນ​ການ​ສຳ​ຫຼວດພາຍ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ຜົນ​ສະທ້ອນ​ຂອງສິ່ງ​ກີດຂວາງດ້ານ​ເຕັກນິກ​ຕໍ່​ການ​ຄ້າ​ຂອງ​ຕ່າງປະ​ເທດ​ທີ່​ມີ​ຕໍ່​ວິ​ສາ​ຫະກິດ​ສົ່ງ​ອອກ​ສິນຄ້າ​ຂອງ​ຈີນ​ໃນ​ປີ2012. ຕາມ​ຜົນ​ການ​ສຳ​ຫຼວດ, ປະ​ເທດ​ແລະ​ເຂດ​ແຄວ້ນ​ທີ່​ສົ່ງ​ຜົນ​ສະທ້ອນ​ຫຼາຍທີ່​ສຸດ​ຕໍ່​ວິ​ສາ​ຫະກິດ​ສົ່ງ​ອອກສິນຄ້າ​ຂອງ​ຈີນ​ຕາມ​ລຳດັບທີ1ຫາລຳດັບ​ທີ5​ແມ່ນ​ສະ​ຫະ​ພາບ​ເອີ​ຣົບ, ອາ​ເມ​ລິ​ກາ,ອົສຕຼາລີ​ແລະນູ​ແວນ​ເຊ​ລັງ, ອາ​ເມ​ລິ​ກາ​ລາຕີ​ນ, ອາ​ຊຽນ.

ສິ່ງ​ກີດຂວາງດ້ານ​ເຕັກນິກ​ຕໍ່​ການຄ້າ​ຫຼືTBT ຖືກ​ເຫັນ​ວ່າ​​ເປັນ​ອຸປະສັກ​ຕົ້ນຕໍ​ທີ່​ວິ​ສາ​ຫະກິດ​ໄດ້​ປະສົບ​ໃນ​​ເວລາ​ສົ່ງ​ອອກ​ສິນຄ້າ​ຊຶ່ງ​ຮອງ​ຈາກ​ອັດຕາ​ແລກປ່ຽນ​ເງິນຕາ. ກົມ​ໃຫຍ່​ຕິດຕາມ​ກວດກາ​ຄຸນ​ນະພາ​ບ​ແລະ​ກວດ​ພະຍາດ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,ຈະ​ໃຊ້​ມາດ​ຕະການ​ເພື່ອ​ຍົກ​ສູງ​ຄວາມ​ສາມາດ​ຂອງ​ວິ​ສາ​ຫະກິດ​ສົ່ງ​ອອກ​ສິນຄ້າ​ຂອງ​ຈີນ​ໃນ​ການ​ຮັບ​ມື​ກັບ​ສິ່ງ​ກີດຂວາງດ້ານ​ເຕັກນິກ​ຕໍ່​ການ​ຄ້າ​ຂອງ​ຕ່າງປະ​ເທດ.