ເຜີຍ​ແຜ່​ບັນຊີ​ລາຍ​ຊື່​ຜະລິດ​ຕະພັນຍີ່ຫຼໍ້ທີ່​ມີ​ຊື່​ສຽງຂອງ​ຈີນ​ແລະ​ອາ​ຊຽນສະບັບ​ທີ2

(GMT+08:00) 2013-07-30 17:13:41     cri

ວັນ​ທີ 30 ກໍ​ລະ​ກົດ​ນີ້​, ຢູ່​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ,ສະພາ​ການ​ຄ້າ​ຈີນ-ອາ​ຊຽນ​ໄດ້​ເຜີຍ​ແຜ່​ບັນຊີ​ລາຍ​ຊື່​ຜະລິດ​ຕະພັນຍີ່ຫໍ້​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​ແລະ​ອາ​ຊຽນສະບັບ​ທີ​ສອງ​ຊຶ່ງ​ບັນຊີ​ລາຍ​ຊື່​ສະບັບນີ້ໄດ້​ກວມ​ເອົາຜະລິດ​ຕະພັນ​ຍີ່ຫໍ້​ທີ່​ມີ​ຊື່​ສຽງ​ຈຳນວນ100​ຍີ່​ຫໍ້​ຂອງ​ທັງ​ສອງ​ຝ່າຍ. ​ໃນ​ນັ້ນ, ບັນຊີ​ລາຍ​ຊື່​ຜະລິດ​ຕະພັນຍີ່​ຫໍ້​ທີ່​ມີ​ຊື່​ສຽງ​ທີ່ປະ​ເທດ​ອາ​ຊຽນ​ແນ​ະນຳ​ໃຫ້ຈີນ​ນັ້ນ​ໄດ້​ກວມ​ເອົາ​ຍີ່​ຫໍ້ທີ່ມີ​ຊື່​ສຽງ​ຂອງ​ປະ​ເທດ​ອາ​ຊຽນຈຳນວນ​ຫຼວງ​ຫຼາຍ​ຊຶ່ງ​ໃນ​ນັ້ນ​ມີ​ກາ​ເຟ,ອາຫານ​ແລະ​ຜະລິດ​ຕະພັນ​ກະສິກຳ​ເປັນ​ຕົວ​ແທນ.

ທ່ານ​ສູ​ນິງໆ ຮອງ​ເລຂາທິການ​ສະພາ​ການ​ຄ້າ​ຈີນ-ອາ​ຊຽນກ່າວ​ວ່າ, ກິດຈະກຳຈີນ​ແລະ​ອາ​ຊຽນ​ແນະນຳ​ຜະລິດ​ຕະພັນ​ຫຍີ່​ຫໍ້​ທີ່​ມີ​ຊື່​ສຽງ​ເຊິ່ງ​ກັນ​ແລະ​ກັນ​​ແມ່ນ​ມີ​ຈຸດປະສົງ​ເພື່ອ​ປັບປຸງ​ໂຄງ​ປະກອບ​ການ​ຄ້າ​ຂອງ​ສອງ​ຝ່າຍ​ໃຫ້​ດີ​ຂຶ້ນ​ຕື່ມ​ອີກ, ຊຸກ​ຍູ້​ໃຫ້​ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ​ນີ້​ປັບປຸງ​ແລະ​ສັບຊ້ອນ​​ໂຄງ​ປະກອບ​ອຸດສາຫະກຳ​ໃຫ້​ດີ​ຂຶ້ນ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​ໄດ້​ຂະຫຍາຍຕົວ​ແລະ​​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ສົມບູນ​ຂຶ້ນ​ນັ້ນ​ກໍ່​ໄດ້​ສ້າງ​ເງື່ອນ​ໄຂ​ທີ່​ດີ​ໃຫ້​ແກ່​ວິ​ສາ​ຫະກິດ​ສອງ​ຝ່າຍສາມາດ​ດຳ​ເນີນ​ການ​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຮ່ວມ​ກັນ​ພັດ​ທະ​ນາ​ຍີ່​ຫໍ້​ທີ່​ມີ​ຊື່​ສຽງ​ໃນ​ລະດັບ​ສາກົນ.