ເລຂາທິການ​ໃຫຍ່​ອາ​ຊຽນກ່າວ​ວ່າການ​ພັດທະນາ​ໂດຍ​ສັນຕິ​ຂອງ​ຈີນ​ມີ​ຜົນ​ດີຕໍ່​ທົ່ວ​ພາກ​ພື້ນ

(GMT+08:00) 2013-07-30 18:08:02     cri
ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຈີນ​ໃນ​ເມື່ອ​ມໍ່ໆ​ມາ​ນີ້, ທ່ານ​ເລ​ເລືອ​ງມິ​ງ ​ເລຂາທິການ​ໃຫຍ່​ອາ​ຊຽນກ່າວ​ວ່າ, ການ​ພັດທະນາ​ໂດຍ​ສັນຕິ​ຂອງ​ຈີນ​ມີ​ຜົນ​ດີ​ຕໍ່ທົ່ວ​ພາກ​ພື້ນ​ຊຶ່ງ​ລວມທັງ​ອາ​ຊຽນ.

ທ່ານ​ເລ​ເລືອ​ງມິ​ງກ່າວ​ວ່າ, ​ໃນ​ດ້ານ​ການ​ປົກ​ປັກ​ຮັກສາ​ສັນຕິພາບ,ສະຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ, ຈີນ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ສຳຄັນ​ຂອງ​ອາ​ຊຽນ. ​ເວົ້າ​ສຳລັບ​ອາ​ຊຽນ​ແລ້ວ, ຈີນ​​ຈະ​ເລີ​ນ​​ເຕີບ​ໂຕ​ແລະເຂັ້ມ​ແຂງ​ຂຶ້ນຈະ​ສ້າງໂອກາດ​ຢ່າງ​ໃຫຍ່​ຫຼວງ. ​ເຊັ່ນດຽວ​ກັນ, ອາ​ຊຽນທີ່​ມັ່ງ​ຄັ່ງ​ເຂັ້ມ​ແຂງ,ມີ​ສະຖຽນ​ລະ​ພາບ​ແລະ​ມີ​ຄວາມ​ສາ​ມັກ​ຄີ​ນັ້ນ​ແມ່ນ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ພາກ​ພື້ນ​ຊຶ່ງ​ລວມທັງ​ຜົນ​ປະ​ໂຫຍ​ດຂອງ​ຈີນ. ທ່ານ​ເລ​​ເລື​ອງມິ​ງກ່າ​ວວ່າ, ອາ​ຊຽນ​ແລະ​ຈີນ​ລ້ວນ​ແຕ່​ມີ​ຈຸດ​ຢືນ​ທີ່​ໜັກແໜ້ນ​ໃນ​ການ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດກັບຄູ່​ຮ່ວມ​ມື. ຄູ່​ຮ່ວມ​ມື​ຕ່າງໆ​ຂອງ​ອາ​ຊຽນຊຶ່ງ​ໃນ​ນັ້ນ​ລວມທັງ​ຈີນ​ໄດ້​ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ. ອາ​ຊຽນຈະ​ປະຕິບັດ​ຕາມ​ຈິດ​ໃຈທີ່​ຮ່ວມ​ກັບ​ບັນດາຄູ່​ຮ່ວມ​ມື​​ເຄົາລົບ​ຄວາມ​ເປັນ​ເອກະລາດ,ສິດ​ອຳນາດ​ອະທິປ​ະ​ໄຕ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຊຶ່ງ​ກັນ​ແລະ​ກັນ, ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ບັນລຸ​ໃຫ້​ພາກ​ພື້ນ​ມີ​ສັນຕິພາບ,ສະຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ.