ໃນ​6​ເດືອນ​ຕົ້ນ​ປີ​ນີ້, ອາ​ຊຽນ​ໄດ້ຮັກສາ​ຖານະທີ່​ເປັນ​ຄູ່​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ເຂດ​ກວາງຊີ​ຈີນ

(GMT+08:00) 2013-08-01 16:55:35     cri
ຕົວ​ເລກ​ຫຼ້າ​ສຸດ​ຂອງ​ພະ​ແນ​ກ​ສະຖິຕິ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈວ້າງກວາງຊີ​ຈີນ​ສະ​ແດງ​ໃຫ້​​ເຫັນ​ວ່າ, ​ໃນ 6 ​ເດືອນ​ຕົ້ນ​ປີ2013​ນີ້, ອາ​ຊຽນສືບ​ຕໍ່​ຮັກສາ​ຖານະ​ທີ່​ເປັນ​ຄູ່​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ກວາງຊີ.

ໃນ 6 ​ເດືອນ​ຕົ້ນ​ປີ2013​ນີ້, ອາ​ຊຽນສືບ​ຕໍ່​ຮັກສາ​ຖານະ​ທີ່​ເປັນ​ຄູ່​ການ​ຄ້າ​ໃຫຍ່​ທີ່​ສຸດ​​ແລະ​ເປັນ​ຕະຫຼາດ​ສົ່ງ​ອອກ​ສິນຄ້າ​ໃຫຍ່​ທີ່​ສຸດຂອງ​ເຂດ​ກວາງ​ຊີ. ​ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ເຂດ​ກວາງຊີ​ກັບອາ​ຊຽນ​ມີເຖິງ6​ຕື້135​ລ້ານ​ໂດ​ລາ, ກວມ​ຍອມ​ມູນ​ຄ່າ​ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຂອງ​ທົ່ວ​ເຂດ​ກວາງ​ຊີ​ເຖິງ​44,5%, ຊຶ່ງ​ໄດ້​ເພີ່ມ​ຂຶ້ນ29,1%​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ.​ໃນ​ນັ້ນ, ມູນ​ຄ່າ​ການ​ສົ່ງ​ອອກ​ມີ​ເຖິງ 4ຕື້842​ລ້ານ​ໂດ​ລາ, ກວມ​ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ຂອງ​ທົ່ວ​ເຂດ​ກວາງ​ຊີ​ເຖິງ63,7%, ​​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ແລ້ວ​​ໄດ້​ເຕີບ​ໂຕ 44,4%, ​ໃນ​ນັ້ນ,ມູນ​ຄ່າການນຳ​ເຂົ້າມີ​ເຖິງ1​ຕື້293​ລ້ານ​ໂດ​ລາ, ຫຼຸ​ດລົງ7,6%.

ນັບ​ແຕ່​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນສ້າງ​ສຳ​ເລັດ​ເປັນ​ຕົ້ນ​ມາ, ການ​​ພົວພັນ​ດ້ານ​ເສດຖະກິດ​ລະຫວ່າງ​ເຂດ​ກວາງຊີ​ກັບປະ​ເທດ​ອາ​ຊຽນນັບ​ມື້​ນັບ​ແໜ້ນ​ແຟ້ນຂຶ້ນ. ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ລະຫວ່າງ​​ເຂດ​ກວາງຊີ​ກັບ​ຫວຽດນາມ, ອິນ​ໂດ​ເນ​ເຊຍ, ມະ​ເລ​ເຊຍ,ສິງກະ​ໂປ​ແລະ​ໄທ​ລ້ວນ​ແຕ່ຫຼາຍ​ກວ່າ100​ລ້ານ​ໂດ​ລາ.