ເວທີ​ປຶກສາ​ຫາລື​ຂັ້ນ​ສູງ​ລະ​ຫວ່າງ​ຈີນ-ອາ​ຊຽນ​ວາດ​ມະ​ໂນ​ພາບ​ແຜນ​ການ​ທີ່​ຍິ່ງ​ໃຫຍ່​ແຫ່ງ​ການ​ພັດທະນາ​ໃນ10​ປີ​ຕໍ່ໜ້າ

(GMT+08:00) 2013-08-05 11:50:04     cri
ເວທີ​ປຶກສາ​ຫາລື​ຂັ້ນ​ສູງ​ຈີນ-ອາ​ຊຽນ​ໄດ້​ຈັດ​ຂຶ້ນ​​ໃນ​ວັນ​ທີ 2​ສິງ​ຫາ​ນີ້​ຢູ່​ນະ​ຄອນ​ຫຼວງ​ບາງກອກຂອງ​ໄທ. ທ່ານ ສຸລາ​ພົງ ​ໂຕ​ວິຈັກ​ໄຊ​ກູນ ຮອງ​ນາ​ຍົກ​ລັດຖະມົນຕີ​ທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດ​ໄທ ທີ່​ເປັນ​ປະ​ເທດ​ປະສານ​ງານ​ການ​ພົວພັນ​ຈີນ​ກັບ​ອາ​ຊຽນກ່າວ​ໃນ​ພິທີ​ໄຂ​ງານ​ວ່າ, ​ໃນທົດ​ສະ​ວັດ​ຄັ້ງ​ຕໍ່​ໄປ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອ​ງ, ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ພ້ອມ​ດ້ວຍ​ການ​ແລກປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນຈະ​​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ໃຫ້​ພາກ​ພື້ນ​ແຫ່ງ​ນີ້​ມີ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ, ​ແລະ​ສ້າງ​ພາກ​ພື້ນ​ແຫ່ງ​ນີ້​ໃຫ້​ເປັນ​ຫົວ​ຈັກ​ຕົ້ນຕໍ​ໃນ​ການ​ຊຸກ​ຍູ້​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ​ໂລກ.

ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຂະຫຍາຍຕົວຂອງ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ, ທ່ານ​ຫວາງ​ອີ້ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດຈີນ​ທີ່​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້​ກ່າວ​ວ່າ, ຈີນ​ໄດ້​ຖື​ອາ​ຊຽນ​ເປັນ​ທິດ​ສຳຄັນ​ອັນ​ດັບ​ໜຶ່ງ​ແລະທິດ​ບູລິ​ມະ​ສິດ​ໃນ​ດ້ານ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ​ມາ​ໂດຍ​ຕະຫຼອດ. ​ເມື່ອຫວນ​ຄືນ10​ປີ​ທີ່​ຜ່ານ​ມານີ້, ພື້ນຖານ​ສຳຄັນ​ທີ່​ສຸດ​ແຫ່ງ​ການ​ພັດທະນາ​ການ​ພົວພັນ​ຈີນ-ອາ​ຊຽນ​ແມ່ນ​ພວກ​ເຮົາ​ໄດ້​ຮ່ວມ​ກັນ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສ​ະຖຽນລະ​ພາບ​ຂອງ​ພາກ​ພື້ນ, ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ທີ່​ສຳຄັນ​ທີ່​ສຸດ​ແມ່ນ​ພວ​ກ​ເຮົາ​ຍິນ​ດີ​ຜ່ານ​ການ​ຮ່ວມ​ມື​ເພື່ອ​ເລັ່ງລັດ​ບັ​ນລຸ​ການ​ພັດທະນາຮ່ວມ​ກັນ, ບົດຮຽນ​ທີ່​ສຳຄັນ​ທີ່​ສຸດ​ແມ່ນ​ຍຶດໝັ້ນ​ໃນ "​ຮູບ​ແບບອາຊີ​"ແລະ "ຮູບ​ແບບອາ​ຊຽນ" ຢ່າງ​ສະໝີ​ຕົ້ນ​ສະ​ເໝີ​ປາຍ, ຜ່ານ​ຈາກ​ການປຶກສາ​ຫາລື​ກັນ​ຢ່າງ​ມີ​ໄມຕີ​ຈິດ​ມະຕິ​ດພາບ​ແລະການ​ສົນທະນາ​ຢ່າງ​ສະ​ເໝີ​ພາບ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ.

ມັນ​ບໍ່​ສາມາດ​ປະຕິ​ເສດ​ໄດ້​ວ່າ, ​ໃນ​ຂະ​ບວນການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນກໍ່​ມີ​ປັດ​ໄຈ​ທີ່​ບໍ່​​ແນ່ນອນ​ແຝງ​ຊ້ອນ​ຢູ່. ​ແຕ່​ວ່າ ຜູ້​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລ້ວນ​ແຕ່​ເຫັນ​ວ່າ,  ນີ້​ຈະ​ບໍ່​ກະທົບ​ເຖິງ​ສະພາບ​ລວມ​ແຫ່ງ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ. ທ່ານ​ສຸລາ​ພົງ ​ໂຕ​ວິຈັກ​ໄຊ​ກູນ ຮອງ​ນາຍົກລັດຖະມົນຕີທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ໄທ​ກ່າວ​ວ່າ, ​ເຖິງ​ວ່າ​ຈີນ​ກັບ​ບາງ​ປະ​ເທດ​ອາ​ຊຽນກຳລັງ​ປະ​ເຊີນ​ກັບ​ຄວາມ​ຂັດ​ແຍ່ງ​ກັນດ້ານ​ນ່ານທະ​ເລ​ກໍ່ຕາມ, ​ແຕ່​ວ່າການ​ປົກ​ປັກ​ຮັກສາ​ສະພາບ​ແວດ​ລ້ອມ​ພາຍ​ນອກ​ຂອງ​ສັນຕິພາບ​ແມ່ນ​ເປົ້າ​ໝາຍ​ຮ່ວມ​ຂອງ​ສອງ​ຝ່າຍ.

ຫົວໜ້າ​ສູນ​ຄົ້ນຄວ້າ​ອາ​ຊຽນຂອງ​ມະຫາວິທະຍາ​ໄລທຳ​ມະ​ສາດ​ຂອງ​ໄທ​ກ່າວ​ວ່າ, ບັນຫາ​ທະ​ເລ​ຈີນ​ໃຕ້​ຍາກ​ທີ່​ຈະ​ໃຫ້​ຄົນ​ລຸ້ນໜຶ່ງ​ແກ້​ໄຂ​ໃຫ້​ໄດ້, ມັນ​ສາມາດ​ໃຫ້​ຄົນ​ລຸ້ນຫຼັງ​ແກ້​ໄຂ, ​ແຕ່​ຄວນພະຍາຍາມຊອກ​ຫາ​ວິທີ​ແກ້​ໄຂ​ໃຫ້​ໄດ້, ບໍ່​ຄວນ​ໃຫ້​ຄວາມ​ຂັດ​ແຍ່ງ​​ແຜ່​ຂະຫຍາຍ​ກວ້າງ​ອອກ,​ແລະ​ທຳ​ລາຍ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ແລະ​ຄວາມ​ຮູ້ສຶກ​ທີ່​ດີ​ລະ​ຫວ່າງ​ສອງ​ຝ່າຍ​ທີ່​ມີ​ຢູ່​ແລ້ວ.

ເລຂາ​ວຽກ​ງານ​ແຫ່​ງລັດ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ແລະ​ການ​ຮ່ວມ​ມື​ສາກົນ​ຂອງກຳປູ​ເຈຍກ່າວ​ວ່າ, ​ເຖິງ​ວ່າ​ບັນຫາ​ທະ​ເລ​ຈີນ​ໃຕ້​ມີ​ຄວາມ​ລະ​ອຽດ​ອ່ອນ​ແລະຄວາມ​ສັບສົນ, ຝ່າຍ​ຕ່າງໆ​ຍັງ​ມີ​ຄວາມ​ເຂົ້າ​ໃຈ​ຜິດ​ໃນ​ບັນຫາ​ຈຳນວນ​ໜຶ່ງ​ກໍ່ຕາມ, ​ແຕ່​ຫວັງ​ວ່າ​ບັນຫາ​ທະ​ເລ​ຈີນ​ໃຕ້​ຈະ​ບໍ່​ກະທົບ​ເຖິງ​ຂະ​ບວນການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ.