ຜົນ​ການ​ຢັ່ງ​ປະຊາ​ມະຕິ​ສະ​ແດງ​ໃຫ້​ເຫັນ​ວ່າ ຊາວ​ຟີ​ລິບ​ປິນຫຼາຍ​ກວ່າ70%ບໍ່​ຍອມຮັບ​ວ່າ​ເສດຖະກິດ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ

(GMT+08:00) 2013-08-05 11:51:38     cri
ອົງການPulse Asia ທີ່​ເປັນ​ອົງການ​ຢັ່ງ​ປະຊາ​ມະຕິ​ອິດ​ສະຫຼະ​ຂອງ​ຟີ​ລິບ​ປິນ​ໄດ້​ເປີດ​ເຜີຍ​ຜົນ​ການ​ຢັ່ງ​ປະຊາ​ມະຕິ​ຄັ້ງ​ຫຼ້າ​ສຸດ​ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ເຖິງ​ວ່າ​ລັດຖະບານ​ຟີ​ລິບ​ປິ​ນອ້າງ​ວ່າ​ເສດຖະກິດ​ຟີ​ລິບ​ປິນ​ໃນ​ປີ​ນີ້​ໄດ້​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ​ກໍ່ຕາມ, ​ແຕ່​ມີ​ປະຊາຊົນ​ທີ່​ໄດ້ຮັບ​ການ​ສຳ​ຫຼວດຫຼາຍ​ກວ່າ70%​ປະຕິ​ເສດ​ວ່າ​ສະພາບ​ເສດຖະກິດ​ຂອງ​ຟີ​ລິບ​ປິນ​ໃນ​ປີ​ນີ້​ເມື່ອ​ທຽບ​ໃສ່​ປີ​ຜ່ານ​ມາ​ແມ່ນໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ.

ນັກວິ​ເຄາະ​ເຫັນ​ວ່າ, ​ເຖິງ​ວ່າ​ຕົວ​ເລກ​ເສດຖະກິດ​ຂອງ​ຟີ​ລິບ​ປິນ​ແຕ່​ປີ​ກາຍ​ຈົນ​ມາ​ຮອດ​ປະຈຸ​ບັນ​ແມ່ນ​ດີ​ສົມຄວນ​ກໍ່ຕາມ, ​ແຕ່​ປະຊາຊົນ​ທົ່ວ​ໄປ​ບໍ່​ໄດ້​ຮັບ​ຜົນ​ດີ​ຈາກ​ການ​ພັດທະນາ​ດ້ານ​ເສດຖະກິດ. ຕາມ​ຕົວ​ເລກຫຼ້າ​ສຸດ​ທີ່ລັດຖະບານ​ເປີດ​ເຜີຍ, ອັດຕາ​ຫວ່າງ​ງານ​ສູງ​ເຖິງ 7,5%, ອັດຕາ​ຄວາມທຸກ​ຍາກ​ແມ່ນ 22,3%, ​ແຕ່ຊາວ​ຟີ​ລິບ​ປິນສ່ວນ​ຫຼາຍ​ບໍ່​ຍອມຮັບ​ວ່າ​ສະພາບ​ເສດຖະກິດ​ແຫ່ງ​ຊາດ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີຂຶ້ນ​ແຕ່​ຢ່າງ​ໃດ.