ສຳ​ເລັດ​ການ​ປະ​ເມີນ​ຜົນ​ການ​ອອກ​ແບບ​ໃນ​ເບື້ອງ​ຕົ້ນ​ຂອງ​ໂຄງການ​​ດາວ​ທຽມ"LaoStar-1"ທີ່​ຈີນ​ເປັນ​ຜູ້​ກໍ່ສ້າງ

(GMT+08:00) 2013-08-06 11:24:46     cri
ບໍລິສັດດາວທຽມໂທລະຄົມນາຄົມອາຊີ-ປາຊີຟິກ ຈີນ ຈຳກັດຫຼື China APMT ​ໄດ້​ເປີດ​ເຜີຍ​ໃຫ້​ຮູ້​ໃຫ້​ໃນ​ວັນ​ທີ 5 ສິ​ງຫາ​ນີ້​ວ່າ, ​ປະຈຸ​ບັນ,ໂຄງການ​ດາວ​ທຽມ"LaoStar-1"ທີ່​ຈີນ​ເປັນ​ຜູ້​ອອກ​ແບບ​ກໍ່ສ້າງ​ນັ້ນ​ໄດ້ສຳ​ເລັດ​ການ​ປະ​ເມີນ​ຜົນ​ການ​ອອກ​ແບບ​ໃນ​ເບື້ອງຕົ້ນ​​ແລ້ວ,​ແລະ​ໄດ້​ເຂົ້າ​ສູ່​ໄລຍະ​ຂໍ​ກະ​ແຈ​​ແຫ່ງ​ການ​ອອກ​ແບບ.

ໂຄງການ​ດາວ​ທຽມ"LaoStar-1"​​ເລີ່​ມປະຕິບັດ​ຢ່າງ​ເປັນ​ທາງ​ການ​ມາ​ແຕ່​ວັນ​ທີ 1 ທັນວາ​ປີ 2012. ຕາມ​ແຜນການ​ແລ້ວ, ດາວ​ທຽມ​ໜ່ວຍ​ນີ້​ຈະ​ຖືກ​ຍິງ​ສົ່ງ​ຂຶ້ນ​ສູ່​ອະວະກາດ​ໃນ​ໂອກາດ​ທີ່​ວັນຊາດ​ສປປລາວ​ຄົບຮອບ 40 ປີ ​ໃນ​ປີ2015, ຊຶ່ງ​ຈະ​ໃຫ້ການ​ບໍລິການ​ຕ່າງໆ​ແກ່​ປະ​ເທດ​ລາວ​ເປັນ​ຕົ້ນ​ແມ່ນ ລາຍການ​ໂທລະພາບ​ທີ່​ມີ​ຄວາມ​ຊັດ​ເຈນ​ສູງ, ການ​ສຶກສາ​ທາງ​ໄກ, ການ​ສື່ສານ​ສຸກ​ເສີນ​ຂອງ​ລັດຖະບານ​ລາວ​ແລະ​ອື່ນ​ໆ.

ທ່ານ​ເສິນ​ເວີ້​ຍ ຫົວໜ້າ​ຕົວ​ແທນສຳນັກງານບໍລິສັດ China APMT ປະຈຳ​ລາວ​​ໃຫ້​ຮູ້​ວ່າ, ການ​ປະ​ເມີນ​ຜົນ​ການ​ອອກ​ແບບ​ໃນ​ເບື້ອງຕົ້ນ​ຂອງ​ໂຄງການ​ດາວ​ທຽມ "LaoStar-1"​ໂດຍ​ມີ​ບໍລິສັດ China APMT​ເປັນ​ຜູ້​ຈັດ​ຕັ້ງ​ປະຕິບັດ​ນັ້ນ​ຈະ​​ເຮັດ​ສຳ​ເລັດ​​ໄປ​ດ້ວຍ​ດີ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ໃນ​ໄລຍະ​ໃກ້ໆ​ນີ້, ສອງຝ່າຍ​ຈີນ​ລາວ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ກອງ​ປະຊຸມ,ຊຶ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ວຽກ​ງານ​ການ​ປະ​ເມີນ​ຜົນ​ການ​ອອກ​ແບບ​ໃນ​ເບື້ອງ​ຕົ້ນ​ຂອງ​ໂຄງການ​ນີ້​ໄດ້​ເຮັດ​ສຳ​ເລັດ​ລົງ​ຢ່າງ​ຈົບງາມ​ແລະ​ໄດ້​ຫັນ​ໄປ​ສູ່​ໄລຍະ​ຂໍ​ກະ​ແຈ​ແຫ່ງ​ການ​ອອກ​ແບບ​ແລ້ວ.