ກຳປູ​ເຈຍ​ຫວັງ​ຢາກ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວ​​ກຳປູ​ເຈຍ​ໃຫ້​​ໄດ້​ຫຼາຍ​ຂຶ້ນ​ຕື່ມ​ອີກ

(GMT+08:00) 2013-08-06 11:39:39     cri
ວັນ​ທີ 5 ສິງຫາ​ນີ້, ທ່ານ ຊົກ ອັນ ຮອງ​ນາຍົກລັດຖະມົນຕີກຳປູ​ເຈຍ​ກ່າວ​ວ່າ, ຫວັງ​ວ່າ​ຈະ​ມີ​ນັກ​ທ່ອງ​ທ່ຽວ​ຈີ​ນ​ເດີນທາງ​ໄປ​ທ່ອງ​ທ່ຽວ​ກຳປູ​ເຈຍ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ ​ເພື່ອ​ຊຸກ​ຍູ້​ໃຫ້​ເສດຖະກິດ​ກຳປູ​ເຈຍ​ມີ​ການ​ພັດທະນາ.

ມື້​ດຽວ​ກັນ, ​ໃນ​ເວລາ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງ​ທ່ານ​ນາງ​ປູ້​​ຈ້ຽນ​ກົວ  ​ເອກ​ອັກຄະ​ລັດ​ຖະທູດ​ຈີນ​ປະຈຳ​ກຳປູ​ເຈຍ, ທ່ານ​ຊົກ ອັນ ກ່າວ​ວ່າ, ​ໄລຍະ​ດົນ​ນານ​ມາ​ນີ້, ລັດຖະບານ​ແລະ​ປະຊາ​ຊົນ​ຈີນ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ຢ່າງ​ໃຫຍ່​ຫຼວງ​ແກ່​ລັດຖະບານ​ແລະ​ປະຊາ​ຊົນ​ກຳປູ​ເຈຍ​ໃນ​ຂົງ​ເຂດ​ການ​ພັດທະນາ​ດ້ານ​ເສດຖະກິດ​ສັງຄົມ​ແລະ​ອື່ນໆ, ລັດຖະບານ​ຈີນ​ໄດ້​ໃຫ້ການ​ສະໜັບສະໜູ​ນຢ່າງ​ຫຼວງ​ຫຼາຍ​ແກ່​ກຳປູ​ເຈຍ​ໃນ​ການ​ອະນຸລັກ​ຮັກສາ​ວັດທະນະທຳ.

ທ່ານ​ຊົກ​ອັນ​ກ່າວ​ວ່າ, ປີ2012ຜ່ານມາ, ນັກ​ທ່ອງ​ທ່ຽວ​ທີ່​ເດີນທາງ​ໄປ​ທ່ຽວ​ກຳປູ​ເຈຍ​ມີ​ເຖິງ3​ແສ​ນ 3 ໝື່ນ 4000​ເທື່ອ​ຄົນ, ຊຶ່ງ​ໄດ້​ເພີ່ມ​ຂຶ້ນ 35% ​ເມື່ອ​ທຽບ​ໃສ່​ປີ2011. ທ່ານຫວັງ​ວ່າ​ໃນ​ຕໍ່ໜ້າ​ຈະ​ມີ​ນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວ​ກຳປູ​ເຈຍ​ເພີ່ມ​ຂຶ້ນ​ຕື່ມ​ອີກ.

ຕາມ​ບົດ​ລາຍ​ງານ​ແຜນ​ພັດ​ທະ​ນາການທ່ອງທ່ຽວ​ໄລຍະ 5 ປີ​ຕໍ່ໜ້າ ທີ່​ກະຊວງ​ທ່ອງ​ທ່ຽວ​ກຳປູ​ເຈຍ​ເປີດ​ເຜີຍ​ໃຫ້​ຮູ້​ວ່າ, ເລີ່​ມ​ແຕ່​ປີ2018​ເປັນ​ຕົ້ນ​ໄປ ກຳປູ​ເຈຍ​ຫວັງຢາກ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວ​ກຳປູ​ເຈຍ​ໃຫ້​ໄດ້1​ລ້ານ3​ແສນ​ຄົນ​ຕໍ່​ປີ​.