ຜູ້​ບັນຊາ​ການກອງທັບ​ບົກ​ໄທ​ປະ​ຕິ​ເສດ​ຂ່າວ​ລື​ກ່ຽວ​ກັບ​ໄທ​ອາດ​ຈະ​ເກີດ​​ເຫດ​ການ​ກໍ່​ລັດ​ຖະ​ປະ​ຫານ

(GMT+08:00) 2013-08-06 11:45:34     cri
ວັນ​ທີ 5 ສິງຫາ​ນີ້, ທ່ນ​ປະ​ຢຸດ ຈັນ​ໂອຊາ ຜູ້​ບັນຊາ​ກາ​ນ ​ກອງທັບ​ບົກ​ໄທ​ກ່າວ​ວ່າ​, ຂ່າວ​ລື​ກ່ຽວ​ກັບ​ໄທ​ອາດ​ຈະ​ເກີດ​ເຫດ​ການ​ກໍ່​ລັດ​ຖະ​ປະ​ຫານ​ນັ້ນ​ແມ່ນ​ບໍ່​ມີ​ມູນ​ຄວາມ​ຈິງ​ແຕ່​ຢ່າງ​ໃດ​, ຜູ້​ທີ່​ປ່ອ​ຍຂ່າວ​ລື​ແມ່ນ​ມີ​ຈຸດປະສົງ​ເພື່ອ​ສ້າງ​ຄວາມຢ້ານ​ກົວ.

ທ່ານ​ປະ​ຢຸດ ຈັນ​ໂອຊາ​ເຕືອນ​ໃຫ້​ປະຊາຊົນ​ບໍ່​ຄວນ​ຫຼົງ​ເຊື່ອ​ຕໍ່ຂ່າວ​ລື​ເຫຼົ່າ​ນີ້,ທ່ານ​ກ່າວ​ວ່າ, ກອງທັບ​ຈະ​ສືບ​ຕໍ່​ຢືນ​ຢູ່​ຝ່າຍ​ທີ່​ເປັນ​ທຳ​ແລະ​ຢືນ​ຢູ່​ ​ຂ້າງ​ປະຊາຊົນ.

ຕໍ່​ມາ, ລັດຖະບານ​ໄທ​ໄດ້​ຕົກລົງ​ໃນ​ການ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ຄວາມ​ໝັ້ນຄົງ​ພາຍ​ໃນ​ລາ​ຊະ​ອານາຈັກ​ໄທ ຢູ່3​ເຂດຂອງ​ນະຄອນຫຼວງ​ບາງ​ກອກ​ແຕ່​ວັນ​ທີ 1ຫາ ວັນ​ທີ 10 ສິງຫາ​ນີ້ ຊຶ່ງ​ລວມທັງ​ການ​ປິດ​ເຂດ​ບໍລິ​ເວນ​ອ້ອມ​ແອ້ມ​ທຳນຽບລັດຖະບານ​ແລະຫໍລັດຖະສະພາ​ພ້ອມ​ດ້ວຍ​ຖະໜົນທີ່​ສຳຄັນ​ຈຳນວນ​ໜຶ່ງ, ​ແລະ​ຈະ​ໃຊ້​ມາດ​ຕະການ​ປ້ອງ​ກັນ​ແລະ​ລົງ​ໂທດ​ຕໍ່​ການ​ກະທຳ​ທຸກ​ຢ່າງ​ທີ່​ເປັນ​ໄພ​ອັນ​ຕະລາຍ​ຕໍ່​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ຢູ່​ໃນ 3 ​ເຂດ​ດັ່ງກ່າວ​ນີ້.

ໃນຫຼາຍ​ອາທິດ​ຜ່ານ​ມາ​ນີ້, ​ໃນທາງ​ອິນ​ເຕີ​ເນັດຢູ່​ປະ​ເທດ​ໄທ​ໄດ້​ມີ​ຂ່າວ​ລື​ກ່ຽວ​ກັບ​​ໄທ​ອາດ​ຈະ​ເກີດ​ເຫດ​ການ​ກໍ່ລັດຖະປະຫານ. ຊຶ່ງ​ຂ່າວ​ລື​ໄດ້​ເຮັດ​ໃຫ້​ປະຊາຊົນ​ສ່ວນ​ໜຶ່ງ​ເກີດ​ມີ​ຄວາມ​ຢ້ານ​ກົວ, ມີ​ຄົນ​ຈຳນວນ​ໜຶ່ງ​ເລີ່​ມ​ເກັບ​ມ້ຽມ​ແລະ​ສະ​ສົມ​ອາຫານ​ໄວ້​ເພື່ອ​ຮັບ​ມື​ກັບ​ສະພາບ​ວຸ້ນວາຍ​ທີ່​ອາດ​ຈະ​ເກີດ​ຂຶ້ນ.