ທ່ານ​ອະພິສິດ ​ເວດ​ຊາ​ຊີວະ ອະດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ຈະ​ຖືກ​ກ່າວ​ຟ້ອງ​ໃນ​ຂໍ້​ຫາ​ລອບ​ຄາດ​ຕະ​ກຳ

(GMT+08:00) 2013-08-07 11:41:42     cri
ກົມ​ສອບສວນ​ຄະດີ​ພິ​ເສດ​ກະຊວງ​ຍຸດຕິ​ທຳ​ໄທ​ປະກາດ​ໃນ​ວັນ​ທີ 6 ສິງຫາ​ນີ້​ວ່າ, ທ່ານ​ອະພິສິດ ​ເວດ​ຊາ​ຊີວະ ອະດີດ​ນາຍົກລັດຖະມົນຕີ ​ແລະ​ທ່ານ​ສຸ​ເທບ ​ເທືອ​ກສຸບັນ ອະດີດ​ຮອງ​ນາຍົກລັດຖະມົນຕີຖືກສົງ​ໃສ​ໃນ​ການ​ສັ່ງ​ໃຫ້​ກອງທັບ​ປາບ​ປາມ​ການ​ໂຮມ​ຊຸມ​ນຸມປະ​ທ້ວງ​ຂອງ​ປະຊາຊົນ​ໃນ​ໄລຍະ​​ເຫດການ​ໂຮມ​ຊຸມນຸມ​ປະ​ທ້ວງ​ລັດຖະບານ​ເມື່ອ​ປີ2010 ຊຶ່ງ​ເຮັດ​ໃຫ້ມີປະຊາຊົນ​ເສຍ​ຊີວິດ 6 ຄົນ. ກົມ​ສອບ​ສວນ​ຄະດີ​ພິ​ເສດ​ຈະ​ກ່າວ​ຟ້ອງສອງຄົນ​ດັ່ງກ່າວ​ນີ້​ໃນ​ຂໍ້​ຫາ​ລອບ​ຄາດ​ຕະກຳ.

ວັນ​ທີ 6 ສິງຫາ​ນີ້, ສານ​ອາຍາ​ເຂດ​ໃຕ້​ນະຄອນຫຼວງ​ບາງກອກ​ໄດ້ມີ​ຄຳ​ຕັດສິນ​ໂດຍ​ຢືນຢັນ​ວ່າ ຕອນ​ຄ່ຳ​ວັນ​ທີ 19 ພຶດສະພາ​ປີ2010, ປະຊາຊົນຜູ້​ບໍ່​ມີ​ອາວຸດ 6 ຄົນ​ຖືກ​ທະຫານ​ຍິງ​​ເສຍ​ຊີວິດ​ຢູ່​ນະຄອນຫຼວງ​ບາງກອກ.

ກ່ຽວ​ກັບ​ຄຳ​ຕັດສິນ​ດັ່ງກ່າວ​ຂອງ​ສານ​ອາຍາ, ​ເຈົ້າ​ໜ້າ​ທີ່​ຮັບຜິດຊອບ​ກົມ​ສອບ​ສວນ​ຄະດີ​ພິ​ເສດ​ກະຊວງ​ຍຸດຕິ​ທຳ​ໄທ​ກ່າວ​ວ່າ, ກົມ​ສອບ​ສວນ​ຄະດີ​ພິ​ເສດ​ຈະກ່າວ​ຟ້ອງ​ທ່ານ​ອະພິສິດ​ແລະ​ທ່ານ​ສຸ​ເທບ​ໃນ​ຂໍ້​ຫາ​ລອບ​ຄາດ​ຕະກຳ, ​ແຕ່​ຈະ​ບໍ່​ກ່າວ​ຟ້ອງ​ທະຫານ,​ເພາະວ່າ​ທະຫານ​ພຽງ​ແຕ່​ປະຕິບັດ​ຕາມ​ຄຳ​ສັ່ງ​ເທົ່າ​ນັ້ນ.

ທ່ານ​ອະພິສິດ​ແລະ​ທ່ານ​ສຸ​ເທບ​ລ້ວນ​ແຕ່​ໄດ້​ປະຕິ​ເສດ​ຂໍ້​ກ່າວ​ຫາ​ດັ່ງ​ກ່າວ​ນີ້.