ກຳ​ປັ່ນ​ຮຸ່ນ "Hamilton"ລຳ​ທີ​ສອງ​ທີ່​ຟີ​ລິບ​ປິນຊື້​ນຳ​ອາ​ເມ​ລິ​ກາ​ນັ້ນ​ໄດ້​ເດີນທາງ​ໄປ​ເຖິງ​ຟີ​ລິບ​ປິນ​ແລ້ວ

(GMT+08:00) 2013-08-07 11:50:38     cri
ວັນ​ທີ 6 ສິງຫາ​ນີ້, ກຳ​ປັນ​ລາດຕະ​ເວນ​ທີ່​ມີ​ຊື່ວ່າ "Ramon Alcaraz" ຂອງ​ກອງທັບ​ເຮືອ​ຟີ​ລິບ​ປິນ​ໄດ້​ເດີນທາງ​ໄປ​ເຖິງ​ທ່າ​ກຳ​ປັ່ນ​ຊູ​ບິ​ກ ທາງ​ພາກ​​ເໜືອ​ຂອງ​ຟີ​ລິບ​ປິນ​ແລ້ວ. ນີ້​ແມ່ນ​ກຳ​ປັ່ນ​ລາດຕະ​ເວນຮຸ່ນ "Hamilton" ລຳ​ທີ​ສອງ​ຂອງ​ກອງທັບ​ເຮືອ​ຟີ​ລິບປິນ.

ກຳ​ປັ່ນ"Ramon Alcaraz" ​ແຕ່​ເດີມ​ແມ່ນ​ກຳ​ປັ່ນ​ທີ່​ມີ​ຊື່ວ່າDallasຂອງ​ກອງ​ປ້ອງ​ກັນ​ຝັ່ງ​ທະ​ເລ​ອາ​ເມ​ລິ​ກາ,ຊຶ່ງ​ກຳ​ປັ່ນ​ລຳ​ນີ້ປະຕິບັດ​ໜ້າ​ທີ່​ມາ​ແຕ່​ປີ1967, ມີ​ຄວາມ​ຍາວທັງ​ໝົດ 115 ​ແມັດ, ຂະໜາດ3250​ໂຕ້ນ, ມີ​ເດີ່ນ​ບິນ​ທີ່​ສາມາດ​ເຮັດ​ໃຫ້​ຍົນ​ເຮ​ລິ​ກົບ​ແຕຂຶ້ນ​ລົງ​ໄດ້. ກອງທັບ​ເຮືອ​ຟີ​ລິບ​ປິນ​ໄດ້​ໃຊ້​ງົບປະມານ​ເຖິງ15​ລ້ານ​ໂດ​ລາ​ເພື່ອ​ດັດ​ແປງ​ກຳ​ປັ່ນ​ລຳ​ນີ້​ໂດຍ​ໄດ້​ຕິດ​ຕັ້ງ​ອຸປະກອນ​ຕ່າງໆ​ເຊັ່ນປືນ​ທີ່​ມີ​ອະນຸ​ພາບທຳລາຍ​ສູງ, ລະບົບ​ອາວຸດ​ປ້ອງ​ກັນ​ໄລຍະ​ສັ້ນPhalanxພ້ອມ​ດ້ວຍ​ປືນ​ກົນ​ໜັກ​ແລະ​ອື່ນໆ. ຕາມ​ແຜນການ, ກຳ​ປັ່ນ​ລຳ​ນີ້​ຈະ​ເລີ່​ມປະຕິບັດ​ໜ້າ​ທີ່ຮັບ​ໃຊ້​ກອງທັບ​ເຮືອ​ຟີ​ລິບ​ປິນ​ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ​ຕຸລາ​ປີ​ນີ້.

ປີ2011, ກອງທັບ​ເຮືອ​ຟີ​ລິບ​ປິນ​ເຄີຍ​ໄດ້​ຊື້​ກຳ​ປັ່ນ​ຮຸ່ນ"Hamilton"ທີ່​ມີ​ຊື່ວ່າ " ​ເດ​ວ ປີ​ລາ" ຈາກ​ອາ​ເມ​ລິ​ກາ​ເຊັ່ນ​ກັນ.