ໄຕ້​ຫວັນ​ຈີນ​ແລະຟີ​ລິບ​ປິນຕ່າງ​ໄດ້​ກ່າວ​ຟ້ອງ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ປ້ອງ​ກັນ​ຝັ່ງ​ທະ​ເລ​ຟີ​ລິບ​ປິນ​ໃນ​ຂໍ້​ຫາ​ຄາດ​ຕະກຳ

(GMT+08:00) 2013-08-08 14:56:07     cri
ວັນ​ທີ 7 ສິງຫາ​ນີ້, ອົງການ​ໄອ​ຍະ​ການ​ເມືອງ​ຜິ​ງຕົ່ງ​ໄຕ້​ຫວັນ​ຈີນ​ໄດ້​ກ່າວ​ຟ້ອງ​ເຈົ້າ​ໜ້າ​ທີ່​ລາດຕະ​ເວນທາງທະ​ເລ​ຟີ​ລິບ​ປິນ 8 ຄົນ​ທີ່​ໄດ້​ຍິງ​ກວາດ​ເຮືອ​ປະມົງ​ "ກວາງ​ຕ້າ​ຊິງ​ເລກທີ28"ຂອງ​ໄຕ້​ຫວັນ​​ໃນ​ຂໍ້​ຫາ​ຄາດ​ຄະ​ກຳ. ອົງການ​ປົກຄອງ​ໄຕ້​ຫວັນ​ກ່າວ​ວ່າ​ຈະ​ທວງ​ເອົາ​ຄວາມ​ຍຸດ​ຕິ​ທຳ​ມາ​ໃຫ້​ແກ່ຜູ້​​ຖືກ​ເຄາະ​ຮ້າຍທີ່​ເສຍ​ຊີວິດ​ພ້ອມ​ດ້ວຍ​ຄອບຄົວ.

ອົງການ​​ໄອ​ຍະ​ການ​ເມືອງ​ຜິ​ງຕົ່ງ​ໄຕ້​ຫວັນ​ຈີນ​ໄດ້​ຈັດ​ກອງ​ປະຊຸມ​ຂ່າວ​ໃນ​ວັນ​ທີ 7 ສິງຫາ​ນີ້​ໂດຍ​ປະກາດ​ການ​ກ່າວ​ຟ້ອງ​ເຈົ້າ​ໜ້າ​ທີ່​ລາດຕະ​ເວນທາງ​ທະ​ເລຟີ​ລິບ​ປິນ 8 ຄົນ​ໃນ​ຂໍ້​ຫາ​ຄາດຕະກຳ,​ແລະ​ໄດ້​ສາຍ​ວິ​ດີ​ໂອ​ທີ່​ຝ່າຍ​ຟີ​ລິບ​ປິນສະໜອງ​ໃຫ້​ຊຶ່ງ​ມີ​ເນື້ອ​ໃນ​ກ່ຽວ​ກັບ​ກຳ​ປັ່ນ​ຟີ​ລິບ​ປິນຂັບ​ໄລ່​ແລະ​ຍິງ​ກວາດ​ໃສ່​ເຮືອ​ປະມົງ"ກວາງ​ຕ້າ​ຊິງ​ເລກທີ28"ຂອງ​ໄຕ້​ຫວັນ​​. ວິ​ດີ​ໂອ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ​ເວ​ລາ​ເກີດ​ເຫດ,​ເຈົ້າ​ໜ້າ​ທີ່​ລາ​ດຕະ​ເວັນທາງ​ທະ​ເລ​ຟີ​ລິບ​ປິນບໍ່​ພຽງ​ແຕ່​ໄດ້​ຢູ່​​ໃນ​ທ່າ​ປະຕິບັດ​ໜ້າ​ທີ່​ສູ້​ຮົບ​ເທົ່າ​ນັ້ນ,​ແຕ່ຍັງ​ໄດ້​ຍິງ​ປືນ​ກົນ​ປືນ​ໃສ່​ເຮືອ​ປະມົງ"ກວາງ​ຕ້າ​ຊິງ​ເລກທີ28"​​ຈຳນວນ108 ນັດ. ໃນ​ເວລາ​ທີ່​ຫຼົບໜີ​ນັ້ນ​ກໍ່ບໍ່​ໄດ້​ຕຳກຳ​ປັ່ນຟີ​ລິບ​ປິນ​ແຕ່​ຢ່າງ​ໃດ.

ວັນ​ທີ 7 ສິງຫາ​ນີ້, ທ່ານ​ໂນ​ນາ​ທູ​ສ ​ໂຣຈາ​ສ ຫົວໜ້າ​ກົມ​ສອບ​ສວນ​ແຫ່ງ​ຊາດ​ຟີ​ລິບ​ປິນກ່າວ​ໃນ​ງານ​ຖະ​ແຫຼ​ງຂ່າວ​ວ່າ, ກ່ຽວ​ກັບ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ປ້ອງ​ກັນ​ຝັ່ງ​ທະ​ເລ​ຟີ​ລິບ​ປິນ8ຄົນ​ທີ່​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ຄະດີ​ຄາດ​ຄະ​ກຳທ່ານ​ຫົງ​ສື​ເສິງ ຊາວ​ປະມົງ​ໄຕ້​ຫວັນ​ໃຫ້​ເສຍ​ຊີວິດ​ໃນ​ວັນ​ທີ 9 ພຶດສະພາ​ຜ່ານ​ມາ​ນີ້, ກົມ​ສອບ​ສວນ​ແຫ່ງ​ຊາດ​ຟີ​ລິບ​ປິນ​ໄດ້ສະ​ເໜີ​ໃຫ້​ກ່າວ​ຟ້ອງ​ເຈົ້າ​ໜ້າ​ທີ່ 8ຄົນ ດັ່ງກ່າວ​ນີ້​ໃນ​ຂໍ້​ຫາ​ຄາດ​ຕະກຳ. ​ພ້ອມ​ດຽວ​ກັນ​ນັ້ນ, ທ່ານ​ຍັງ​ປະກາດ​ວ່າ, ​​ເນື່ອງ​ຈາກ​ວ່າ​ໄດ້ດັດ​​ແປງ​ຫຼັກ​ຖານ​ໃນ​ໄລຍະ​ສືບສວນ​ຄະດີ, ​ຜູ້​ບັນຊາ​ການ​ກ່ຳ​ປັ່ນ​ລາດຕະ​ເວນ​ພ້ອມ​ດ້ວຍ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ປ້ອງ​ກັນ​ຝັ່ງ​ທະ​ເລ​ຟີ​ລິບ​ປິ​ນອີກ 2ຄົນ ທີ່​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ຄະດີ​ຍັງ​ຈະ​ຖືກ​ກ່າວ​ຟ້ອງ​ໃນ​ຂໍ້​ຫາ​ໃຫ້ຫຼັກ​ຖານ​ປອມຕື່ມ​ອີກ.

ທ່ານ​ມາ​ອິງ​ຈິ​ວ ​ຜູ້ນຳ​ອົງການ​ປົກຄອງ​​ໄຕ້​ຫວັນ​ຈີນ​ກ່າວ​ວ່າ, ​ໄດ້​ເຖິງ​ເວລາ​ທີ່​ຈະ​ແກ້​ໄຂ​ຄະດີ​ແລ້ວ, ຕ້ອງ​ທວງ​ເອົາ​ຄວາມ​ຍຸດຕິ​ທຳ​ຄືນ. ພາກ​ສ່ວນ​ວຽກ​ງານ​ກົດໝາຍ​ຂອງ​ໄຕ້​ຫວັນ​ກໍ່​ຮຽກຮ້ອງ​ໃຫ້​ອົງການ​ຍຸດ​ທິທຳ​ຟີ​ລິບ​ປິນຈົ່ງ​ອີງ​ຕາມ​ຫຼັກ​ຖານ​ແລະ​ຄວາມ​ເປັນ​ຈິງ​ຂອງ​ຄະດີ​ໃນ​ການ​ຕັດ​ສິນ​ລົງ​ໂທດ​ຜູ້​ຕ້ອງ​ຫາ​ໃນ​ກໍລະນີ​ໜັກ​ເພື່ອ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ຍຸດຕິ​ທຳ​ແລະ​ຄວາມ​ເປັນ​ທຳ.