ເຫດການ​ນ້ຳມັນ​ດິບ​ຮົ່ວ​ໄຫຼ​ລົງທະ​ເລ​ຂອງ​ໄທ​ເຮັດ​ໃຫ້​ສິ່ງ​ທີ່​ມີ​ຊີວິດ​ໃນທະ​ເລ​ຕາຍ​ໄປ​ຈຳນວນ​ຫຼວງ​ຫຼາຍ

(GMT+08:00) 2013-08-09 12:33:47     cri
ຕາມ​ສື່​ມວນ​ຊົນ​ໄທ​ລາຍ​ງານ​ໃນ​ວັນ​ທີ 8 ສິງຫາ​ນີ້​ວ່າ​, ​ພາຍຫຼັງຫຼາຍ​ອົງການ​ຂອງ​ໄທ​ໄດ້​ສຳ​ຫຼວດກວດກາ​ເຂດ​ທະ​ເລ​ທີ່​ໃກ້​ສະຖານ​ທີ່​ເກີດ​ເຫດ​ນ້ຳມັນ​ດິບ​​ຮົ່ວ​ໄຫຼ​ໃນ​ເມື່ອ​ມໍ່ໆ​ມາ​ນີ້​ແລ້ວ​ພົບ​ວ່າ, ຫີນ​ປະ​ກາ​ລັງ​ທີ່​ຢູ່​ເຂດ​ທະ​ເລ​ຕື້ນ​ໃນ​ຂອບ​ເຂດ​ກວ້າງຂວາງ​ໄດ້​ຖືກ​ປົນ​ເປື້ອນຈາກ​ນ້ຳມັນ​ດິບ​ທີ່​ຮົ່ວ​ໄຫຼ​ລົງທະ​ເລ,ສິ່ງ​ທີ່​ມີ​ຊີວິດ​ໃນ​ທະ​ເລ​ໄດ້ຕາຍ​ໄປ​ແລ້ວ10%ຫາ20%.

ຕາມ​ບົດ​ລາຍ​ງານ​ສະບັບ​ໜຶ່ງ​ຂອງ​ກົມ​ຊັ​ບພະຍາກອນ​ທະ​ເລ​ແລະ​ຫີນ​ປະ​ກາ​ລັງ​ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ​ແລະ​ສິ່ງ​ແວດ​ລ້ອມ​ໄທ​ໃຫ້​ຮູ້​ວ່າ, ນ້ຳມັນ​ດິບ​ທີ່​ຮົ່ວ​ໄຫຼ​ລົງທະ​ເລ​ເມື່ອ​ໄຫຼ​ໄປ​ເຖິງ​ຝັ່ງ​ທາງ​ທິດຕາ​ເວັນ​ຕົກ​ຂອງ​ເກາະ​ສະ​ເມັດ​ແລ້ວ, ອົງການ​ດັ່ງກ່າວ​ໄດ້​ຮຽກ​ໂຮມ​ຊ່ຽວຊານ​ຕ່າງໆ​ປະກອບ​ສ້າງ​ຕັ້ງ​ໜ່ວຍ​ສຳ​ຫຼວດ​ແລ້ວ​ເດີນທາງ​ໄປ​​ກວດກາ​ສະພາບ​ຂອງ​ຫີນ​ປະ​ກາ​ລັງຈຳນວນ11​ແຫ່ງທີ່​ຢູ່​ເຂດ​ທະ​ເລ​ຕື້ນບໍລິ​ເວນ​ອ້ອມ​ແອ້ມ​ເກາະສະ​ເມັດ. ຕາມ​ຜົນ​ການ​ກວດກາ​ໃນ​ເບື້ອງ​ຕົ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ເຂດ​ທະ​ເລ​ຕື້ນ​ສ່ວນ​ໃຫຍ່​​ໄດ້​ຖືກ​ມົນ​ລະ​ພິດ​ຈາກ​ນ້ຳມັນ​ດິບ​ທີ່​ຮົ່ວ​ໄຫຼ​ແລ້ວ, ສິ່ງ​ທີ່​ມີ​ຊີວິດ​ໃນ​ທະ​ເລ​ຈຳນວນ10​%ຫາ20%​ໂດຍ​ສະ​ເພາະ​ແມ່ນ​ປູ​, ຫອຍ​ທະ​ເລ​ແລະ​ອື່ນໆ​ໄດ້ຕາຍ​ໄປ​ຈຳນວນ​ຫຼວງ​ຫຼາຍ. ຕາມ​ບົດ​ລາຍ​ງານ​ຂຽນ​ວ່າ, ພາຍ​ໃນ1​ປີ​ຕໍ່ໜ້າ​ນີ້, ໜ່ວຍ​ສຳ​ຫຼວດດັ່ງກ່າວ​ຍັງ​ຈະ​ເຝົ້າ​ຕິດຕາມ​ເຂດ​ທະ​ເລ​ນີ້​ຢ່າງ​ຕໍ່​ເນື່ອງ​ເພື່ອ​ວິ​​ເຄາະ​ຜົນ​ສະ​ທ້ອນ​ໄລຍະ​ກາງ​ແລະ​ຍາວ​ຂອງ​ເຫດການ​ນ້ຳມັນ​ດິບ​ຮົ່ວ​ໄຫຼ​ທີ່​ມີ​ຕໍ່​ລະບົບນິ​ເວດທາງທະ​ເລ.