ທ່ານ​​ໂອ​ບາ​ມາ​ແກ່ຍາວ​ເວລາ​ການ​ຫ້າມ​ຂົນ​ສົ່ງ​ເພັດ​ພອຍ​ມຽນມາ​ອອກ​ໄປ​ອີກ​ໂດຍ​ມີ​ຈຸດປະສົງ​ເພື່ອ​ຮັກ​ສາ​ແຮງ​ກົດ​ດັນ​ໃສ່​ມຽນ​ມາ

(GMT+08:00) 2013-08-09 12:51:09     cri
ເມື່ອ​ມໍ່ໆ​ມາ​ນີ້, ທ່ານ​ບາຣັກ​ໂອ​ບາ​ມາ ປະທານາ​ທິບໍດີ​ອາ​ເມ​ລິ​ກາໄດ້​ລົງ​ນາມ​ໃນ​ຄຳສັ່ງ​ສະບັບ​ໜຶ່ງ​ໂດຍ​ຍົກ​ເລີກ​ຄ່ຳ​ສັ່ງ​​ເກືອດ​ຫ້າມ​ການ​ຄ້າ​ຕໍ່​ມຽນມາ​ຕື່ມ​ອີກ. ​ແຕ່​ວ່າ​ຄຳ​ສັ່ງ​ສະບັບ​ນີ້​ບໍ່​ໄດ້ຍົກ​ເລີກ​ການ​ຫ້າມ​ຂົນ​ສົ່ງ​​ເພັດ​ພອຍ​ຕໍ່ມຽນມາຂອງ​ອາ​ເມ​ລິ​ກາ. ມາ​ຮອດ​ປະຈຸ​ບັນ, ລັດຖະບານ​ມຽນມາ​ຍັງ​ບໍ່​ທັນ​ມີທ່າ​ທີ​ໃດໆ​ຕໍ່​ຖະ​ແຫຼ​ງການ​ສະບັບ​ນີ້​ຂອງ​ອາ​ເມ​ລິ​ກາ​ເທື່ອ.

ປະລິມານພອຍ​ແດງ​ທີ່​ມຽນມາ​ຜະລິດ​ໄດ້​ກວມຍອດ​ປະລິມານ​ການ​ຜະລິດ​ຂອງ​ທົ່ວ​ໂລກ​ເຖິງ​ປະມານ90%, ການ​ຄ້າ​ສົ່ງ​ອອກ​ເພັດ​ພອຍ​ແລະ​ຢົກ​ໄດ້​ກວມອັດຕາ​ສ່ວນ​​ຫຼາຍ​ສົມຄວນ​ຂອງ​ການ​ຄ້າ​ຕໍ່​ຕ່າງປະ​ເທດ​ຂອງ​ມຽນມາ. ​ແຕ່​ວ່າ, ມີ​ອົງການ​ສິດທິ​ມະນຸດ​ກ່າວ​ວ່າ, ການ​ຄ້າ​ເພັດ​ພອຍ​ໄດ້​ສ້າງ​ແຫຼ່ງທຶນ​ໃຫ້​ແກ່​ກຸ່ມ​ປະກອບ​ອາວຸດຂອງ​ຊົນ​ເຜົ່າສ່ວນ​ໜ້ອຍ​ຊຶ່ງ​ໄດ້​ຊຸກ​ຍູ້​ການ​ປະ​ທະ​ກັນ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ມຽນ​ມາ​ໂດຍ​ສະ​ເພາະ​ແມ່ນ​ປະຊາຊົນ​ຊົນ​ເຜົ່າສ່ວນ​ໜ້ອຍ​ບໍ່​​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ​ຍ້ອນ​ການ​ຄ້າ​ເພັດ​ພອຍ.

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ລັດຖະບານ​ໂອ​ບາ​ມາ​ໄດ້​ຕັ້ງໜ້າ​ຊຸກ​ຍູ້​ການ​ພົວພັນ​ການ​ຄ້າ​ກັບ​ມຽນມາ, ​ໃນ​ໄລຍະ​ທ່ານ​ເທັນ​ເຊັນ ປະທານາທິບໍດີ​ມຽນມາ​ຢ້ຽມຢາມ​ອາ​ເມ​ລິ​ກາ​ເມື່ອ​ເດືອນ​ພຶດສະພາ​ປີ​ນີ້, ສອງ​ປະ​ເທດ​ໄດ້​ລົງ​ນາມ​ສັນຍາ​ຂອບ​ການ​ຄ້າ​ແລະ​ການ​ລົງທຶນ​ຢູ່​ນະຄອນຫຼວງ​ວໍ​ຊິງ​ຕັນ​ຂອງ​ອາເມລິກາ. ​ແຕ່​ວ່າ, ​ສຽງ​ສ່ວນ​ຫຼາຍ​ໃນ​ລັດຖະບານ​ຕະຫຼອດ​ຮອດ​ລັດຖະສະພາ​ອາ​ເມ​ລິ​ກາ, ໄດ້​ຖື​ທ່າ​ທີ​ຄ່ອຍ​ຕິດຕາມ​ເບິ່ງ​ແລະ​ບໍ່​ມີ​ຄວາມໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ການ​ປະຕິ​ຮູບ​ຂອງ​ມຽນມາ, ດ້ວຍ​ເຫດ​ນີ້​ເທື່ອ,ມັນ​ບໍ່​ອາດ​ເປັນ​ໄປ​ໄດ້​ທີ່ລັດຖະບານ​ໂອບ​າມາຈະ​ຍົກ​ເລີກ​ການ​​ເກືອດ​ຫ້າມ​ການ​ຄ້າ​ຕໍ່​ມຽນມາ​ຢ່າງຮອບດ້ານ, ​ເຮັດ​ແນວ​ນີ້​ກໍ່​ແມ່ນ​ເພື່ອ​ຮັກສາ ​ແຮງ​ກົດ​ດັນ​ຕໍ່​ລັດຖະບານ​ມຽນມາຢູ່.