ພັກ​ເພື່ອ​ໄທ​ຮຽກຮ້ອງພັກ​ປະຊາທິປັດຈົ່ງ​ເຂົ້າ​ຮ່ວມ​ການ​ສົນທະນາ​ຂອງສະພາ​ປະຕິ​ຮູບ​ການ​ເມືອງ

(GMT+08:00) 2013-08-12 17:15:15     cri
ເມື່ອ​ມໍ່ໆ​ມາ​ນີ້, ພັກ​ເພື່ອ​ໄທ​ຊຶ່ງ​ເປັນ​ພັກ​​ໃຫຍ່​ທີ່​ກຳ​ອຳນາດ​ຂອງ​ໄທ​ໄດ້​ຮຽກຮ້ອງ​ໃຫ້​ພັກ​ປະຊາທິປັດທີ່​ເປັນ​ພັກ​ຝ່າຍ​ຄ້ານ​ຈົ່ງ​ປະ​ຖິ້ມ​ຫຼັກ​ໝັ້ນ​ທີ່​ເປັນ​ປໍ​ລະ​ປັກ​ກັນ, ​ແລະ​ເຂົ້າ​ຮ່ວມ​ການ​ສົນທະນຣາຂອງສະພາປະຕິ​ຮູບ​ການ​ເມືອງ​ທີ່​ນຳພາ​​ໂດຍ​ພັກ​ຮ່ວມ​ລັດຖະບານ,​ເພື່ອ​ປູ​ທາງ​ໃຫ້​ແກ່​ການ​ບັນລຸ​ຄວາມ​ປອງ​ດອງ​ຊາດ.

ກ່ອນ​ໜ້າ​ນີ້, ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ ນາຍົກລັດຖະມົນຕີ​ໄທ​ກໍ່​ໄດ້​ຮຽກຮ້ອງ​ໃຫ້​ພັກ​ປະຊ​າທິປັດ​ຈົ່ງ​ປ່ຽນ​ແປງ​ຫຼັກ​ໝັ້ນ​ທີ່​ເປັນ​ປໍ​ລະ​ປັກ, ​ປຶກສາ​ຫາລື​ຮ່ວມ​ກັນ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ດ້ານ​ການ​ເມືອງ,ຊອກ​ຫາ​ຊ່ອງ​ທາງ​ບັນລຸ​ຄວາມ​ປອງ​ດອງ​ຊາດ​ທີ່​ທຸກ​ຝ່າຍ​ລ້ວນ​ແຕ່​ຮັບ​ເອົາ​ໄດ້.

ແຕ່​ວ່າ, ທ່ານ​ອະພິສິດ ​ເວດ​ຊາ​ຊີວະ ຜູ້ນຳ​ພັກ​ປະຊາທິປັດ​ກ່າວ​ວ່າ, ພັກ​ປະຊາທິປັດຈະ​ບໍ່​ເຂົ້າ​ຮ່ວມ​ການ​ສົນທະນາ​ຂອງ​ສະພາປະຕິ​ຮູບ​ການ​ເມືອງ, ​ແລະ​ຍຶດໝັ້ນ​ໃນ​ການ​ຄັດຄ້ານກໍລະນີລັດຖະສະພາ​ພິຈາລະນາ​ຮ່າງ​ພະ​ລາຊະ​ບັນຍັດ​ນິລະ​ໂທດກຳ, ​ແລະ​ກ່າວ​ວ່າ, ພະລາຊະ​ບັນຍັດ​ດັ່ງກ່າວ​​ເຊິ່ງພັກ​ເພື່ອ​ໄທ​ສະ​ເໜີ​ອອກ​ໃນ​ເມື່ອ​ມໍ່​ໆ​ມາ​ນີ້,​ເວົ້າ​ໃນ​ດ້ານ​ທາດ​ແທ້​ແລ້ວ​ແມ່ນ​ບັນຍັດ​ສະບັບ​ໜຶ່ງ​ທີ່​ຈະ​ພາ​ໃຫ້​ສັງຄົມ​ແຕກ​ແຍກ​ໄປ. ທ່ານ​ອະພິສິດ​ກ່າວ​ວ່າ, ທ່ານ​ພິ​ໄຊ ລັດ​ຕະກຸນ​ຈະ​ເຂົ້າ​ຮ່ວມ​ການ​ສົນທະນາ​ຂອງສະພາ​ປະຕິ​ຮູບ​ການ​ເມືອງ​ທີ່​ຈະ​ຈັດ​ຂຶ້ນ​ໃນ​​ເດືອນ​ກັນຍາ​ໜ້າ​ນີ້​ໃນ​ຖານະ​ເປັນ ອະດີດ​ປະທານ​ພັກ​ປະຊາທິປັດ, ​ແຕ່​ບໍ່​ແມ່ນ​ໃນ​ຖານະ​ເປັນ​ອະດີດ​ປະທານ​ລັດຖະສະພາ, ນີ້​ແມ່ນ​ສິດ​ສ່ວນ​ຕົວ​ຂອງ​ທ່ານເອງ.