ພະ​ມະຫາກະສັດແລະ​ພະ​ລາຊະ​ຊົນນີ​ກຳປູ​ເຈຍ​​ສະ​ເດັດໄປ​ເຖິງ​ນະຄອນຫຼວງ​ປັກ​ກິ່ງ​ເພື່ອ​ກວດກາ​ສຸຂະພາບ

(GMT+08:00) 2013-08-12 18:47:02     cri

ວັນທີ 12 ສິງຫານີ້, ທ່ານຮຸນແຊນ (ຊ້າຍ) ສົ່ງພະມະຫາກະສັດກຳປູເຈຍທີ່ຈະອອກເດີນທາງຢູ່ສະໜາມບິນ

ພະ​ບາດສົມ​ເດັດ​ໂນ​ໂຣດົມ ສີ​ຫະ​ໂມ​ນີ ພະ ​ມະຫາກະສັດ​ແຫ່ງ​ລາຊະ​ອານາຈັກ​ກຳປູ​ເຈຍ​ແລະ​ພະ​ລາຊະ​ຊົນນີ​ໂນ​ໂຣດົມ ມູນີນຽດ ສີ​ຫະນຸ ​ໄດ້ສະ​ເດັດ​ໄປ​ເຖິງນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ​ດ້ວຍ​ຍົນ​ພິ​ເສດ​ໃນ​ວັນ​ທີ 12 ສິງຫາ​ນີ້ ​ເພື່ອ ​ກວດກາ​ສຸຂະ​ພາບ​ຕາມ​ປົກກະຕິ.

ວັນທີ 12 ສິງຫານີ້, ທ່ານຮຸນແຊນພ້ອມພັນລະຍາສົ່ງພະລາຊະຊົນນີໂນໂຣດົມ ມູນີນຽດ ສີຫານຸທີ່ຈະອອກເດີນທາງຢູ່ສະໜາມບິນ

ມື້​ດຽວ​ກັນທີ່ພະມະຫາ​ກະສັດສີ​ຫະ​ໂມ​ນີ​ແລະ​ພະ​ລາຊະ​ຊົນນີ​ໂນ​​ໂຣດົມ ມູນີນຽດ ສີຫະ​ນຸ​ສະ​ເດັດໄປນະຄອນຫຼວງ​ປັກ​ກິ່ງ, ທ່ານ​​ເຮັງ​ຊຳ​ລິນ ປະທານ​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ, ທ່ານ​ຮຸນ​ແຊນ ນາຍົກລັດຖະມົນຕີກຳປູ​ເຈຍ​ພ້ອມພັນ​ລະ​ຍາ, ທ່ານ​ນາງ​ປູ​ເຈ້ຍ​ໂກວ ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະຈຳ​ກຳປູ​ເຈຍ​ແລະ​ທ່ານ​ອື່ນໆ​ໄດ້​ເດີນ​ທາງ​ໄປ​ສົ່ງ​ຢູ່​ສະ​ໜາມ​ບິນ.