ຊ່ຽວຊານດ້ານ​ເສດຖະກິດ​ຂອງ​ກຸ່ມ​ທະນາຄານ​ສວິສ​ເຫັນ​ວ່າ, ຢູ່​ເບື້ອງ​ຫຼັງ​ຂອງ​ເສດ​ຖະ​ກິດ​ຈີນ​ເຕີບ​ໂຕ​ຊ້າ​ລົງນັ້ນ​ແມ່ນ​ການ​ຫັນປ່ຽນຮູບ​ການ​ພັດທະນາ​ຢ່າງ​ມີ​ຄວາມ​ໝາຍ​ເລິກ​​ເຊິ່ງຍາວ​ໄກ

(GMT+08:00) 2013-08-13 16:47:46     cri
ໜັງສືພິມ​ເຢິນມິນ​ຢື້​ປ້າວ​ຂອງ​ຈີນ​ສະບັບ​ວັນ​ທີ 13 ສິງຫາ​ນີ້​ໄດ້​ລົງ​ພິມ​ບົດ​ຄວາມ​ຂອງ​ທ່ານ​ຈອດ​ຈ໌ ມັກ​ນັສ ທີ່​ປຶກສາ​ດ້ານເສດຖະກິດ​ອິດສະຫຼະລະດັບ​ສູງ​ຂອງ​ກຸ່ມ​ທະນາຄານ​ສວິສປະຈຳ​ລອນ​ດອນ​ໂດຍ​ຂຽນ​ວ່າ, ຢູ່​ເບື້ອງ​ຫຼັງ​ທີ່​ເສດຖະກິດ​ຈີນ​ເຕີບ​ໂຕ​ຊ້າ​ລົງ​ນັ້ນ​ແມ່ນ​ການ​ຫັນປ່ຽນ​ຮູບ​ການ​ພັດທະນາ​ຢ່າງ​ມີ​ຄວາມ​ໝາຍ​ເລິ​ກ​ເຊິ່ງຍາວ​ໄກ, ຄືຫັນ​ໄປ​ສູ່ການ​ເຕີບ​ໂຕ​ຢ່າງດຸນ​ດ່ຽງ, ນີ້​ຈະ​ເພີ່ມ​ພະລັງ​ແຮງ​ຊຸກ​ຍູ້​ໃຫ້​ເສດຖະກິດ​ຈີນ​ເຕີບ​ໂຕ​ຂຶ້ນ​ແລະ​​ເຮັດ​ໃຫ້​ເສດຖະກິດ​ທົ່ວ​ໂລກ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດນຳ.

ບົດ​ຄວາມ​ຂອງທ່ານ​ມັກ​ນັສ​ໄດ້​ຂຽນ​ວ່າ, ພາຍຫຼັງ​ໄດ້​ເຕີບ​​ໃຫຍ່​ຂະຫຍາຍຕົວ​ຢ່າງ​ວ່ອງ​ໄວ​ໃນ​ລະດັບ​ຫຼາຍ​ກວ່າ10%​ເປັນ​ເວລາ​ຫຼາຍ​ປີຜ່ານມາ​ແລ້ວ, ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ​ຈີນ​ໄດ້​ຊ້າ​ລົງ​ມັນ​ບໍ່​ແມ່ນ​ເລື່ອງ​ທີ່​ບໍ່​ດີ​ແຕ່​ຢ່າງ​ໃດ, ຄວາມ​ຈິງ​ແລ້ວ, ນີ້​ໄດ້​ເຮັດ​ໃຫ້​ເສດຖະກິດ​​ໄດ້​ມີ​ການພັດທະນາ​​ຢ່າງ​ມີ​ຄວາມ​ຍືນ​ຍົງ​ຫຼາຍ​ກວ່າ, ​ແລະ​ເຮັດ​ໃຫ້ຄວາມ​ຕ້ອງການ​ລວມ​ເຕີບ​ໂຕ​ຢ່າງ​ໜັກ​ແໜ້ນ​ກວ່າ​ເກົ່າ. ນີ້​ບໍ່​ພຽງ​ແຕ່​ເຮັດ​ໃຫ້​ຈີນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ເທົ່າ​ນັ້ນ, ​ແລະ​ຍັງ​ຈະ​ເຮັດ​ໃຫ້​ທົ່ວ​ໂລກ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດນຳ​ອີກ, ​ເພາະວ່າ ຄວາມ​ຕ້ອງການ​ດ້ານ​ການ​ນຳ​ເຂົ້າ​ສິນຄ້າ​ຂອງ​ຈີນ​ຈະ​ເພີ່ມ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ, ສະພາບ​ໃໝ່​ແຫ່ງ​ການ​ນຳ​ເຂົ້າ​ສິນຄ້າ​ແລະ​ການ​ບໍລິການ​ທີ່​ຊຸກ​ຍູ້​ຈາກ​ຄວາມ​ຕ້ອງການ​ໃນ​ຂົງ​ເຂດ​ບໍລິ​ໂພກ​ທີ່​ມີ​ຄວາມ​ສຳຄັນ​ຫຼາຍ​ກວ່າ​ເກົ່າ​ນັ້ນ​ກຳລັງ​ຈໍ່​ຕົວ​ຂຶ້ນ​ຢູ່​ຈີນ.