ທ່ານສີ​ຈີ້​ນຜິ​ງ​ໄດ້​ພົບ​ປະ​ກັບ​ຄະ​ນະ​​ແລະ​ບຸກ​ຄົນ​ດີ​ເດັ່ນ​ຂອງ​ຈີນ​ໃນ​ການ​ຊ່ວຍ​ເຫຼືອ​ຕ່າງ​ປະ​ເທດ​ດ້ານ​ສາ​ທາ​ລະ​ນະ​ສຸກ

(GMT+08:00) 2013-08-16 19:30:13     cri

ຕອນເຊົ້າວັນທີ16ສິງຫານນີ້,ຢູ່ຫໍສະພາປະຊາຊົນ​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ, ທ່ານ​ສີ​ຈີ້ນ​ຜິງ,ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ,ປະ​ທານ​ປະ​ເທດ,ປະ​ທານ​ຄະ​ນະ​ກໍາ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ພົບ​ປະ​ກັບ​ຄະ​ນະ​ແລະ​ບຸກ​ຄົນ​ດີ​ເດັ່ນ​ໃນ​ວຽກ​ງານ​ຊ່ວຍ​ເຫລືອ​ຕ່າງ​ປະ​ເທດ​ດ້ານ​ສາ​ທາ​ລະ​ນະ​ສຸກ,​ທ່ານສີ​ຈີ້​ນຜິ​ງ​ໄດ້​ຕາງ​ໜ້າ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ແລ​ະ​ລັດ​ຖະ​ບານ​ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ສຸດ​ອົກ​ສຸດ​ໃຈ​ຕໍ່​ເຂົາ​ເຈົ້າ, ທັງ​ໄດ້ສະ​ແດ​ງຄວາ​ມຢື້​ຢາ​​ມ​ຖາມ​ຂ່າວຢ່າງ​ຈິງ​ໃຈ​ຕໍ່ສະຫາຍ​ທີ່​ເຄີ​ຍ​ແລ​ະ​ກໍາລັງ​ປະ​ຕິ​ບັດ​ໜ້າ​ທີ່​ຊ່ວຍ​ເຫລືອ​ດ້ານ​ສາ​ທາ​ລະ​ນະ​ສຸກ​ຢູ່​ຕ່າງ​ປະ​ເທດ.

ທ່ານສີ​ຈີ້​ນຜິ​ງ​ຊີ້​ອອກ​ວ່າ,​ໃນ​ເວລາ​ຜ່ານ​​ມາ,ສະມາຊິກ​ຂອງໜ່ວຍ​ງານຊ່ວຍ​ເຫຼືອ​ຕ່າງປະ​ເທດ​ດ້ານ​ສາ​ທາ​ລະ​ນະ​ສຸກ​ໄດ້​ອໍາ​ນວຍ​ການ​ບໍລິການ​ໃຫ້​ແກ່​ປະ​ຊາ​ຊົນ​ຂອງ​ປະ​ເທດ​ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຢ່າງ​ສຸດ​ອົກ​ສຸດ​ໃຈ​ດ້ວຍ​ເຕັກ​ນິກ​ປິ່ນ​ປົວ​ອັນ​ດີ​ເດັ່ນ​ແລະ​ຈັນ​ຍາ​ບັນ​ທາງ​ການ​ແພດ​ອັນ​ສູງ​ສົ່ງ ​ເຊິ່ງ​ໄດ້​ຊຸກຍູ້​ການ​ພັດ​ທະ​ນາ ​ວຽກ​ງານ​ສາ​ທາ​ລະ​ນະ​ສຸກ​ຂອງ​ປະ​ເທດ​ທີ່​​ໄດ້ຮັບ​ການ​ຊ່ວຍ​ເຫລື​ອ​ແລ​ະຍົກ​ສູງ​ລະດັບ​ສຸຂະພາບ​ຂອງ​ປະ​ຊາ​ຊົນ​ຂອງ​ປະ​ເທດ​ເຫຼົ່າ​ນັ້ນ.

ທ່ານສີ​ຈີ້​ນຜິ​ງ​ກ່າວ​ເນັ້ນ​ວ່າ,ວຽກ​ງານ​ຊ່ວຍ​ເຫລືອຕ່າງປະ​ເທດ​ທາງ​ດ້ານ​ສາທາລະນະ​ສຸກ​ເປັນ​ເນື້ອ​ໃນ ​ສໍາຄັນ​ຂອງ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ.​ອົງການ​​ແລະ​ທ້ອງ​ຖິ່ນ​ທີ່​ກ່ຽວຂ້ອງ​ຕ້ອງ​​ເພີ່ມທະວີ​ການ​ນໍາພາ​​ແລະ​ການ​ຈັດຕັ້ງ​ປະ​ຕິ​ບັດ,​ປັບ​ປຸງ​ນະ​ໂຍບາຍ​ທີ່​ກ່ຽວຂ້ອງ​,​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ແລະ​ບັນ​ຫາ​ໃນ​ວຽກ​ງານ​ຊ່ວຍ​ເຫລືອ​ຕ່າງ​ປະ​ເທດ​ດ້ານ​ສາ​ທາ​ລະ​ນະ​ສຸກ​ຢ່າງ​ແທ້​ຈິງ,​ສ້າງ​ສະຖານະ​ການ​ໃໝ່​ຂອງ​ວຽກ​ງານ​ຊ່ວຍ​ເຫລືອ​ຕ່າງ​ປະ​ເທດ​ທາງ​ດ້ານ​ສາ​ທາ​ລະ​ນະ​ສຸກ.