ທ່ານ​ຟຼາດີ​ມີ ປູ​ຕິນ ປະທານາທິບໍດີຣັດ​ເຊຍ​ຕ້ອນ​ຮັບ​ການ​ເຂົ້າ​ພົບ​ທ່ານ​ຢາງ​ເຈຍ​ຊີ

(GMT+08:00) 2013-08-17 15:39:25     cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ16 ສິງຫາ​ນີ້, ທ່ານ​ປູ​ຕິນ ປະທານາທິບໍດີຣັດ​ເຊຍ​ໄດ້​ຕ້ອນຮັບ​ການ​ເຂົ້າ​ພົບ​ຂອງທ່ານ​ຢາ​ງ​ເຈຍ​ຊີ ທີ່​​ເປິກສາ​ແຫ່ງ​ລັດ​ຈີນ​ຢູ່​ໂຊ​ຈີ.

ທ່ານ​ປູ​ຕິນກ່າວ​ວ່າ, ຂ້າພະ​ເຈົ້າ​​ກັບ​ທ່ານ​ປະທານ​ຊີ​ຈີ້​ນພິງໄດ້​ຕົກລົງ​ກັນຢ່າງ​ເປັນ​ເອກະສັນ​ກັນ, ຈະ​ອອກ​ແຮງ​ສຸດ​ຂີດຊຸກ​ຍູ້​ການ​ພົວພັນ​ລະຫວ່າງຣັດ​ເຊ​ຍກັບ​ຈີນຂຶ້ນ​ສູ່​ລະດັບ​ສູງ​ກວ່າ​ເກົ່າ. ຝ່າຍຣັດ​ເຊຍ​ມີ​ຄວາມ​ປະ​ຖາ​ໜາ​ແລະ​ຄວາມ​ໝັ້ນ​ໃຈ​ພ້ອມ​ກັບ​ຝ່າຍ​ຈີນ, ຈັດ​ຕັ້ງ​ປະຕິບັດ​​ແຜນການ​ຂະ​ຫຍາ​ຍ​ການ​ພົວພັນ​ສອງ​ປະ​ເທດ​ຢ່າງຮອບດ້ານ, ຮັກສາ​​ໃຫ້​ຜູ້ນຳ​ຂັ້ນສູງ​ໄປມາຫາສູ່​ກັນ​ຢ່າງ​ສະໜິດ​ແໜ້ນ, ລົງ​ເລິກ​ການ​ຮ່ວມ​ມື​​​ທີ່​ຕິດ​ແທດ​ຕົວ​ຈິງ, ​ເພີ່ມ​ທະວີ​ການ​ສື່ສານແລະ​ປະສານ​ງານໃນ​ວຽກ​ງານ​ສາກົນ, ຮ່ວມ​ກັນຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ໂລກ​ແລະ​ພາກ​ພື້ນ.

ທ່ານ​ຢາງ​ເຈຍ​ຊີ​ກ່າວ​ວ່າ, ​ເດືອນ​ມີນາປີ​ນີ້, ທ່ານ​ປະທານ​ຊີ​ຈີ້​ນພິງໄດ້​ຢ້ຽມຢາມຣັດ​ເຊຍທາງ​ລັດຖະກິດ​ຢ່າງ​ສຳ​ເລັດ​ຜົນ, ​ໄດ້​ຮ່ວມ​ກັນ​ກັບ​ທ່ານ​ປະທານາທິບໍດີ​ປູ​ຕິນວາງ​ທິດ​ການ​ຂະ​ຫຍາ​ຍຕົວ​ຂອງໃຫຍ່ທີ່​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​, ການ​ພົວພັນ​ລະຫວ່າງ​ຈີນຣັດ​ເຊຍ​ສື​ບຕໍ່​ຂະຫຍາຍຕົວ​ຢ່າງຮອບດ້ານ. ຝ່າຍ​ຈີນ​ເອົາ​ໃຈ​ໃສ່​​ໃນ​ລະດັບ​ສູງ​ນຳທ່ານ​ປະທານ​ຊີ​ຈີ້​ນພິງເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​G20 ທີ່ ເຊັນ ປີ​ເຕີ​ເປີກ​ແລະຈະ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານາທິບໍດີ​ຟູ​ຕິນ, ​ເຊື່ອ​ວ່າ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ປະມຸກ​ລັດ​ທັງ​ສອງ​ປະ​ເທດ, ກາ​ນພົວພັນ​ໝູ່ຄູ່​ປະສານ​ງານຍຸດ​ທະ​ສາດ​ຮອບດ້ານ​ຈີນຣັດ​ເຊຍ​ຍ່ອມ​ຈະ​ຂະຫຍາຍຕົວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.