ທ່ານ​ລິວ​ຈ້ຽນຊ່າວ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ອິນ​ໂດ​ເນ​ເຊຍ​ອວຍພອນວັນ​ເອກະລາດ​ອິ​ໂດ​ເນ​ເຊຍ​ຄົບຮອບ 68ປີ

(GMT+08:00) 2013-08-18 15:12:55     cri

ວັນ​ທີ17 ສິງຫາ​ນີ້, ທ່ານລິວ​ຈ້ຽນຊ່າວ ​ເອກ​ອັກຄະ​ລັດ​ຖະທູດ​ຈີນ​ປະຈຳ​ອິນ​ໂດ​ເນ​ເຊຍ​ສະ​ແດງ​ຄວາມອວຍພອນ​ຢ່າງ​ສຸດ​ອົກ​ສຸດ​ໃຈ​ຕໍ່​ສາທາລະນະ​ລັດ​ອິນ​ໂດ​ເນ​ເຊຍ​ປະກາດເປັນ​ເອກະລາດ​ຄົບຮອບ 68 ປີ​ໂດຍ​ຜ່ານ​ໂທລະພາບ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ.

ໃນ​ເວລາ​ໃຫ້​ສຳ​ພາບ​ຕໍ່​ໂທລະພາບ​ແຫ່ງ​ຊາດ​ອິ​​ນໂດ​ເນ​ເຊຍ, ທ່ານ​ລິວ​ຈ້ຽນຊ່າວ​ກ່າວ​ວ່າ, ວັນ​ທີ17 ສິງຫາ​ປີ 1945, ປະຊາຊົນ​ອິນ​ໂດ​ເນ​ເຊຍ​ໄດ້​​ເປັນເອກະ​ລາດ. ​ໃນ 68ປີ​ທີ່​ຜ່ານ​ມາ, ອິນ​ໂດ​ເນ​ເຊຍ​ໄດ້​ຮັບ​ຜົນສຳ​ເລັດ​ການ​ສ້າງສາ​ອັນ​ຍິ່ງ​ໃຫຍ່, ​ໂດຍ​ສະ​ເພາະ​ແມ່ນ​ພາຍຫຼັງ​ປ່ຽນ​ແບບ​ໃນ​ປີ 1998, ສັງຄົມ​ສະຫງົບ​ດີ, ຊົນ​​ເຜົ່າ​ປອງ​ດອງ​ກັນ, ​ເສດຖະກິດ​ພັດທະນາ, ປະຊາຊົນ​ມີ​ຄວາມສຸກ, ຖານະ​ແລະ​ບົດບາດ​ໃນ​ວຽກ​ງານ​ພາກ​ພື້ນ​ແລະ​ສາກົນ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ເດັ່ນ​ຊັດ.

ທ່ານ​ລິວ​ຈ້ຽນຊ່າວ​ກ່າວ​ວ່າ, ປະຊາກອນ​ຂອງ​ຈີນ​ກັບ​ອິນ​ໂດ​ເນ​ເຊຍລວມ​ໃສ່​ກັນ​ແລ້ວ​ມີ 1 ຕື້ 600 ລ້ານຄົນ, ກວມ​ປະມານ 25% ຂອງ​ທົ່ວ​ໂລກ. ປະຊາຊົນ​ສອງ​ຊາດ​ຄວາມ​ຝັນ​ຮ່ວມ​ກັນ, ກໍ່​ແມ່ນ​ສະ​ແຫວ​ງຫາ​ຊີວິດທີ່​ມີ​ຄວາມສຸກ​ດີງາມ. ປະຊາຊົນ​ຈີນ​ຍິນ​ດີ​ບັນລຸ​ຄວາມ​ຝັນ​ຮ່ວມ​ກັບ​ປະຊາຊົນ​ອິນ​ໂດ​ເນ​ເຊຍ. ອວຍພອນ​ຈີນ​ກັບ​ອິນ​ໂດ​ເນ​ເຊຍ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ມັ່ງ​ຄັ່ງ​​ເຂັ້ມ​ແຂງ​ກວ່າ​ເກົ່າ. ອວຍພອນ​​ໃຫ້​ມິດຕະພາບ​ລະຫວ່າງ​ປະຊາຊົນ​ຈີນ​ແລະ​ອິນ​​ໂດ​ເນ​ເຊຍຈົ່ງ​ຊົ່ວ​ກາລະ​ນານ.