ເຂດ​ຜະລິດ​ທັນ​ຍາ​ຫານ​ຢູ່ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ​ຖືກ​ຝົນຕົກ​ໜັກ​​ເປັນ​ໄພ​ອັນຮ້າຍ​ແຮງ

(GMT+08:00) 2013-08-18 15:06:18     cri
ຕາມ​ຂ່າວສານ​ຊິນ​ຮວາ, ​ໃນ​ຫຼາຍ​ມື້​ມໍ່ໆ​ມາ​ນີ້, ​ເຂດ​ຜະລິດ​ທັນ​ຍາ​ຫານ​ຢູ່​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ​ຖືກ​ຝົນຕົກ​ໜັກ​ເປັນ​ໄພ​ອັນຮ້າຍ​ແຮງ​, ​ເນື້ອ​ທີ່​ປູກຝັງ​ທີ່​ປະສົບ​ໄພ​ມີ​ເຖິງ2​ລ້ານ5​ແສນ​ເຮັກຕາ. ຄາດ​ວ່າ​ໃນ​ຫຼາຍ​ມື້​ຂ້າງ​ໜ້າ, ຍັງ​ຈະມີ​ຝົນຕົກ​ຕໍ່​ໄປ, ​ລະດັບ​ນ້ຳ​ໃນແມ່​ນ້ຳ​ເນິ້ນຈ່ຽງ, ​ແມ່​ນ້ຳ​ຊົ່ງຮວາ​ຈ່ຽງ​ແລະ​ແມ່​ນ້ຳ​ໄຮ​ຫຼົງ​ຈ່ຽງຍັງອາດ​ຈະ​ສູງ​ຂຶ້ນ​ອີກ.

ປະຈຸ​ບັນ, ແມ່​ນ້ຳ​ເນິ້ນຈ່ຽງ, ​ແມ່​ນ້ຳ​ຊົ່ງຮວາ​ຈ່ຽງ​ແລະ​ແມ່​ນ້ຳ​ໄຮ​ຫຼົງ​ຈ່ຽງລ້ວນ​ແຕ່​ປະກົດ​ມີ​ລະດັບ​ນ້ຳ​ທີ່​ລື່ນ​ກາຍ​ລະດັບ​ນ້ຳ​ເຕືອນ​ໄພ, ​ເປັນ​ສະພາບ​ທີ່​ມີ​ໜ້ອຍ​ໃນ​ປະຫວັດ​ສາດ. ຕາມ​ສະຖິຕິ, ມາ​ຮອດ​ວັນ​ທີ14​ສິງຫາ​ນີ້, 3​ເຂດ​ແຂວງ ​ຄື ​ແຂວງ​ໄຮ​ຫຼົງ​ຈ່ຽງ, ​ແຂວງ​ຈີ​ລິນ​ແລະ​ເຂດ​ມົງ​ໂກ​ໃນ, ມີ​ປະຊາກອນ3​ລ້ານ6​ແສນ3​ໝື່ນ​ຄົນ​ປະສົບ​ໄພ, ​ເນື້ອ​ທີ່​ປູກຝັງ​ທີ່​ປະສົບ​ໄພ​ມີ​ເຖິງ2​ລ້ານ5​ແສນ​ເຮັກຕາ.

​ແຂວງ​ໄຮ​ຫຼົງ​ຈ່ຽງ, ​ແຂວງ​ຈີ​ລິນ​ແລະ​ແຂວງ​ຫຼຽວ​ໜິງ​ເປັນ​ເຂດ​ຜະລິດ​ທັນ​ຍາ​ຫານ​ທີ່ສຳຄັນ​ຂອງ​ຈີນ. ຕົວ​ເລກສະຖິຕິ​ຂອງ​ກົມ​ສະຖິຕິ​ແຫ່ງ​ຊາດ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ, ປີ2012, ຍອດ​ຜົນ​ຜະລິດ​ທັນ​ຍາ​ຫານ​ຂອງ​ຈີນ​ແມ່ນ589​ລ້ານ5​ແສນ7​ໝື່ນ​ໂຕນ, ຜົນ​ຜະລິດ​ຂອງສາມ​ແຂວງ​ດັ່ງກ່າວ​ແມ່ນ111​ລ້ານ7​ແສນ5​ໝື່ນ​ໂຕນ​, ກວມ1​ສ່ວນ5​ຂອງ​ຍອດ​ຜົນ​ຜະລິດ​​ໃນ​ທົ່ວ​ປະ​ເທດ.

​ໃນ​ໄລຍະ​ໜຶ່ງ​ຂ້າງ​ໜ້າ​ນີ້, ແມ່​ນ້ຳ​ເນິ້ນຈ່ຽງ, ​ແມ່​ນ້ຳ​ຊົ່ງຮວາ​ຈ່ຽງ​ແລະ​ແມ່​ນ້ຳ​ໄຮ​ຫຼົງ​ຈ່ຽງຍັງ​ຈະ​ປະ​ເຊີນກັບ​ສະພາບ​ນ້ຳ​ຂຶ້ນ​ທີ່​ຂ້ຽວຂາດ.