ພັກ​ຝ່າຍ​ຄ້ານ​ຂອງ​ໄທ​ກ່າວ​ວ່າ​ຈະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​​ເພື່ອ​ສະ​ກັດ​ກັ້ນ​ບໍ່​ໃຫ້​ຮ່າງ​ພະ​ລາ​ຊະ​ບັນ​ຍັດ​ນີ​ລະ​ໂທດ​ກຳ​ມີ​ຜົນ​ບັງ​ຄັບ​ໃຊ້

(GMT+08:00) 2013-08-19 11:30:14     cri
ວັນ​ທີ 18 ສິງຫາ​ນີ້​, ພັກ​ປະຊາທິປັດ​ຊຶ່ງ​ເປັນ​ພັກ​ຝ່າຍ​ຄ້ານ​ຂອງ​ໄທ​ກ່າວ​ວ່າ, ​ພັກ​ປະຊາທິປັດຈະ​ໃຊ້​ທຸກ​ວິທີ​ທາງ​ທີ່ຖືກຕ້ອງ​ຕາມ​ກົດໝາຍ​​ເພື່ອ​ຄັດຄ້ານ​ລັດຖະສະພາ​ໃນ​ການ​ພິຈາລະນາຮ່າງ​ພະ​ລາຊະ​ບັນຍັດນີລະ​ໂທດກຳທີ່​ມີ​ການ​ຖົກ​ຖຽງ​ກັນ​ໃນ​ສັງຄົມ.

ທ່ານຊະ​ວາ​ນົນ ອິນ​ທະ​ລະ​ໂກ​ມັນ​ສຸດ ​ໂຄສົກ​ພັກ​ປະຊາທິປັດ​ກ່າວ​ເນັ້ນ​ວ່າ, ຈຸດປະສົງ​ຂອງ​ພັກ​ເພື່ອ​ໄທ​ທີ່​ສະ​ເໜີ​ຮ່າງ​ລາຊະ​ບັນຍັດ​ນີລະ​ໂທດ​ກຳບໍ່​ແມ່ນ​ເພື່ອ​ກຳຈັດ​ຄວາມ​ຂັດ​ແຍ່ງ​ໃນ​ສັງຄົມ​ແລະ​ບັນລຸ​ຄວາມ​ປອງ​ດອງ​ທາງ​ການ​ເມືອງ, ຫາກ​ແມ່ນ​ເພື່ອ​ຊ່ວຍ​ລົບລ້າງ​ຄວາມ​ຜິດ​ໃຫ້ອາ​ຊະ​ຍາກ​ອນຈຳນວນ​ໜຶ່ງເທົ່າ​ນັ້ນ. ທ່ານ​ກ່າວ​ເນັ້ນ​ວ່າ, ພັກ​ປະ​ຊາ​ທິ​ປັດ​ຈະ​ທຳ​ຄວາມ​ພະຍາຍ​າຍາມ​ຈົນ​ສຸດ​ຄວາມ​ສາມາດ​ພາຍ​ໃຕ້​ກໍລະນີ​ທີ່​ບໍ່​ລະ​ເມີດ​ກົດໝາຍ​ແລະ​ລັດ​ຖະ​ທຳ​ມະນູນ​ເພື່ອ​ສະກັດ​ກັ້ນ​ບໍ່​ໃຫ້​ຮ່າງ​ພະ​ລາຊະ​ບັນຍັດ​ນີລະ​ໂທດ​ກຳມີ​ຜົນ​ບັງຄັບ​ໃຊ້. ພັກ​ປະ​ຊາ​ທິປັດຈະ​ສົ່ງ​ຈົດ​ໝາຍ​ເປີດ​ຊອງ​ໄປ​ຍັງ​ທຸກໆ​ສະ​ຖານທູ​ດຕ່າງປະ​ເທດ​ປະຈຳ​ໄທ​, ອົງການ​ຈັດ​ຕັ້ງ​ປະ​ຊາ​ທິ​ປະ​ໄຕ​ແລະ​ພັກ​ການ​ເມືອງ​ຂອງ​ປະ​ເທດ​ອາຊີ, ອົງການ​ສະຫະ​ປະຊາ​ຊາດ​ພ້ອມ​ດ້ວຍ​ຄະນະ​ກຳ​ມະ​ການ​ດ້ານ​ສິດທິ​ມະນຸດ​ຂອງ​ອົງ​ການ​ສະ​ຫະ​ປະຊາ​ຊາດ​ແລະ​ອົງ​ການ​ຈັດ​ຕັ້ງ​ສາກົນ​ອື່ນໆ​ເພື່ອ​ລະບຸ​ຢ່າງ​ຈະ​ແຈ້ງວ່າ​ບັນຫາ​ທີ່​ໄທ​ກຳລັງ​ປະ​ເຊີນ​ໃນ​ປະຈຸ​ບັນ​ແມ່ນ​ລັດຖະບານ​​ໄທມີ​​ເຈດ​ຕະນາ​ຢາກ​ລົບ​ລ້າງ​ຄວາມຜິດ​ຂອງ​ອາ​ສະ​ຍາກ​ອນ​ເທົ່າ​ນັ້ນ.

ອີກ​ດ້ານ​ໜຶ່ງ, ຜູ້​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ນັບ ​ພັນ​ຄົນ​ໄດ້​ໂຮມ​ຊຸ​ມນຸມປະ​ທ້ວງ​ຢູ່​ນະຄອນຫຼວງ​ບາງກອກ​ໃນ​ວັນ​ທີ 18 ສິງຫາ​ນີ້​ເພື່ອ​ຄັດຄ້ານຮ່າງ​ພະ​ລາຊະ​ບັນຍັດ​ນີລະ​ໂທດ​ກຳ. ພັກ​ຝ້າຍ​ຄ້ານ​ແລະ​ອົງການ​ຈັດ​ຕັ້ງ​ຕໍ່ຕ້ານ​ລັດຖະບານ​ເຫັນ​ວ່າ, ຮ່າງ​ພະ​ລາຊະ​ບັນຍັດ​ນີລະ​ໂທດ​ກຳ​ຈະ​ມີ​ຜົນ​ດີ​ຕໍ່​ທ່ານ​ທັກສິນ​ຊິນນະ​ວັດ ອະດີ​ນາຍົກລັດຖະມົນຕີ​ໄທ​ທີ່ອາ​ໄສຢູ່​ຕ່າງປະ​ເທດ, ​ແມ່ນ​ມີ​ຈຸດປະສົງ​ເພື່ອ​ລົບ​ລ້າງ​ຄວາມ​ຜິດໃຫ້​ທ່ານ​ແລະ​ປູ​ທາງ​ໃຫ້​ທ່ານ​ກັບ​ຄືນ​ປະ​ເທດ​ໄທ.