ເສດຖະກິດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ຈະບັນລຸ​ການ​ພັດ​ທະ​ນາ​ຢ່າງ​ໜັກ​​ແໜ້ນ

(GMT+08:00) 2013-08-19 12:54:41     cri
ໃນ 6 ​ເດືອນ​ຕົ້ນ​ປີ​ນີ້, ​ເຖິງ​ແມ່ນ​ວ່າ​ເສດຖະກິດ​ເອີ​ລົບ​ແລະ​ອາ​ເມ​ລິ​ກາ​ທີ່​ເປັນ​ຕະຫຼາດ​ສົ່ງ​ອອກ​ສິນຄ້າ​ທີ່​ສຳຄັນ​ຂອງ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຟື້ນ​ຕົວຢ່າງ​ອ່ອນ​ແຮງ​ກໍ່ຕາມ, ​ແຕ່​ວ່າ,​​ໂດຍ​ລວມ​ແລ້ວ, ​ເສດຖະກິດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຍັງ​ສາ​ມາດ​ຮັກ​ສາ​ຈັງ​ຫວະ​ການ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ​ສົມ​ຄວນ​ຄື​ເກົ່າ. ບົດ​ລາຍ​ງານ​ເພີ່ມ​ຕື່ມ​ກ່ຽວ​ກັບ​ການ​ເບິ່ງ​ການ​ພັດ​ທະ​ນາ​ຂອງ​ອາຊີ​ປີ2013​ທີ່​ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ​ຫຼື​ADB​ເປີດ​ເຜີຍ​ໃນ​ເດືອນ​ກໍລະ​ກົດ​ແລ້ວ​ນີ້ ​ໄດ້​ຄາດ​ຄະ​ເນ​ວ່າ​ຈັງ​ຫວະ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຂອງ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ແລະ 5 ອົງ​ກອນ​ເສດ​ຖະ​ກິດ​ອັນ​ດັບ​ຕົ້ນ​ຂອງ​ອາ​ຊຽນ​ໃນ​ປີ​ນີ້​ແມ່ນ​5,2%, ປີ​ໜ້າ​ແມ່ນ​5,6%.

ເສດຖະກິດ​ອາ​ຊຽນ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ​ແລະ​ໝັ້ນ​ທ່ຽງ​ແມ່ນ​ຍ້ອນ​ໄດ້​ຮັບ​ການ​ຄ້ຳ​ຊູ​ຈາກ​ປັດ​ໄຈ​ຫຼາຍ​ຢ່າງ,​ໃນ​ນັ້ນ​ລວມມີ​ປັດ​ໄຈ​ລັກສະນະ​ແຕ່​ລະ​ໄລ​ຍະ​ຂອງ​ການ​ພັດທະນາ​ດ້ານ​ເສດຖະກິດ, ຍຸດ​ທະ​ສາດ​ຊຸກ​ຍູ້​ການ​ພັດ​ທະນາ​ເສດຖະກິດ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນພ້ອມ​ດ້ວຍ​ອາ​ຊຽນກັບປະ​ເທດ​ຄູ່​ການ​ຄ້າ​ເສລີ​ມີ​ການ​ພົວພັນ​ດ້ານ​ການ​ຄ້າ​ນັບ​ມື້​ນັບ​ແໜ້ນ​ແຟ້ນ​ຂຶ້ນ​ແລະ​ອື່ນໆ.

ທ່ານ​ຈ້າວຈ່ຽງລິນ ນັກ​ຄົ້ນຄວ້າ​ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ຍຸດ​ທະ​ສາດ​ອາຊີ​ປາຊີ​ຟິກ​ແລະ​ທົ່ວ​ໂລກ​ຂອງ​ສະພາ​ບັນດິດ​ວິທະຍາສາດ​ສັງຄົມ​ຈີນ​ກ່າວ​ວ່າ: ທຳ​ມະ​ດາ​ແລ້ວ, ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ຫຼືGDPສະ​ເລ່ຍຕໍ່​ຫົວ​ຄົນ​ຂອງ​ປະ​ເທດ​ໃດ​ໜຶ່ງ​ຢູ່​ລະຫວ່າງ1000​ໂດ​ລາ​ຫາ5000​ໂດ​ລາ​ເປັນ​ໄລຍະທີ່​ເສດຖະກິດ​ຂອງ​ປະ​ເທດ​ນີ້​ເຕີບ​ໂຕ​ໄວ​ທີ່​ສຸດ​ແ​ລະ​ໂຄງ​ປະກອບ​ເສດຖະກິດ​ມີ​ການ​ປ່ຽນ​ແປງ​ຫຼາຍ​ສົມຄວນ.​ເພາະ​ວ່າ​ລະ​ບົບ​ກຳ​ລັງ​ແຮງ​ຊຸກ​ຍູ້​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໄດ້​ມີ​ການ​ຫັນປ່ຽນ,ຄື​ຈາກ​ອຸດສາຫະກຳ​​ດັ້ງ​ເດີມ​ເຊັ່ນ​ກະສິກຳ​ ຫັນ​ໄປ​ສູ່​ຂະ​ແໜງ​ການ​ຜະລິດ​ທີ່​ໃຊ້​ແຮງ​ງານ​ຫຼາຍ,ຫຼື​ຈາກ​ອຸດສາຫະກຳ​ທີ່​ໃຊ້ແຮງ​ງານ​ ​ຫັນ​ໄປ​ສູ່ອຸດສາຫະກຳ​ທີ່​ໃຊ້ເງິນ​ທຶນ​ແລະ​ເຕັກ​ໂນ​ໂລ​ຊີ. ຊຸມ​ປີ​ມໍ່​ໆ​ມາ​ນີ້, ສະ​ຖາ​ນະ​ການ​ດ້ານ​ການ​ເມືອງ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນມີ​ຄວາມ​ໝັ້ນຄົງ​​ໃນ​ດ້ານທຽ​ບຖານ, ປະ​ເທດ​ທີ່​ບໍ່​ພັດທະນາ​ຊຶ່ງ​ລວມທັງ​ມຽນມາ​ກໍ່​ເລີ່​ມຕັ້ງໜ້າ​ວາງ​ແຜນ​ພັດທະນາ​ໃນ​ອະນາຄົດ. ຈາກ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ​ໄລຍະ​ກາງ​ແລະ​ໄລຍະ​ຍາວຂອງ​ບັນດາ​ປະ​ເທດ​ອາ​ຊຽນສາມາດ​ເຫັນ​ໄດ້​ວ່າ, ປະ​ເທດ​ເຫຼົ່າ​ນີ້​ກຳລັງ​ພະຍາຍາມ​ປັບປຸງ​ນະ​ໂຍບາຍ​ເພື່ອ​ບັນລຸ​ໃຫ້​ເສດຖະກິດ​ເຕີບ​ໂຕ​ຢ່າງ​ກົມກຽວ​ແລະ​ຍືນ​ຍົງ.

ການ​ພົວພັນ​ດ້ານ​ການ​ຄ້າ​ລະຫວ່າງ​ອາ​ຊຽນກັບປະ​ເທດ​ຄູ່​ການ​ຄ້າ​ເສລີ​ກໍ່​ນັບ​ມື້​ນັບ​ແໜ້ນ​​ແຟ້ນຍິ່ງ​ຂຶ້ນ. ວັນ​ທີ 9 ພຶດສະພາ​ປີ​ນີ້,ການ​ເຈລະຈາ​ຮອບ​ທຳ​ອິດ​ກ່ຽວ​ກັບ​ການ​ພົວພັນ​ຄູ່​ຮ່ວມ​ມື​​ເສດຖະກິດ​ຮອບດ້ານ​ໃນ​ພາກ​ພື້ນ​ຫຼືRCEPລະຫວ່າງ​ອາ​ຊຽນກັບປະ​ເທດ​ຕ່າງໆ​ເຊັ່ນ​ຈີນ,ຍີ່​ປຸ່ນ​ແລະ​ສ.​ເກົາຫຼີ​ໄດ້​ຈັດ​ຂຶ້ນ​ຢູ່​ບຼູ​ໄນ. ທ່ານ​ຊົ້ງ​ເລ​ເຫຼີ​ຍ ນັກ​ເສດຖະສາດ​ລະດັບ​ສູງ​ຂອງ​ທະນາຄານ​ພັດທະນາ​ອາຊີ​ຫຼືADB​ເຫັນ​ວ່າ, RCEPມີ​ຜົນ​ດີ​ຕໍ່​ການ​ລວບ​ລວມສັນຍາ​ເຂດ​ການ​ຄ້າ​ເສລີ​ປະ​ເພດ​ຕ່າງໆ​ທີ່​ມີ​ຢູ່​ແລ້ວ​ໃນ​ພາກ​ພື້ນ.

ການ​ລົງທຶນ​ຂອງ​ຈີນທີ່​ເປັນ​ຄູ່​ການ​ຄ້າ​ໃຫຍ່ທີ່​ສຸດ​ຂອງ​ອາ​ຊຽນ, ​ໄດ້​ຊຸກ​ຍູ້​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ​ອາ​ຊຽນ. ທ່ານ​ຊົ້ງ​ເລ​ເຫຼີ​ຍຊີ້​ອອກ​ວ່າ, ການ​ລົງທຶນ​ຂອງ​ຈີນ​ໃນ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ແລະ​ເງິນ​ຊ່ວຍ​ເຫຼືອ​ດ້ານ​ການ​ພັດ​ທະ​ນາ​ຈາກ​ປະ​ເທດ​ອື່ນ​ໄດ້​ຊຸກ​ຍູ້​ໂດຍ​ກົງ​ໃຫ້​ເສດຖະກິດ​ຂອງ​ປະ​ເທດ​ອາ​ຊຽນມີ​ການ​ພັດທະນາ.

ທ່ານ​ເຊ້ຕົ່ງ​ມິ​ງ ນັກວິ​ເຄາະ​ເສດຖະກິດ​ຂອງ​ທະນາຄານຊາວ​ຈີນ​ຕ່າງ​ດ້າວຂອງ​ສິງກະ​ໂປ​ສະ​ເໜີ​ວ່າ, ​ເຂດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຄວນ​ເອົາ​ໃຈ​ໃສ່​ການ​ພັດທະນາ​ຂະ​ແໜງ​ການ​ຜະລິດ​ຫຼາຍ​ກວ່າ​ເກົ່າ,ຍົກ​ສູງ​ກຳລັງ​ແຂ່ງຂັນ​ຂອງ​ຂະ​ແໜງ​ການ​ຜະລິດ. ທ່ານ​ຊ້າຍ​ເຜີຍ​ສາຍ ຮອງ​ປະ​ທານ​ຜູ້​ທີ​ໜຶ່ງ​ຂອງ​ທະ​ນາ​ຄານ​ກະສິກອນ​ໄທ​ກ່າວ​ວ່າ, ອົງ​ກອນ​ເສດຖະກິດ​ທີ່​ຖື​ການ​ສົ່ງ​ອອກ​ສິນ​ຄ້າ​ເປັນ​ຕົ້ນ​ຕໍ​ຂອງ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຕ້ອງການ​ເລັ່ງລັດບຳລຸງ​ສ້າງ​ຕະຫຼາດ​ຄວາມ​ຕ້ອງການ​ພາຍ​ໃນ, ​ແລະ​ເພີ່ມ​ທະວີ​ການ​ປະ​ຕິ​ຮູບ​ຕະຫຼາດ​ຂະ​ແໜງ​ການ​ການ​ເງິນ​ແລະ​ການ​ຄຸ້ມ​ຄອງ​ຄວາມ​ສ່ຽງ​ດ້ານ​ອັດຕາ​ແລກປ່ຽນ​ເງິນຕາ, ຕໍ່​ຕ້ານ​ຜົນ​ກະ​ທົບ​ຈາກ​ອັດ​ຕາ​ແລກປ່ຽນ​ເງິນ​ໂດ​ລາ​ປັ່ນ​ປ່ວນ​ຢ່າງ​ໃຫຍ່​ຫຼວງ​ທີ່​ມີ​ຕໍ່​ການ​ສົ່ງ​ອອກ​ສິນຄ້າ​ເພື່ອ​ສ້າງ​ລາຍ​ໄດ້, ສ່ວນ​ການ​ຊຳ​ລະ​ບັນ​ຊີ​ດ້ວຍ​ເງິນ​ຢວນ​ໄດ້​ອຳນວຍ​ຄວາມ​ດຸນ​ດ່ຽງ​ໃຫ້​ແກ່​ອັດຕາ​ແລກ​ປ່ຽນ​ເງິນ​ຕາ​ຢ່າງ​ໝັ້ນ​ທ່ຽງ​ຂອງ​ປະ​ເທດ​ເຫຼົ່າ​ນີ້.