ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າການ​ພັດທະນາ​ຂອງ​ຈີນ​ເປັນ​ການ​ເສີມ​ສ້າງ​ກຳລັງ​ສັນຕິພາບ​ຂອງໂລກ

(GMT+08:00) 2013-08-20 14:54:46     cri
ວັນ​ທີ 19 ສິງຫາ​ນີ້, ຢູ່​ນະຄອນຫຼວງ​ອັສທາ​ນາ​ຂອງ​ກາ​ຊັກ​ສະຖານ, ທ່ານ​ຫວາງ​ອີ້ ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ພົບ​ປະ​ເຈລະຈາ​ກັ​ບທ່ານ ​ເອີ​ລານ ອີດຼີ​ຊົຟ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ກາ​ຊັກ​ສະຖານ.

ທ່ານ​ຫວາງ​ອີ້​ກ່າວ​ວ່າ, ຈີນ​ແມ່ນ​ປະ​ເທດ​ໃຫຍ່​ທີ່​ກຳລັງ​ພັດທະນາ, ຈີນ​ຈະ​ສຸມ​ກຳລັງ​ຕົ້ນຕໍ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ຕົນ. ພ້ອມ​ດຽວ​ກັນນັ້ນ, ​ໃນ​ຖານະ​ເປັນ​ປະ​ເທດ​ສະມາຊິກ​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ, ຈີນ​ໄດ້​ຮັບ​ຮູ້​ເຖິງ​ພັນທະ​ໜ້າ​ທີ່ສາກົນ​ຂອງ​ຕົນ, ຈີນ​ຍິນ​ດີ​ຫາບ​ແບກ​ພາລະ​ໜ້າ​ທີ່​ຂອງ​ຕົນ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ການ​ພັດທະນາ​ຂອງ​ໂລກ. ການ​ພັດທະນາ​ຂອງ​ຈີນ​ເປັນ​ການ​​ເສີມ​ສ້າງກຳລັງ​ສັນຕິພາບ​ຂອງ​ໂລກ. ພວກ​ຂ້າພະ​ເຈົ້າ​ຈະ​ຍຶດຖື​ຄວາມ​ຍຸດຕິ​ທຳ​ແລະ​ຄວາມ​ເປັນ​ທຳ​ໃນ​ວຽກ​ງານ​ສາກົນ, ປົກ​ປັກ​ຮັກສາ​ວັດຖຸ​ປະສົງ​ຂອງ​ກົດ​ບັດ​ສະຫະ​ປະຊາ​ຊາດ​ແລະ​ຫຼັກການ​ພື້ນຖານ​ຂອງ​ການ​ພົວພັນ​ລະ​ຫວ່າງ​ຊາດ, ພວກ​ຂ້າ​ພະ​ເຈົ້າ​ຈະ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ຊາດ​ໃຫ້​ຫັນ​ເປັນ​ແບບ​ປະຊາທິປະ​ໄຕ, ຍຶດ​ໝັ້ນ​ຫຼັກ​ການ​ທີ່​ວ່າ​ປະ​ເທດບໍ່​ວ່າ​ນ້ອຍໃຫຍ່​ລ້ວນ​ແຕ່ສະ​ເໝີ​ພາບກັນ, ພວກ​ຂ້າພະ​ເຈົ້າ​ຈະ​ເດັດ​ດ່ຽວ​ປົກ​ປັກ​ຮັກ​ສາ​ແລະ​ພັດ​ທະ​ນາ​ຜົນ​ປະ​ໂຫຍ​ດທີ່​ຊອບ​ດ້ວຍ​ກົດໝາຍ​ຂອງ​ປະ​ເທດ​ພວມ​ພັດ​ທະ​ນາ​ໃຫ້​ດີ. ນີ້​ກໍ​ເປັນ​ການສະ​ແດງ​ອອກ​ເຖິງ​ບົດບາດ​ຂອງ​ຈີນ​ທີ່​ເປັນ​ປະ​ເທດ​ໃຫຍ່​ທີ່​ມີ​ສີສັນ​ພິ​ເສດ​.

ທ່ານ​ອີດຼີຊົຟ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ກາ​ຊັກ​ສະຖານ​ກ່າວ​ວ່າ, ປະ​ເທ​ດອ້ອມ​ຂ້າງ​ຄອງ​ຄອຍ​ການ​ພັດທະນາ​ເຕີບ​ໂຕ​ຂອງ​ຈີນ, ຫວັງ​ວ່າ​ຈີນ​ຈະ​ເສີມ​ຂະຫຍາຍບົດບາດ​ທີ່​ສຳຄັນ​ກວ່າ​ເກົ່າ​ໃນ​ວຽກ​ງານ​ສາກົນ​ແລະ​ພາກ​ພື້ນ.