ຄະນະ​ຜູ້​ແທນ​ລາວ​ເຫັນ​ວ່າ ​ການສະ​ສົມແລະ​ແລກປ່ຽນ​ບົດຮຽນ​ສຳຄັນ​ກວ່າ​ຫຼຽນ

(GMT+08:00) 2013-08-21 11:05:05     cri

ນັກ​ຂ່າວCRIຖ່າຍຮູບ​ຮ່ວມ​ກັບ​ຄູ​ຝຶກ​ແລະ​ນັກ​ກິລາ​ລາວທີ່​ມາ​ເຂົ້າ​ຮ່ວມ​ງານ​ມະຫາ​ກຳ​ກິລາ​ຊາວ​ໜຸ່ມ​ອາຊີ​ຄັ້ງ​ທີ​ສອງ​ຢູ່​ຈີນ

ງານ​ມະຫາ​ກຳ​ກິລາ​ຊາວ​ໜຸ່ມອາຊີ​ຄັ້ງ​ທີ 2 ທີ່​ກຳລັງ​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ກິ່ງ​ຂອງ​ຈີນ,ມາ​ຮອດ​ວັນ​ທີ 20ສິງຫາ​ນີ້ ​ລາຍ​ການ​ແຂ່ງຂັນ​ໄດ້​ກາຍ​ເຄິ່ງ​ແລ້ວ, ​ເຖິງ​ວ່າ​ນັກ​ກິລາ​ລາວ​ມີ​ຄວາມ​ຫວັງ​ໜ້ອຍ​ທີ່​ຈະ​ຍາດ​ເອົາຫຼຽນ​ໄດ້ກໍ​ຕາມ, ​ແຕ່​ບໍ່ວ່າ​ຄູ​ຝຶກ​ຫຼື​ນັກ​ກິລາ​ລ້ວນ​ແຕ່​​ໄດ້​ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ​ທີ່ເບິ່ງ​ໂລກ​​ໄປ​ໃນ​ທາງ​ທີ່​ດີ.

ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າ​ວວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ຫຼືCRI, ທ່ານ​ຈະ​ເລີ​ນສຸກ ອ່າວ​ອຸດົມ​ພັນ ຄູ​ຝຶກ​ທິມກິລາ​ແລ່ນ​ແລະ​ລານ​ຂອງ​ລາວ​ກ່າວ​ວ່າ:

"​ໃນ​ການ​ແຂ່ງຂັນ​​ເທື່ອນີ້, ຄວາມ​ຫວັງ​ພວກ​ເຮົາ​ກໍ່​ມີ​ແຕ່​ຢາກໃຫ້​ນັກ​ກິລາ​ຂອງ​ເຮົາມີ​ສະຖິຕິ​ທີ່​​ດີ​ຂຶ້ນ,​ແຕ່​ວ່າ,ຄວາມ​ຫວັງ​ທີ່​ຈະ​ໄປ​ຍາດ​ເອົາ​ຫຼຽນ​ຫຼື​ທີ່ ​ເຮົາ​ເບິ່ງ​ຄວາມ​ສາ​ມາດ​ຂອງ​ທີ​ມຕົນ​ເອງ​ກໍ່​ຍັງ​ຫ່າງ​ຢູ່​ພວມ​ເປັນ​ລະ​ດັບ​ໃຫຍ່ ​ເປັນ​ລະ​ດັບ​ຂອງ​ອາ​ຊີ,​ເດັກ​ນ້ອຍ​ຂອງ​ເຮົາ​ເອງ​ກໍ່​ຍັງ​ຫາ​ກໍ່ເຂົ້າ​ມາ​ໃນ​ວົງ​ການ​ແລ່ນປະມານປີກ​ວ່າ,ສອງ​ປີ, ​ປະສົບ​ການ​ຍັງ​ໜ້ອຍ​ຢູ່,​ແຕ່​ເຮົາ​ກໍ່​ໄດ້​ຊຸກ​ຍູ້​ເຂົາ​ມາ​ເຂົ້າ​ຮ່ວມ,​ເພື່ອ​ເອົາ​ປະສົບ​ການ."

ທ່ານ​ພັດທະນາ ອິນ​ທະ​ວົງ ນັກ​ກິລາລອຍ​ນ້ຳ​ທີ່​ອາຍຸ 18 ປີ ບອກ​ນັກ​ຂ່າວ​ວ່າ:"ການ​ແຂ່ງຂັນ​ເທື່ອ​ນີ້​ກໍ່ ​ເປັນ​ການ​ແຂ່ງ​ເອົາ​ປະສົບ​ການ,ຢ່າງ​ໜຶ່ງ​ກໍ່​ຫວັງຊິ​ທຳລາຍ​ສະຖິຕິ​ຂອງ​ປະ​ເທດ​ລາວ, ​ເບິ່ງ​ຄູ່​ແຂ່ງ​​ເຂົາ​ເຈົ້າ​ກໍ່​ເກັ່ງ​ກວ່າ,ກໍ່​ຝຶກ​ຊ້ອມ​ໃຫ້​ທັນ​ເຂົາ​ເຈົ້າ,ລອ​ຍດີ​ຊ່ຳ​ເຂົາ​ເຈົ້າ​ໃນ​ອະນາຄົດ,ຢາກ​ໃຫ້​ມີ​ການ​ແລກປ່ຽນ​ແບບມີ​ການ​ຝຶກ​ຊ້ອມ​ລະຫວ່າງ​ປະ​ເທດ."

ລາວ​ໄດ້​ສົ່ງ​ນັກ​ກິລາລວມທັງ​ໝົດ 9 ຄົນ​ມາ​ເຂົ້າ​ຮ່ວມ​ງານ​ມະຫາ​ກຳ​ກິລາ​ຊາວ​ໜຸ່ມ​ອາຊີ​ໃນ​ຄັ້ງ​ນີ້​ຊຶ່ງ​ຈະ​ເຂົ້າ​ຮ່ວມການ​ແຂ່ງຂັນ 5 ປະ​ເພດ​ຄື ​ກິລາ​ແລ່ນ​ແລະ​ລານ, ລອຍ​ນ້ຳ, ຢູ​ໂດ,​ເທັນນິສ ​ແລະ​ປິ່ງ​ປ໋ອງ.