ມະ​ເລ​ເຊຍ​ແລະ​ຟີ​ລິບ​ປິນ​ເລີ່​ມ​ຍົກ​ຍ້າຍ​ປະ​ຊາ​ຊົນ​ຂອງ​ຕົນ​ອອກ​ຈາກ​ເອຢິບ

(GMT+08:00) 2013-08-21 11:52:54     cri
ເນື່ອງ​ຈາກ​ວ່າ ສະຖານະ​ການ​ຢູ່​​ເອຢິບຮ້າຍ​ແຮງ​​ລົງຢ່າງ​ຕໍ່​ເນື່ອງ, ວັນ​ທີ 20 ສິງຫາ​ນີ້,ມະ​ເລ​ເຊຍ​ແລະ​ຟີ​ລິບ​ປິນ​ໄດ້​ປະກາດ​ຂໍ້​ຕົກລົງ​ທີ່​ຈະ​ຍົກຍ້າຍ​ປະຊາຊົນ​ຂອງ​ຕົນ​ອອກ​ຈາກ​​ເອຢິບ​​​ໂດຍ​ໄວ.

ວັນ​ທີ 20 ສິງຫາ​ນີ້,  ທ່ານ​ນາ​ຈິບ ນາຍົກລັດຖະມົນຕີມະ​ເລ​ເຊຍ​ກ່າວ​ວ່າ, ທ່ານ​ໂມ​ຮາ​ເມັດ​ດາ​ຈູ​ດີ​ນ ​ເລຂາທິການ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ມະ​ເລ​ເຊຍ​ທີ່​ກຳລັງ​ຢູ່​ນະຄອນຫຼວງ​ຂອງ​ເອຢິບ​ໃນ​ປະຈຸ​ບັນ​ໄດ້​ລາຍ​ງານ​ຕໍ່​ທ່ານ​ວ່າ, ສະຖານະ​ການ​ຢູ່​​ເອຢິບ​ໃນ​ປະຈຸ​ບັນ​ຍັງ​ບໍ່​ຈະ​ແຈ້ງ​ເທື່ອ,​ໃນ​ອະນາຄົດ​ອາດ​ຈະ​ອັນຕະລາຍ​ກວ່ານີ້​ກໍ່​ເປັນ​ໄດ້, ທ່ານ​ໂມ​ຮາ​ເມັດ ດາ​ຈູ​ດີ​ນ​ໄດ້​ປຶກສາ​ຫາລື​ກັບ​ທ່ານ​ທັນ​ສະຣີ ມູຮີ​ວດີ​ນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ມະ​ເລ​ເຊຍ​ແລ້ວ ​ແລະ​ໄດ້​ຕົກລົງ​ຮັບ​ເອົາຂໍ້​ສະ​ເໜີ​ຈາກ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ,​ໂດຍ​ຈະ​ຍົກຍ້າຍ​ນັກ​ສຶກສາ​ຈຳນວນ3300​ຄົນ​ທີ່​ຍັງ​ຢູ່​ເອຢິບ​ໃນ​ປະຈຸ​ບັນ​ອອກ​ຈາກ​ປະ​ເທດ​ນີ້. ທ່ານ​ຍັງ​ໄດ້​​​ເຊີນຊວນໃຫ້​ປະຊາຊົນ​ມະ​ເລ​ເຊຍ​ທີ່​ຢູ່​ເອຢິບ​ຄວນ​ກັບ​ຄືນປະ​ເທ​ດດ້ວຍ​ຕົນ​ເອງ.

ນອກ​ນີ້, ທ່ານ​ອັນ​ເບີດ ​ເດ​ວ ​ໂຣຊາຣີ​ໂອ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຟີ​ລິບ​ປິນ​ກໍ່​ໄດ້​ປະກາດ​ໃນ​ວັນ​ທີ 20 ສິງຫາ​ນີ້​ເຊັ່ນ​ກັນ​ວ່າ, ຟີ​ລິບ​ປິນຕົກລົງ​ບັງຄັບ​ໃນ​ການ​ຍົກຍ້າຍ​ປະຊາຊົນ​ຟີ​ລິບ​ປິນ 6000ຄົນອອກ​ຈາກ​ເອຢິບ. ທ່ານ​ກ່າວ​ວ່າ, ​ເຈົ້າ​ໜ້າ​ທີ່​ຟີ​ລິບ​ປິນ​ໄດ້​ຈັດ​ຕັ້ງ​ໜ່ວຍ​ງານ​ພິ​ເສດ​ຢູ່​ນະຄອນຫຼວງ​ເລີ​ແກ​ຂອງ​ເອຢິບ​ເພື່ອ​ເລັ່ງລັດ​ການ​ຍົກຍ້າຍ​ປະຊາຊົນ​ອອກ​ຈາກ​ປະ​ເທດ​ນີ້​ໂດຍ​ໄວ.