ທ່ານ​ທູດ​ລາວ​ປະຈຳ​ຈີນ​ຄອງ​ຄອຍ​ຕໍ່​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງທີ10​ທີ່​ຈະ​ໄຂ​ຂຶ້ນ​ໃນ​ໄວໆ​ນີ້

(GMT+08:00) 2013-08-21 15:24:48     cri

ວັນທີ 20 ສິງຫານີ້,ທ່ານສົມດີບຸນຄຸ້ມໃຫ້ສຳພາດຕໍ່ນັກຂ່າວCRI

ຕອນ​ຄ່ຳ​ວັນ​ທີ 20 ສິງຫາ​ນີ້, ​ໃນ​ໂອກາດ​ທີ່​ເຂົ້າ​ຮ່ວມ​ກິດຈະກຳ "ງານ​ລາຕີກຳປູ​ເຈຍ"ຢູ່​ສູນ​ຈີນ-ອາ​ຊຽນທີ່​ນະຄອນຫຼວງ​ປັກ​ກິ່ງ, ທ່ານ​ສົມ​ດີ ບຸນ​ຄຸ້ມ ​ເອກ​ອັກຄະ​ລັດຖະທູດ​​ແຫ່ງສປປລາວ​ປະຈຳ​ຈີນ​​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ຫຼືCRIວ່າ, ຜູ້ນຳ​ປະ​ເທດ​ຈີນ​ແລະອາ​ຊຽນ​ແລະ​ນັກທຸລະກິດນັບ​ມື້​ນັບ​ຫຼາຍ​ໄດ້​ຕັ້ງໜ້າ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ, ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ນັບ​ມື້​ນັບ​ສຳຄັນ​ກວ່າ​ເກົ່າ​ໃນ​ການ​ຊຸກ​ຍູ້​ຄວາມ​​ເຂົ້າ​ໃຈ​ກັນ​ແລະ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບບັນດາ​ປະ​ເທດ​ອາ​ຊຽນ, ​ເມື່ອ​ທຽບ​ກັບ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ​ໃນ​ທຸກ​ຄັ້ງ​ທີ່​ຜ່ານ​ມາ, ງານ​ວາງສະ​ແດງ​ປີ​ນີ້​ຈະ​ມີ​ບັນຍາກາດ​ທີ່​ດີ​ທີ່​ສຸດ​,ຂ້າພະ​ເຈົ້າ​ມີ​ຄວາມ​ຄອງ​ຄອຍ​ຢ່າງ​ເຕັມ​ປ່ຽມ​ຕໍ່​ງານ​ຄັ້ງ​ນີ້.ທ່ານ​ກ່າວ​ວ່າ:

ຮອດ​ປັດຈຸບັນ​ນີ້​ແມ່ນ​ປີ​ຂອງ​ການ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດລະຫວ່າງ​ຈີນ​-ອາ​ຊຽນ​ແລະ​ງານ​ວາງສະ​ແດງ​ທີ່​ພວກ​ເຮົາ​ຈັດ​​ໃນ​ທຸກໆ​ປີ,ປີນີ້​ເປັນ​ປີ​ໜຶ່ງ​ທີ່​ວ່າ​ຄົບຮອບ​ສິບ​ປີ.ຂ້າພະ​ເຈົ້າ​ຄຶດ​ວ່າ​ປີນີ້​ກໍ​ຈະ​ເປັນ​ປີ​ໜຶ່ງ​ທີ່​ມີບັນຍາກາດ​ດີ​ທີ່​ສຸດ​ແລະ​ຂ້າພະ​ເຈົ້າ​ຄຶດ​ວ່າ​ດັ່ງ​ໄດ້​ຮູ້​ຂໍ້​ມູນ​ຄື​ມີ​ຫລາຍ​ປະ​ເທດ​ແລະ​ຜູ້​ນໍາ​ຂັ້ນ​ສູງ​ຂອງ​ປະ​ເທ​ດຕ່າງໆ​​ໃນ​ອາຊຽນກໍ​ຄື​ຜູ້​ນໍາ​ຂອງ​ຈີນ​ກໍ​ຈະ​ເຂົ້າ​ຮ່ວມ​ແລະຫລາຍໆ​ບໍລິສັດ​ກໍ​ຈະ​ເຂົ້າ​ຮ່ວມ,ຈະ​ເປັນ​ໂອກາດ​ດີ​ທີ່​ສຸດ​ໃຫ້​ແກ່​ພວກ​ເຮົາ​ໃນ​ການ​ທີ່​ວ່າ​ຈັດ​ການວາງສະ​ແດງ​ຜົນ​ສໍາ​ເລັດ​ຂອງ​ການ​ສ້າງສາ​ປະ​ເທ​ດຂອງ​ຕົນ​ເອງ,​ໂດຍ​ສະ​ເພາະ​ການ​ຮ່ວ​ມມື​ນໍາ​ກັນ​ທາງ​ດ້ານ​ເສ​ດ​ຖະກິດ,ທີ່​ວ່າ​ແຕ່ລະ​ປີ​ພວກ​ເຮົາ​ກໍ​​ໄດ້​ຈັດ​ຂຶ້ນ​ແລ​ະຈະ​ເຫັນ​ໄດ້​ວ່າ​ແຕ່ລະ​ປີ​ການ​ເຂົ້າ​ຮ່ວມ​ຂອງ​ບໍລິສັດ​ຕ່າງ​ໆ​ຂອງ​ປະ​ເທດ​ຕ່າງໆ​ອາ​ຊຽນ​10​ປະ​ເທດ​ລວມ​ທັງ​ຈີນ​11​ປະ​ເທດ​ກໍ​ໄດ້​ປະ​ກອບ​ສ່ວນ​,ມີ​ລັກ​ສະ​ນະ​ຈໍາ​ນວນ​ເພີ່ມ​ຂຶ້ນ,​ໂດ​ຍສະ​ເພາະ​ລາວ​,​ແຕ່ລະ​ປີຈໍານວນ​ບໍລິສັດ​ຕ່າງໆ​ມີ​ຄວາມ​ສົນ​​ໃຈ​ຫລາຍໆ​ໃນ​ການ​ນໍາ​ຜົນ​ຜະລິດ​ຕົນ​ເອງ​ມາ​ວາງສະ​ແດງ​ເຊິ່ງ​ເຫັນ​​ໄດ້ຜົນ​ວ່າການ​ວາງສະ​ແດງ​ດັ່ງ​ກ່າວ​ເປັນ​ຈຸ​ດລວບ​ອັນ​ໜຶ່ງ​​ໃນ​ການ​ສົ່ງ​ເສີມ​ບໍ່​ແມ່ນ​ວ່າ​ພຽງ​ແຕ່​ຄວາມ​ເຂົ້າ​ໃຈ​ກັນ​,ທັງ​ສົ່ງ​ເສີມ​ການ​ດໍ​າ​ເນີນ​ທຸລະ​ກິດ​ຮ່ວມ​ກັນ​ເຊິ່ງວ່າ​ເຫັນ​ໄດ້ຜົນ​ວ່າ​ແຕ່​ລະ​ປີ​ນັ້ນ,ມີ​ຫລາຍ​ບໍ​ລິ​ສັດ​ເຂົ້າ​ຮ່ວມ.​ຫລັງ​ຈາກ​ວາງ​ສະ​ແດງມີ​ການ​ເຊັນ​ສັນຍາ​ຫລາຍ​ສະບັບ​ນໍາ​ກັນ​ແຕ່ລະ​ປີ​ເພີ່ມ​ຂຶ້ນ​ໃນ​ການ​ທີ່​ຈະ​ວ່າສື​ບຕໍ່ພົວພັນ​ແລະ​ສົ່ງ​ເສີມການ​ລົງທຶນ​,ການ​ຄ້າຂາຍ​ນໍາ​ກັນ​ ເຊິ່ງ​ເຮັດ​ໃຫ້​ຕົວ​ເລກ​ຂອງ​ແຕ່​ລະ​ປີ​ໂດ​ຍສະ​ເພາະຂອງ​ລາວ​ເຮົາ​ພົວພັນ​ການ​ຄ້າ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ,​ເຊັ່ນ​ວ່າ​ປີ2012ທີ່​ຜ່ານ​ມາ​ຖື​ວ່າ​ເປັນ​ຈໍານວນ​ຫລວງ​ຫລາຍ​,ປະ​ມານ​1​ຕື້​ໂດ​ລາ,​ເປັນ​ຕົວ​ເລກ​ທີ່​ວ່າ​ບໍ່​ແມ່ນ​ໜ້ອຍ​,​ແຕ່​ຂ້າພະ​ເຈົ້າ​ຄຶດ​ວ່າການ​ວາງ​ສະ​ແດງ​ດັ່ງກ່າວ​ກໍ​ມີ​ສ່ວນ​​ໃນ​ການ​ສົ່ງ​ເສີມ​ການ​ລົງທຶນ​ພາຍ​ໃນ​ອາ​ຊຽນກໍ​ຄື​ການ​ລົງ​ທຶນ​ຂອງ​ນັກ​ທຸ​ລະ​ກິດ​ຈີນ​ທີ່​​ໄປ​ລົງທຶນ​ຢູ່​ບັນດາ​ປະ​ເທດ,​ເຮັດ​ໃຫ້​ໂຄງ​ການ​ລົງ​ທຶນ​ຂອງ​ລາວ​ແຕ່ລະ​ປີ​ເພີ່ມ​ຂຶ້ນ ​ແລ​ະ​ໂຄງການ​ດັ່ງ​ກ່າວ​ກໍ​ເປັນ​ພື້ນ​ຖານ​ໃຫ້​ແກ່​ການ​ພັດທະນາ​ໂຄງ​ລ່າງ​ແລ​ະ​ເປັນ​ການ​ກະຕຸ​ກຊຸກ​ຍູ້ໃນ​ການ​ດໍ​າ​ເນີນ​ທຸລະ​ກິດ.ຂ້າພະ​ເຈົ້າ​ຄຶດ​ວ່າ​ງານ​ດັ່ງກ່າວຈະ​ເຮັດ​ບົດບາດ​ທີ່​ສໍາຄັນ​ທີ່​ສຸດ​​ໃນ​ແຕ່ລະ​ປີ,ພວກ​ເຮົາ​ແຕ່ລະ​ປີ​ໄດ້​ຍິນ​ບໍລິສັດ​ໄດ້​ກຽມ​ພ້ອມ​ທີ່​ວ່າ​ຜະ​ລິດ​ສິນ​ຄ້າ​ຈະ​ເອົາ​ມາ​ວາງສະ​ແດງ.ຂ້າພະ​ເຈົ້າ​ຄິດ​ວ່າ​ແຕ່ລະ​ປີ​ງານ​ວາງສະ​ແດງ​ກໍ​ຈະ​ເປັນ​ການ​ປະກອບສ່ວນ​​ໃນ​ການ​ກະ​ຕຸກ​ຊຸກຍູ້​ໃນ​ການ​ຫາ​ຕະຫລາດ​​ໃຫ້​ແກ່​ນັກທຸລະກິດ​ແລະ​ພາກສ່ວນ​ທີ່ລົງທຶນ​ຕ່າງໆ​ຢູ່​ລາວ.