ກອງ​ປະຊຸມ​ລັດຖະມົນຕີ​ເສດຖກິດ​ອາ​ຊຽນຄັ້ງ​ທີ45​ຈັດ​ຂຶ້ນ​ຢູ່​ບຼູ​ໄນ

(GMT+08:00) 2013-08-21 14:36:56     cri
ຕາມ​ຂ່າວCRI, ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ​ຄັ້ງ​ທີ45​ແລະ​ກອງ​ປະຊຸມ​ອື່ນໆ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ບັນດາ​ເຊ​ລີ​ເບ​ກາ​ວັນ​ຂອງ​ບຼູ​ໄນ​ໃນ​ວັນ​ທີ20​ສິງຫາ​ນີ້.

ຫົວ​ຂໍ້​ຕົ້ນຕໍ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້​ທີ່​ຈັດ​ເປັນ​ເວລາ​ສອງ​ວັນ​ແມ່ນ​ເນັ້ນ​ໃສ່​ປຶກສາ​ຫາລື​ຂະ​ບວນການ​ສ້າງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ​ໃຫ້​ສຳ​ເລັດ​ໃນ​ປີ2015, ລັດຖະມົນຕີ​ຂອງ​ບັນດາ​ປະ​ເທ​ດອາ​ຊຽນ​ໄດ້​ປຶກສາ​ຫາລື​ຄວາມ​ຄືບ​ໜ້າ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ​ໃນ​ຂະ​ບວນການ​ລົງ​ເລິກ​ການ​ເຊື່ອມ​ໂຍງ​ເຂົ້າກັນ. ​ໃນ​ຖະ​ແຫຼ​ງການ​ຮ່ວມ​ສະບັບ​ໜຶ່ງ​ທີ່​ເປີດ​ເຜີຍ​ໃນ​ໄລຍະ​ກອງ​ປະຊຸມ​ຄັ້ງ​ນີ້​ຊີ້​ອອກ​ວ່າ, ມາ​ຮອດ​ເດືອນ​ກໍລະ​ກົດ​ປີ​ນີ້, ບັນດາ​ປະ​ເທດ​ອາ​ຊຽນ​ໄດ້​ສຳ​ເລັດ​ເນື້ອ​ໃນ79,4%ຂອງ​ແຜນການ​ສ້າງ​ປະຊາ​ຄົມ​ເສ​ດຖະກິດ​ອາ​ຊຽນ.

ລັດຖະມົນຕີ​ເສດຖະກິດ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນຍັງ​ໄດ້​ສຳ​ຫຼວດຕໍ່​ການ​ພັດທະນາ​ຂອງ​ເສດຖະກິດ​ພາກ​ພື້ນ​ພາຍ​ໃຕ້​ສະຖານະ​ການ​ເສດຖະກິດ​ທົ່ວ​ໂລກ​ໃນ​ປັດຈຸບັນ, ​ແລະ​ໄດ້​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ເພື່ອ​ເຮັດ​ໃຫ້​ອາ​ຊຽນຍົກ​ສູງກຳລັງ​ແກ່ງ​ແຍ່ງ​ໃນ​ພາກ​ພື້ນ​ແລະ​ເພີ່ມ​ທະວີ​ຖານະ​ບົດບາດ​ຂອງ​ອາ​ຊຽນ​ໃນ​ເຄືອ​ຂ່າຍ​ສະໜອງ​ສິນຄ້າ​ສາກົນ.