ການ​ຮ່ວມ​ມື​ຂອງ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ໄດ້​ມີ​ຄວາມ​ຄືບ​ໜ້າ

(GMT+08:00) 2013-08-23 11:12:39     cri
ວັນ​ທີ 22 ສິງຫາ​ນີ້, ສູນ​ຄົ້ນຄວ້າ​ອະນຸ​ພາກ​ພື້ນ​​ແມ່​ນ້ຳຂອງ​ມະຫາວິທະຍາ​ໄລ​ຢຸນນານ​ຈີນ​ແລະ​ສຳນັກ​ພິມ​ຈຳ​ໜ່າຍ​ຂໍ້​ມູນ​ເອ​ກະ​ສານ​ວິ​ທະ​ຍາ​ສາດ​ສັງ​ຄົມ​ຈີນ​ໄດ້​ຮ່ວມ​ກັນ​ເຜີຍ​ແຜ່​ປຶ້ມ​ປົກ​ສີຟ້າ "ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ2013"​ໂດຍ​ຊີ້​ອອກ​ວ່າ, ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຂອງ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ໄດ້​ກາຍ​ເປັນ​ຕົວ​ແບບ​ທີ່​ສຳ​ເລັດ​ຜົນ​ຂອງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ອາຊີ​ແລະ​ການ​ຮ່ວມ​ມື​ໃຕ້ໆ.

ປຶ້ມ​ປົກ​ສີຟ້າ​ລະບຸ​ວ່າ, ​ໃນ​ໄລຍະ 20 ປີ​ນັບ​​ແຕ່​ເລີ່​ມມີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຂອງ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ເມື່ອ​ປີ1992​ເປັນ​ຕົ້ນ​ມາ, ການ​ຮ່ວມ​ມື​ໃນ​ອະນຸ​ພາກ​ພື້ນ​ໄດ້​ກ້າວ​ສູ່​ລວງ​ເລິກ​ແລະ​ຂະຫຍາ​ຍກວ້າງອອກ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ແລະ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ທີ່​ສຸດ​ໃນ​ການ​ຊຸກຍູ້​ການ​ພັດທະນາ​ດ້ານ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ສະມາຊິກ, ​ເສີມ​ສ້າງ​ກຳລັງ​​ແກ່ງ​ແຍ່ງສັງ​ລວມ​ຂອງ​​ອະນຸ​ພາກ​ພື້ນ,​ແລະ​ຊຸກ​ຍູ້​ຂະ​ບວນການ​ເຊື່ອມ​​ໂຍງ​ເຂົ້າ​ກັນ​ຂອງ​ເສດຖະກິດ​ອາຊີ.

ທ່ານ​ຫຼິວຈື້ ຫົວໜ້າ​ບັນນາທິການ​ປຶ້ມ​ປົກ​ສີຟ້າ​ດັ່​ງກ່າວ​ໃຫ້​ຮູ້​ວ່າ, ພາຍ​ໃຕ້​ສະພາບ​ລວມ​ທີ່​ການ​ຟື້ນ​ຕົວ​ຂອງ​ເສດຖະກິດ​ໂລກ ​ກຳລັງ​ປະສົບ​ຄວາມ​ຫຍຸ້ງຍາກ​ຢ່າງ​ຫຼວງ​ຫຼາຍ​ນັ້ນ, ນະ​ໂຍບາຍ​​ໃໝ່​ດ້ານ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ​ຂອງ​ຈີນ​ໃນ​ໄລຍະ​ໃໝ່​​ໄດ້​ເຮັດ​ໃຫ້​5​ປະ​ເທດ​ໃນ​ອະນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ຄື​ລາວ, ຫວຽດນາມ, ມຽນມາ,​ໄທ​ແລະ​ກຳປູ​ເຈຍ​​ໄດ້ມີ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ​ໃນ​ດ້ານ​ເສດ​ຖະ​ກິດ​ໃນ​ປີ​2012​ຜ່ານ​ມາ,​ໂດຍ ​ເສດ​ຖະ​ກິດ​ຂອງ​5​ປະ​ເທດ​ນີ້​ລ້ວນ​ແຕ່​ໄດ້​ບັນ​ລຸ​ການ​ເຕີບ​ໂຕ​ໃນ​ລະ​ດັບ​ຫຼາຍ​ກວ່າ 5%.

ປຶ້ມປົກ​ສີຟ້າ​ລະບຸ​ວ່າ, ​ແຕ່​ປີ2012​ເປັນ​ຕົ້ນ​ມາ,ການ​ເຄື່ອນ​ໄຫວ​ດ້ານ​ການ​ຕ່າງປະ​ເທດ​ຂອງ​ປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ໄດ້​ມີ​ການ​ພັດ​ທະ​ນາ​ຢ່າງ​ມີ​ຊີ​ວິດ​ຊີວາ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ, ປະ​ເທດ​ໃຫຍ່​ທີ່​ຢູ່​ນອກ​ອະນຸ​ພາກພື້ນ​ເຊັ່ນ​ອາ​ເມ​ລິ​ກາ,ຍີ່​ປຸ່ນ​ແລະ​ອິນ​ເດຍ​ໄດ້​ມີ​ສ່ວນ​ຮ່ວມ​ເພີ່ມ ຂຶ້ນ​ຢ່າງ​ຫຼວງ​ຫຼາຍ​ໃນ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳຂ​ອງ, ການ​ເຄື່ອນ​ໄຫວ​ໄປ​ຢ້ຽມ​ຢາມ​ຕ່າງ​ປະ​ເທດ ຄັ້ງ​ທຳ​ອິດ​ຂອງ​ທ່ານ​ບາ​ຣັກ​ໂອ​ບາ​ມາ​ພາຍ​ຫຼັງ​ທີ່​ທ່ານ​ໄດ້​ຂຶ້ນ​ຮັບ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ອີກ​ສະ​ໄໝ​ໜຶ່ງ​ນັ້ນ​ກໍ່​ແມ່ນ​ການ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊີ​ຕາ​ເວັນ​ອອກ​ແລະ​ພ້ອມ​ທັງ​ໄປ​ຢ້ຽມ​ຢາມ​ກຳ​ປູ​ເຈຍ, ໄທ​ແລະ​ມຽນມານຳອີກ. ສາມາດເວົ້າໄດ້ວ່າ, ອະ​ນຸ​ພາກ​ພື້ນ​ແມ່​ນ້ຳຂອງໄ​ດ້ກາຍ​ເປັນ​ສະ​ຖານ​ທີ່​ທົດ​ລອງ​ຍຸດ​ທະ​ສາດ​ກ້ຳເ​ກິ່ງ​ຄືນ​ອີກ​ຢູ່​ອາ​ຊີ​ປາ​ຊີ​ຟິກ​ຂອງອາເມ​ລິກາ​ແ​ລະ​ເປັນ​ສະ​ໜາມ​ແຂ່ງ​ຂັນ​ລະ​ຫວ່າງ​ປະ​ເທດ​ໃຫຍ່. ທ່ານ​ມາ​ສ້ຽວ​ຈຸ່ນ ສາ​ສະ​ດາ​ຈານ​ຂອງ​ສະຖາບັນຄົ້ນຄວ້າຍຸດທະສາດສາກົນຂອງໂຮງຮຽນທິດສະດີພັກສູນກາງພັກກອມມູນິດຈີນ​ເຫັນ​ວ່າ, ຈີນ​ຄວນ​ປະ​ສານ​ງານ​ການ​ພົວ​ພັນ​ລະ​ຫວ່າງ​ປະ​ເທດ​ໃຫຍ່​ຢ່າງ​ເຕັມ​ທີ່, ເພື່ອ​ໃຫ້​ເປັນ​ສະ​ພາບ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະໂຫຍດ.