ເຂດ​ທົດ​ລອງ​​ການ​ລ້ຽງສັດ​​ໃນ​ທາງຊີວະ​ພາບລະດັບ​ຊາດ​ພຽງ​​ແຫ່ງດຽວ​ຂອງ​ຈີນ​​ໄດ້​ບັນລຸ​ມູນ​ຄ່າການ​ຜະລິດ 2 ຕື້​ຢວນ

(GMT+08:00) 2013-08-25 16:28:38     cri
ຕາມ​ຂ່າວສານ​ຊິນ​ຮວາ: ຫຼັງ​ຈາກ​ເລີ່​ມດຳ​ເນີນ​ການ​ເມື່ອ​ເດືອນສິງຫາ​ປີ 2011​ເປັນ​ຕົ້ນ​ມາ, ​​ເຂດ​ທົດ​ລົງການ​ລ້ຽງສັດ​ການ​ພັດທະນາ​ແບບ​ຍຶນຍົງ​ແຫ່ງ​ຊາດ​ໃນ​ກິ່ງ​ແຂວງ​ປົກຄອງຕົນ​ເອງ​​ເຜົ່າ​ຕິ​ເບ​ດ​ໄຮ​ນາມ​ແຂວງ​ຊິ່ງ​​​ໄຮ້ ​ເຊິ່ງ​ເປັນ​ເຂດ​ທົດ​ລອງ​ການ​ລ້ຽງສັດ​ໃນ​ທາງຊີວະ​ພາບລະດັບຊາດ​​ພຽງ​ແຫ່ງດຽວ​ຂອງ​ຈີນ​ໄດ້​ໃຊ້​ຫຼາຍ​ມາດ​ຕະການ​ເປັນ​ຕົ້ນ: ປັບປຸງ​ທົ່ງ​ຫຍ້າ​ໂດຍ​ລວມ​ແລະທຸລະ​ກິດ​ແບບ​ສຸມ​ເປັນ​ຕົ້ນ​ເພື່ອ​ຊຸກຍູ້​ການ​ລ້ຽງສັດທາງ​ຊີວະ​ພາບ​​ໃຫ້​ມີ​ການພັດທະນາ​ເປັນ​ຢ່າງ​ດີ, ​ເຂດ​ໂຄງການ​ທົດ​ລອງ​ໄດ້​ບັນລຸ​ຄວາມ​ສົມ​ດຸນລະຫວ່າງ​ທົ່ງຫຍ້າ​ແລະ​ສັດ​ລ້ຽງໃນ​ເບື້ອງຕົ້ນ, ​ໄດ້​ປັບ​ປຸງ​ແກ້​ໄຂ​ບັນຫາ​ນ້ຳ​ເຊາະ​ດິນ​ໜີ 174 ກິ​ໂລ​ຕາແມັດ, ປ້ອງ​ກັນ​ທີ່​ດິນຫັນ​ເປັນ​ທະ​ເລ​ຊາຍ 38 ​ເຮັກຕາ, ນັບ​ລວມ​ແລ້ວ​ໄດ້ບັນລຸ​ມູນ​ຄ່າການ​ຜະລິດ 2 ຕື້​ຢວນ​ໃນ 3 ປີຜ່ານມາ.