ບາງກອກ​ແລະ​ປັກ​ກິ່ງສະ​ເຫຼີ​ມສະຫຼອງການ​ສ້າງ​ເປັນຕົວ​ເມືອງ​ໄມຕີ​ຈິດມິດຕະພາບ​ຄົບ​ຮອບ 20 ປີ

(GMT+08:00) 2013-08-25 16:31:07     cri

ຕາມ​ຂ່າວcri: ປີ​ນີ້​ແມ່ນ​ບາງກອກ​​ຂອງ​ໄທ​ແລະ​ປັກ​ກິ່ງ​ຈີນສ້າງ​ເປັນເມືອງ​ໄມຕີ​ຈິດມິດຕະພາບ​ຄົບຮອບ 20ປີ. ຕອນ​ຄ່ຳວັນ​ທີ 24 ສິງຫາ​ນີ້​ຕາມ​​ເວລາ​ທ້ອງ​ຖິ່ນ, ຢູ່​ສູນ​ຊາວ​ໜຸ່ມ​ທີ່ບາງ​ກອກ, ບາງກອກ​ກັບ​ປັກ​ກິ່ງ​​ໄດ້ຮ່ວມ​ກັນຈັດ​ພິມີ​ສະ​ເຫຼີ​ມສະຫຼອງ​ແລະ​ການສະ​ແດງ​​ເພື່ອ​ລະ​ລຶກສອງ​ຝ່າຍ​ສ້າງ​ເປັນ​ຕົວ​ເມືອງ​ໄມຕີ​ຈິດມິດຕະພາບ​ຄົບຮອບ 20ປີ, ​ໄດ້​ດູດ​ດຶງ​ຊາວ​ເມືອງບາງ​ກອກ​ຫຼາຍ​ພັນ​ຄົນມາຊົມ​ເບິ່ງ.

ຂ່າວ​ແຈ້ງວ່າ, ບາງ​ກອກ​ຍັງ​ຈະ​ຈັດ "ງານ​ຊື້​ຂາຍ​ບາງກອກ"ຢູ່​ປັກ​ກິ່ງ​ໃນ​ເດືອນຕຸລາ​ປີ​ນີ້, ​ເພື່ອ​ຊຸກຍູ້​ການ​ແລກປ່ຽນດ້ານ​ເສດຖະກິດ​ການ​ຄ້າ​ແລະການ​ສ້າງສາ​ດ້ານວັດທະນະທຳລະຫວ່າງ​ສອງ​ຝ່າຍ​.