ນາຍົກ​ລັດຖະມົນຕີຫວຽດນາມ​ຈະ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນຄັ້ງ​ທີ 10

(GMT+08:00) 2013-08-26 16:48:14     cri
ວັນ​ທີ 23 ສິງຫາ​ນີ້, ໜັງສືພິມ​ເອ​ເລັກ​ໂຕຼນິກຂອງ​ພັກ​ກອມ​ມູນິດ​ຫວຽດນາມ​ລາຍ​ງານ​ວ່າ,​ໂດຍ​ຕອບ​ສະໜອງ​ຄຳ​ເຊີນ​ຂອງ​ທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດຖະມົນ​ຕີ​ຈີນ, ທ່ານ​ຫງວຽນ​ເຕີນ​ຢຸງ, ນາຍົກລັດຖະມົນຕີຫວຽດນາມ​ຈະ​ເຂົ້າ​ຮ່ວມງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນຄັ້ງ​ທີ 10 ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງທຶນ​ຈີນ​ອາ​ຊຽນຄັ້ງ​ທີ 10 ທີ່​ຈະ​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນິງ​ເຂດ​ປົກຄອງ​ຕົນ​ເອງ​​ເຜົ່າ​ຈ້ວງ​ກວາງຊີ​ຂອງ​ຈີນ​ແຕ່​ວັນ​ທີ 2 ຫາ​ວັນ​ທີ 3 ກັນຍາ​ໜ້າ​ນີ້.

ຂ່າວ​ແຈ້ງ​ວ່າ, "ທ່ານ​ຫງວຽນ​ເຕີນ​ຢຸງຈະ​ກ່າວ​ປາຖະກະຖາ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງທຶນຈີນ​ອາ​ຊຽນຄັ້ງ​ທີ 10, ​ໃນ​​​ໂອກາດ​ນີ້, ທ່ານ​ຫງວຽນ​ເຕີນ​ຢຸງ, ນາຍົກລັດຖະມົນ ຕີຫວຽດນາມຈະ​ເຈລະຈາ​ກັບ​ທ່ານ​ຫຼີ້​ເຄີ້ສຽງ, ນາຍົກລັດຖະມົນຕີຈີນ, ​ເພື່ອ​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບມາດ​ຕະການ​ທີ່​ຊຸກ​ຍູ້​ການ​ພົວພັນ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ແລະ​ການ​ລົງທຶນ​ລະ​ຫວ່າງ​ຫວຽດນາມ​ກັບ​ຈີນ​ຕື່ມ​ອີກ."