ສອງ​ກອງທັບ​ເຮືອ​ຈີນ​ອາ​ເມ​ລິ​ກາ​ຈັດການ​ຊ້ອມ​ຮົບ​ຮ່ວມຕ້ານ​ໂຈນ​ສະຫຼັດຢູ່​ເຂດ​ທະ​ເລ​ອ່າວ​ອາ​ເດັນ

(GMT+08:00) 2013-08-26 16:39:14     cri
ວັນ​ທີ 24 ຫາ​ວັນ​ທີ 25ສິງຫາ​ນີ້, ກອງກຳ​ປັ່ນ​ປ້ອງ​ກັນ​ການ​ເດີນ​ເຮືອ​ຊຸດ​ທີ 14 ຂອງ​ກອງທັບ​ເຮືອ​ຈີນ​ແລະກຳ​ປັ່ນ​ຕໍ່ຕ້ານ​ທີ່​ຕິດ​ຕັ້ງ​ລູກສອນ​ໄຟ​ນຳ​ວິຖີທີ່​ມີ​ຊື່ວ່າ "Mason"ຂອງ​ກອງທັບ​ເຮືອ​ອາ​ເມ​ລິ​ກາ​ທີ່​ກຳລັງ​ປະຕິບັດ​ໜ້າ​ທີ່​ຢູ່​ເຂດ​ທະ​ເລ​ອ່າວ​ອາ​ເດັນ​ໄດ້​ຈັດການ​ຝຶກ​ຊ້ອມ​ຮ່ວມ​ຕ້ານ​ໂຈນ​ສະຫຼັດ​ທາງ​ທະ​ເລ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ.

ການຝຶກ​ຊ້ອມເທື່ອ​ນີ້​​ໄດ້​ດຳ​ເນີນ​ເປັນ​ເວລາ 2 ວັນ, ຝ່າຍ​ຈີນ​ໄດ້​ສົ່ງ​ກຳ​ປັ່ນ​ຕໍ່ຕ້ານ​ທີ່​ຕິດ​ຕັ້ງ​ລູກ​ສອນ​ໄຟ​ນຳ​ວິຖີ "ຮາ​ບິນ", ກຳ​ປັ່ນ​ລຳລຽງ​ສັງ​ລວມ "​ເວີຍ​ຊ່ານ​ຫູ", ຍົນ​ເຮ​ລິ​ກົບ​ແຕ ລຳ​ໜຶ່ງ, ​ເຮືອ​ຮົບ​ນ້ອຍ 4 ລຳ​ແລະທະຫານ​ກອງ​ຕີ​ພິ​ເສດ​ຈຳນວນ​ໜຶ່ງ​ເຂົ້າ​ຮ່ວມ​ໃນ​ການ​ຝຶກ​ຊ້ອມ​​ໃນ​ຄັ້ງ​ນີ້.ສ່ວນ​ຝ່າຍ​ອາ​ເມ​ລິ​ກາ​ໄດ້​ສົ່ງ​ກຳ​ປັ່ນ​ຕໍ່ຕ້ານ​ທີ່​ຕິດ​ຕັ້ງ​ລູກ​ສອນ​ໄຟ​ນຳ​ວິຖີ"Mason", ຍົນ​ເຮ​ລິ​ກົບ​ແຕ ລຳ​ໜຶ່ງ, ​ແລະ​ທະຫານ​ກອງ​ຕີ​ພິ​ເສດ​ຈຳນວນ​ໜຶ່ງ​ເຂົ້າ​ຮ່ວມ​ການ​ຝຶກ​ຊ້ອມ.

ການ​ຝຶກ​ຊ້ອມ​ໃນ​ຄັ້ງ​ນີ້​​ໄດ້ດຳ​ເນີນ​ໄປ​ໂດຍມີ​ເຈົ້າ​ໜ້າ​ທີ່​ບັນຊາ​ການ​ຂອງ​ສອງ​ຝ່າຍ​ຜັດປ່ຽນ​ກັນປະຕິບັດ​ການ​ບັນຊາ​ການ​ໃນ​ການ​ຝຶກ​ຊ້ອມ 10 ດ້ານ​ຄື​ສັບ​ປ່ຽນ​ກຳລັງ​ລະຫວ່າງ​ກຳ​ປັ່ນສອງ​ຝ່າຍ​, ການ​ເຄື່ອນ​ໄຫວ​ຂອງ​ກອງ​ກຳ​ປັ່ນ, ການ​ຍິງ​ດ້ວຍ​ອາວຸດ​ເບົາ, ການ​ຍິງ​ຈາກກຳ​ປັ່ນ ​ສູ່​ທະ​ເລ, ຍົນ​ເຮ​ລິ​ກົບ​ແຕຂອງ​ສອງ​ຝ່າຍ​ໄດ້​ປ່ຽນ​ກັນ​ລົງ​ຈອດ​ຢູ່ກຳ​ປັ່ນ​ຂອງ​ອີກ​ຝ່າຍ​ໜຶ່ງ, ຮ່ວມ​ກັນ​ກວດກາ​ແລະ​ຈັບ​ກຸມ​​ໂຈນ​ສະຫຼັດ, ຍົນ​ເຮ​ລິ​ກົບ​ແຕ​ຕິດ​ຕາມ​ເປົ້າ​ໝາຍ​ທາງ​ທະ​ເລ​ໃນ​ຍາມ​ກາງຄືນ,​ແລະ​ການໃຊ້​ກຳລັງ​ອາວຸດຮ່ວມ​ກັນ​ໃນ​ການ​ຊ່ວຍ​ເຫຼືອ​ກຳ​ປັ່ນ​ການ​ຄ້າ​ທີ່​ຖືກ​ປຸ້ນ​ຈີ້.

ການ​ຝຶກ​ຊ້ອມ​ເທື່ອ​ນີ້​ແມ່ນ​ເທື່ອ​ທີ​ສອງ​ທີ່​ກອງ​ກຳ​ປັ່ນ​ປ້ອງ​ກັນ​ການ​ເດີນ​ເຮືອ​ຂອງ​ກອງທັບ​ເຮືອ​ຈີນ​ຮ່ວມ​ກັບ​ກອງທັບ​ເຮືອ​ຕ່າງປະ​ເທດ​ຈັດການ​ຝຶກ​ຊ້ອມ​ຮ່ວມ​ຕ້ານ​ໂຈນ​ສະຫຼັດ​ທາງ​ທະ​ເລ ນັບ​ແຕ່​ກອງທັບ​ເຮືອ​ຈີນ​​ເດີນທາງ​ໄປ​ປະຕິບັດ​ໜ້າ​ທີ່​ປ້ອງປັນ​ການ​ເດີນ​ເຮືອ​ຢູ່​ອ່າວ​ອາ​ເດັນ​ແລະ​ເຂດ​ທະ​ເລ​ໂຊ​ມາລີ​ເປັນ​ຕົ້ນ​ມາ.