ຖ້ຽວ​ບິນZH9969 ​ຂອງ​ສາຍ​ການ​ບິນ​Shen​zhen Airlines​ເກີດ​ໄຟ​ໄໝ້ ຜູ້​ໂດຍ​ສານ 12 ຄົນ​ໄດ້​ຮັບ​ບາດ​ເຈັບ​ເລັກ​ນ້ອຍ

(GMT+08:00) 2013-08-26 17:04:57     cri
ເວລາ 18 ​ໂມງ 10 ນາທີ​ຂອງ​ວັນ​ທີ 25 ສິງຫາ​ນີ້, ຢູ່​ສະໜາມ​ບິນ​ເຊີນ​​ເຈີ້ນ,​ຖ້ຽວ​ບິນ ZH9969ຈາກ​ເຊິ​ນ​ເຈີ້ນ​ຫາ​ປັກ​ກິ່ງ​ຂອງ​ສາຍ​ການ​ບິນ​Shenzhen Airlines​ ​ໃນ​ຂະນະ​ທີ່​ຍົນຈະ​ບິນ​ຂຶ້ນ​ໄດ້​ເກີດ​ມີ​ຄວັນ​ຂຶ້ນ​ຢູ່​ທ້າຍ​ຍົນ​ຍ້ອນ​ເຄື່ອງ​ຈັກ​ຕິດ​ຂັດ,​​ແລະ​ເກີດສັນຍານ​ເຕືອນ​ໄພ​ດັງ​ຂຶ້ນ, ພະນັກງານ​ຈຸການບິນ​ຈິ່ງ​ປະຕິບັດ​ຕາມຂັ້ນ​ຕອນ​ການ​ມອດ​ໄຟ​ແລະອົບ​ພະຍົບຜູ້​ໂດຍສານ​ອອກ​ຈາກ​ຍົນ​ຢ່າງ​ສຸກ​ເສີນ. ມີຜູ້​ໂດຍສານ 12 ຄົນ​ໄດ້​ຮັບ​ບາດ​ເຈັບ​​ເລັກ​ນ້ອຍ​ໃນ​ເວລາ​ອົບ​ພະຍົບອອກ​ຈາກ​ຍົນ.

ເວລາ​ປະມານ 22 ​ໂມງ​ 30 ນາທີ​ຂອງ​ມື້​​ເກີດ​ເຫດ, ທ່ານ​​ເຢຟາງ​ລິນ  ​ເຈົ້າ​ໜ້າ​ທີ່​ພະ​ແນ​ກວຽກ​ງານ​ພັກ​ແລະ​ມະ​ຫາ​ຊົນ​ຂອງ​ບໍ​ລິ​ສັດ​ການ​ບິນ​Shenzhen Airlines​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ໂດຍ​ກ່າວ​ວ່າ,  ປະຈຸ​ບັນ​ຍັງ​ບໍ່​ສາ​ມາດ​ຢັ້ງຢືນ​ໄດ້​ວ່າ​ໃນ​ເຫດການ​​ເທື່ອ​ນີ້​ໄດ້​ມີ​ໄຟ​ໄໝ້​ຂຶ້ນ​ຫຼື​ບໍ່? ຍັງ​ຕ້ອງ​ລໍຖ້າ​ຜົນ​ການ​ສືບສວນກ່ອນ. ​ເພື່ອສ້າງ​ຄວາມ​ສະດວກ​ໃຫ້​ແກ່​ຜູ້​ໂດຍສານ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ອຸບັດ​ຕິ​ເຫດ​ຄັ້ງ​ນີ້, ຖ້ຽວ​ບິນໃໝ່​ໄດ້​ບິນ​ຂຶ້ນ​ສູ່​ທ້ອງຟ້າ​ໃນ​ເວລາ 22 ​ໂມງ 10 ນາທີ​ຂອງ​ມື້​ດຽວ​ກັນ​ໃນ​ຈຳນວນ, ມີຜູ້​ໂດຍສານ 67 ຄົນ​ໄດ້​ສືບ​ຕໍ່​ເດີນທາງ​ດ້ວຍ​ຍົນ​ຖ້ຽວ​ໃໝ່,​ມີ15 ຄົນ​ໄດ້​ປ່ຽນ​ຍົນຫຼື​ຍົກ​ເລີກ​ການ​ເດີນທາງ,​ໃນ​ນັ້ນ, ຜູ້​ໂດຍສານ​ທີ່​ໄດ້​ຮັບ​ບາດ​ເຈັບ​ເລັກ​ນ້ອຍ​ຈຳນວນ​ໜຶ່ງ​ກໍ່​ໄດ້​ເລືອກ​ຂຶ້ນ​ຍົນລຳ​ໃໝ່, ຜູ້​ໂດຍສານ ຄົນ ​ໜຶ່ງ​ ​ທີ່​ໄດ້​ຮັບ​ບາດ​ເຈັບເມື່ອ​ໄດ້ຮັບ​ການ​ປິ່ນປົວ​ຢູ່​ໂຮງໝໍ​ປະຊາຊົນ​ຟູ​ຢົງ​ກໍເຊົາ​ຫາຍ​​ແລະອອກ​ໂຮງໝໍ​ແລ້ວ.

ຕາມ​ຮູ້​ວ່າ, ຜູ້​ໂດຍສານ​ທີ່​ໄດ້​ຮັບ​ບາດ​ເຈັບ​ນັ້ນຕົ້ນ​ຕໍ​ແມ່ນ​ຍ້ອນນຸ່ງ​ເຄື່ອງ​ບາງ​ໃນ​ຍາມ​ລະດູ​ຮ້ອນ, ໃນ​ເວລາ​ອົບ​ພະ​ຍົບສຸກ​ເສີນ​ນັ້ນ​ຈິ່ງ​​ໄດ້​ຮັບ​ບາດ​ເຈັບ​ຍ້ອນ​ຖືກ​ຮຸກ​ຖູ​ຈາກ​​ຂັ້ນ​​ໄດ​ສຸກ​ເສີນ.