ກອງ​ກຳ​ປັ່ນ​ທະ​ເລ​ຈີນ​ຕາ​ເວັນ​ອອກ​ຂອງ​ກອງ​ທັບ​ເຮືອ​ຈີນ​ເດີນ​ທາງ​ໄປ​ຝຶກ​ຊ້ອມ​ຢູ່​ທະ​ເລ​ໄກ​ທີ່​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ຕາ​ເວັນ​ຕົກ

(GMT+08:00) 2013-08-27 16:34:23     cri
ກອງ​ກຳ​ປັ່ນ​ທະ​ເລ​ຈີນ​ຕາ​ເວັນ​ອອກ​ຂອງ​ກອງທັບ​ເຮືອ​ຈີນ​ທີ່​ປະກອບ​ດ້ວຍ​ກຳ​ປັ່ນ "ຢີ້ຢາງ"​ແລະ​ກຳ​ປັ່ນ "ສາງ​ໂຈ່​ວ"​ໄດ້​ອອກຈາກ​ທ່າ​ກຳ​ປັ່ນ​ທະຫານແຫ່ງ​ໜຶ່ງ​ຂອງ​ເມືອງ​ໂຈ່​ວຊ່ານ​ແຂວງ​ເຈີ້​ຈ່ຽງຂອງ​ຈີນ​ໃນ​ວັນ​ທີ 26 ສິງຫາ​ນີ້ເດີນທາງ​ໄປ​​ເຂດ​ທະ​ເລ​ມະຫາ​ສະໝຸດ​ປາຊີ​ຟິກຕາ​ເວັນ​ຕົກ​ເພື່ອ​ດຳ​ເນີນ​ການ​ຝຶກ​ຊ້ອມ​ຕາມ​ປົກກະຕິ. ການ​ຝຶກ​ຊ້ອມ​ທາງ​ທະ​ເລ​ໄກ​ໃນ​ຄັ້ງ​ນີ້​ເປັນ​ພາກສ່ວນ​ໜຶ່ງ​ຂອງ​ການ​ຊ້ອມ​ຮົບ​ຕາມປົກກະຕິ​ປະຈຳ​ປີ​ຂອງ​ກອງທັບ​ເຮືອ​ຈີນ. ​ໃນ​ໄລຍະ​ການ​ຝຶກ​ຊ້ອມ, ກອງ​ກຳ​ປັ່ນ​ດັ່ງກ່າວ​ຈະ​ດຳ​ເນີນ​ການ​ຝຶກ​ຊ້ອ​ມ​ໃນ​ດ້ານ​ຕ່າງໆ​ເປັນ​ຕົ້ນ​ແມ່ນ​ກອງ​ກຳ​ປັ່ນ​ປ້ອງ​ກັນ​ການ​ລາດ​ຕະ​ເວນ​ເພື່ອ​ກຽມ​ພ້ອມ​ສູ້​ຮົບ, ການ​ບຸກ​ໂຈມ​ຕີ​ແລະ​ການ​ປ້ອງ​ກັນ ​ສັງ​ລວມ​ຢູ່​ທະ​ເລ​ໄກ, ການ​ປະສານ​ເຫຼົ່າ​ລະຫວ່າງກຳ​ປັ່ນ​ແລະ​ເຮືອ​ບິນ​, ການ​ປະຕິບັດ​ການ​ທາງ​ການ​ທະຫານ​ທີ່​ບໍ່​ແມ່ນ​ສົງຄາມ​ແລະ​ອື່ນໆ.

ທ່ານ​ຢຽນ​ເຈີ້​ງໝິງ ຜູ້​ບັນຊາ​ການ​ກອງ​ກຳ​ປັ່ນ​ດັ່ງກ່າວ​ທັງ​ເປັນ​ຫົວໜ້າ​ກອງ​ຍ່ອຍ​ກຳ​ປັ່ນ​ໂຈມ​ຕີກອງ​ໜຶ່ງ​ຂອງ​ຈີນ​ໃຫ້​ຮູ້​ວ່າ, ການ​ດຳ​ເນີນ​ການ​ຝຶກ​ຊ້ອມ​ທາງ​ທະ​ເລ​ໄກ​ຊຶ່ງກອງທັບ​ເຮືອ​ປະ​ເທດ​ຕ່າງໆ​ໃນ​ໂລກ​ໄດ້​ເຮັດ​ໂດຍ​ທົ່ວ​ໄປ, ​ແລະ​ຍັງ​ແມ່ນ​ຮູບ​ການ​ຝຶກ​ຊ້ອມ​ປົກກະຕິ​ເພື່ອ​ຍົກ​ສູງ​ຄວາມ​ສາມາດ​ສູ້​ຮົບ​ຂອງກອງທັບ​ເຮືອ. ການ​ຝຶກ​ຊ້ອມ​ທາງ​ທະ​ເລ​ໄກ​ຢູ່​ມະຫາ​ສະໝຸດ​ສາມາດ​ຍົກ​ສູງ​ຄວາມ​ສາມາດ​ສູ້​ຮົບຂອງ​ກອງທັບ​ໃນ​ການ​ສູ້​ຮົບທາງ​ທະ​ເລຢ່າງ​ຕໍ່​ເນື່ອງ​​​ແລະ​ການສູ້​ຮົບ​ທີ່​ຖື​ລະບົບ​ຂໍ້​ມູນ​ຂ່າວສານ​ເປັນ​ພື້ນຖານ​.

ນັບ​ແຕ່​ຕົ້ນ​ປີ​ນີ້​ເປັນ​ຕົ້ນ​ມາ, ກອງທັບ​ເຮືອ​ຈີນ​ໄດ້​ຈັດ​ຕັ້ງ​ກອງ​ກຳ​ປັ່ນ​ເດີນທາງ​ໄປ​​ເຂດ​ທະ​ເລ​ມະຫາ​ສະໝຸດ​ປາຊີ​ຟິກຕາ​ເວັນ​ຕົກ​ເພື່ອ​ດຳ​ເນີນ​ການ​ຝຶກ​ຊ້ອມ​ມາ​ຫຼາຍ​ເທື່ອ​ແລ້ວ.