ຈີນ​ຈະ​ເປີດ​ຕະຫຼາດ​ການພິມ​ຈຳໜ່າຍ​ລະບົບດີ​ຈີ​ຕອນ​ຕື່ມ​ອີກ

(GMT+08:00) 2013-08-27 16:39:41     cri
ເວທີ​ປຶກສາ​ຫາລື​ການ​ພິມ​ຈຳໜ່າຍ​ສາກົນ​ປັກ​ກິ່ງ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 27 ສິງຫາ​ນີ້. ທ່ານອູ່​ຊູ​ລິນ ຮອງ​ຫົວໜ້າ​ກົມ​ໃຫຍ່​ຖະ​ແຫຼງຂ່າວ​,ພິມ​ຈຳໜ່າຍ,ວິທະຍຸ ​ໂທລະພາບ​ແລະ​ຮູບ​ເງົາ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ຈີນ​ຈະ​ເປີດຕະຫຼາດ​ການ​ພິມ​ຈຳ​ໜ່າຍລະບົບ​ດີ​ຈີ​ຕອນ​ຕື່ມ​ອີກ, ຍິນ​ດີ​ຕ້ອນຮັບ​ວິ​ສາ​ຫະກິດ​​ເຕັກນິກຂໍ້​ມູນ​ຂ່າວສານ​ດີ​ຈີ​ຕອນ​ຂອງ​ຕ່າງປະ​ເທດ​ເຂົ້າ​ມາ​ດຳ​ເນີນ​ທຸລະ​ກິດ​ຢູ່​ຈີນ,​ແລະ​ລົງ​ເ​ລິກການ​ຮ່ວມ​ມື​ກັບ​ວິ​ສາ​ຫະກິດ​ຈີນ​ໃນ​ຂົງ​ເຂດ​ຕ່າງໆ​ເປັນ​ຕົ້ນ​ແມ່ນ​ການຜ​ະລິດ​​ສິ່ງ​ພິມ​ຈຳໜ່າຍ, ການ​ຄົ້ນຄວ້າ​ພັດທະນາ​ເຕັກ​ໂນ​ໂລ​ຊີ, ການ​ປົກ​ປ້ອງ​ລິ​ຂະ​ສິດ​ແລະ​ອື່ນໆ.

ທ່ານ​ອູ່​ຊູ​ລິນ​ຍັງ​ກ່າວ​ວ່າ, ຫວັງ​ໃຫ້​ປະ​ເທດ​ອື່ນ​ຈະ​ສາມາດ​ເປີດ​ຕະຫຼາດ​ຂອງ​ຕົນ​ຕື່ມອີກເພື່ອ​ສ້າງ​ຄວາ​ມສະດວກ​ໃຫ້​ແກ່​ວິ​ສາ​ຫະກິດສື່​ມວນ​ຊົນ​ແລະ​ພິມ​ຈຳໜ່າຍ​ຂອງ​ຈີນ​ເຂົ້າ​ສູ່​ຕະຫຼາດ​ສາກົນ. ກົມ​ໃຫຍ່​ຖະ​ແຫຼ​ງຂ່າວ,ພິມ​ຈຳໜ່າຍ,ວິທະຍຸ,​ໂທລະພາບ​ແລະ​ຮູບ​ເງົາ​ແຫ່ງ​ຊາດ​ຈີນ​ຈະ​ສະ​ໜັບ​ສະ​ໜູນ​ວິ​ສາ​ຫະ​ກິດ​ຖະ​ແຫຼງ​ຂ່າວ​ແລະ​ພິມ​ຈຳ​ໜ່າຍ​ຂອງ​ຈີນ​ດຳ​ເນີນ​ການ​​ແລກປ່ຽນ​ແລະ​ຮ່ວມ​ມື​ ​ກັບ​ວິ​ສາ​ຫະກິດ​ຕ່າງປະ​ເທດ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ແລະ​ຂໍ້​ມູນ​ຂ່າວ​ສານ​ເຫຼົ່າ​ນີ້​ເປັນ​ຕົ້ນ, ​ເພື່ອ​ຮ່ວມ​ກັນ​ຊຸກ​ຍູ້​ຂະ​ແໜງ​ການ​ພິມ​ຈຳໜ່າຍລະບົບ​ດີ​ຈີ​ຕອນ​ໃຫ້​ມີ​ການພັດທະນາ​​ແລະ​ຈະ​ເລີ​ນ​ຮຸ່ງ​ເຮືອງ.

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຂະ​ແໜງ​ການ​ພິມ​ຈຳໜ່າຍ​ລະບົບດີ​ຈີ​ຕອນ​ຂອງ​ຈີນ​ໄດ້​ສ້າງ​ລາຍ​ຮັບ​ສູງ​ຊຶ່ງ​​ເປັນ​ສະຖິຕິ​ສູງ​​ເທື່ອໃໝ່​ຢ່າງ​ຕໍ່​ເນື່ອງ. ປີ2012ຜ່ານມາ, ລວມຍອດ​ລາຍ​ຮັບ​ຂອງ​ຂະ​ແໜງ​ການ​ພິມ​ຈຳໜ່າຍລະບົບ​ດີ​ຈີ​ຕອນ​ຂອງ​ຈີນ​ໄດ້​ມີ​ເຖິງ190​ຕື້​ກວ່າ​ຢວນ, ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​​ກວ່າ 40%​ເມື່ອ​ທຽບ​ໃສ່ໄລຍະ​ດຽວ​ກັນ​ຂອງ​ປີ2011.