ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​​ເຂົ້າ​ຢ້ຽມ​ຄຳນັບ​​ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ

(GMT+08:00) 2013-08-27 15:27:50     cri
ພາຍຫຼັງ​ໄດ້​ສຳ​ເລັດການ​ຢ້ຽມຢາມມະ​ເລ​ເຊຍ​ໃນວັນ​ທີ 26 ສິງຫາ​ນີ້​ແລ້ວ, ທ່ານ​ຊັກ ຮາ​ເກ​ວ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ທີ່​ພວມ​ຢ້ຽມຢາມ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ໄດ້​​ເດີນທາງ​ໄປ​ຢ້ຽມຢາມ​ອິນ​ໂດ​ເນ​ເຊຍ. ​ໃນ​ການ​ພົບ​ປະ​ກັບ​ທ່ານຊຸ​ຊີ​ໂລ ບຳບັງ​ຢຸດ​ໂຮ​ໂຢ​ໂນ, ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ​, ທ່ານ​ຊັກ ຮາ​​ເກ​ວ​ໄດ້​ກ່າວ​ຢ້ຳຍຸດ​ທະ​ສາດ "ການ​ສ້າງຄວາ​ມດຸ່ນດ່ຽງອີກ​ຄັ້ງ​ໃໝ່"ຢູ່ອາຊີ​ປາຊີ​ຟິກຂອງ​ອາ​ເມ​ລິ​ກາ, ​ແລະ​​​ໄດ້​ເນັ້ນ​ໜັກ​ຄວາມ​ສຳຄັນ​ຂອງ​ພາກ​ພື້ນ​ອາຊີ​ປາຊີ​ຟິກທີ່​ມີຕໍ່​ອາ​ເມ​ລິ​ກາ.

ມື້​ດຽວ​ກັນ, ທ່ານ​ຊັກ ຮາ​​ເກ​ວຍັງ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ພູ​ໂນ​​ໂມ ຢຸສກຽນ​ໂທ​ໂຣ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອິນ​ໂດ​ເນ​ເຊຍ. ກະຊວງ​ປ້ອງ​ກັນ​ປະ​ເທດ​ອິນ​ໂດ​ເນ​ເຊຍໄດ້ອອກ​ຖະ​ແຫຼ​ງການ​ໂດຍ​ກ່າວ​ວ່າ, ຫົວ​ຂໍ້​ສຳຄັນ​ທີ່​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ສອງ​ປະ​ເທດ​ປຶກສາ​ຫາລືກັນ​ນັ້ນ​ໄດ້​ກ່ຽວ​ພັນ​ເຖິງ​ວຽກ​ງານ​ຄວາມ​ປອດ​ໄພຂອງ​ພາກ​ພື້ນ​ແລະ​ຂອງ​ໂລກ, ບັນຫາ​ຕ້ານ​ການ​ກໍ່​ການ​ຮ້າຍ​ແລະ​ການຈັດ​ຊື້ອາວຸດ​ຍຸດ​ໂທ​ປະກອນ​ນຳອາ​ເມ​ລິ​ກາ​ຂອງ​ອິນ​ໂດ​ເນ​ເຊຍ.
ມື້​ດຽວ​ກັນ, ທ່ານ​ຊັກ ຮາ​ເກ​ວ​ເຜີຍ​ໃຫ້​ຮູ້​ວ່າ, ອາ​ເມ​ລິ​ກາ​ຈະ​ຂາຍ​ຍົນ​ເຮ​ຣີ​ກົບ​​​ແຕສູ້​ຮົບ​ອາ​ປາ​ເຊ 8 ລຳ​ໃຫ້​ແກ່​ອິນ​ໂດ​ເນ​ເຊຍ. ຂ່າວ​ແຈ້ງວ່າ, ຍອດ​ມູນ​ຄ່າ​ການ​ຂາຍ​ຍົນ​ງວດ​ນີ້​ມີ​ປະມານ 500 ລ້ານ​ໂດ​ລາ.​ ໃນ​​ໄລຍະ​ 30 ປີ​ທີ່ທ່ານ​ຮາ​ຈີ ​​ໂມ​ຮາ​ມັດ ຊຸ​ຮາ​ໂທ, ອະ​ດີດ​ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ​ກຳ​ອຳນາດ, ອາ​ເມ​ລິ​ກາ​ໄດ້ງົດການ​ຮ່ວມ​ມື​ດ້ານ​ການ​ທະຫານ​ກັບ​ອິນ​ໂດ​ເນ​ເຊຍ​ແລະບໍ່​ຂາຍ​ອາວຸດ​ໃຫ້​ແກ່​ອິນ​​ໂດ​ເນ​ເຊຍ, ຈົນ​ຮອດ​ປີ 2005, ການ​ພົວພັນດ້ານ​ການ​ທະຫານ​ລະຫວ່າງ​ສອງ​ປະ​ເທດ​ຈຶ່ງ​ໄດ້​ຟື້ນ​ຟູ​ຄືນ​ໃໝ່.