ຟີ​ລິບ​ປິນ​ເກີດການ​​​ແຫ່​ຂະ​ບວນປະ​ທ້ວງ​ຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຂອງ​ເຈົ້າ​ໜ້າ​ທີ່​ລັດຖະບານຢ່າງ​ຂະໜາດ​ໃຫຍ່

(GMT+08:00) 2013-08-27 15:28:43     cri
ໜັງສືພິມ​ລຽນ​ເຮີ​ຈາວ​ປ້າວ​ຂອງ​ສິງກະ​ໂປ​ລາຍ​ງານ​ວ່າ: ວັນ​ທີ 26 ສິງຫາ​ນີ້, ຢູ່ຟີ​ລິບ​ປິນ​​ໄດ້​ເກີດ​ການ​ແຫ່​ຂະ​ບວນປະ​ທ້ວງ​ຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງຂອງ​ເຈົ້າ​ໜ້າ​ທີ່​ລັດຖະບານ​ທີ່​ມີ​ຜູ້​ເຂົ້າ​ຮ່ວມ​ນັບ​ແສນ​ຄົນ, "ກຸ່ມ​ເສື້ອ​ຂາວ"ທີ່​ມີ​ອາລົມ​ຄຽດ​ແຄ້ນ​ຢູ່​ແຫ່ງ​ຕ່າງໆ​ຂອງ​ຟີ​ລິບ​ປິນ​ໄດ້​ອອກ​ສູ່​ຖະໜົນ​ເພື່ອ​ປະ​ທ້ວງ​ອັນ​ທີ່​ວ່າ "ການ​ເມືອງ​ຖັງ​ຊີ້ນ​ໝູ"ມີ​ຢູ່​ທົ່ວທີບ, ຮຽກຮ້ອງ​ໃຫ້​ລັດຖະບານ​ຟີ​ລິບ​ປິນລົງ​ໂທດ​ເຈົ້າ​ໜ້າ​ທີ່ທີ່ສໍ້​ລາດ​ບັງ​ຫຼວງ​​ໂດຍ​ຍັກ​ຍອກ​ເງິນ​ຄັງ​ນັ້ນ​ຢ່າງ​ເຂັ້ມ​ງວດ.

ຝ່າຍຈັດ​ຕັ້ງ​ການ​ປະ​ທ້ວງ​ກ່າວ​ວ່າ, ປະຊາຊົນ​ທີ່​ເຂົ້າ​ຮ່ວມ​ມການ​ປະ​ທ້ວງ​ມີ​ເຖິງ 4 ​​ແສນ​ຄົນ. ​ແຕ່​ເຈົ້າ​ໜ້າ​ທີ່ຕຳຫຼວດຄາດ​ຄະ​ເນວ່າ, ຈຳນວນ​ຜູ້​ປະ​ທ້ວງ​ມີ​ປະມານ 6 ໝື່ນ ຫາ 7 ໝື່ນ​ຄົນ, ຫຼາຍ​ທີ່​ສຸດ​ກໍ່​ມີ​ພຽງ​ແຕ່ 1 ​ແສນ​ຄົນ​ເທົ່າ​ນັ້ນ.

ນີ້​ແມ່ນ​ການ​ປະ​ທ້ວງ​ຕໍ່​ລັດຖະບານ​ຟີ​ລິບ​ປິນທີ່​ມີຂະໜາດ​ໃຫຍ່​ທີ່​ສຸດ​ນັບ​ແຕ່​ທ່ານ​ເບ​ນິກ​ໂນ ອາ​ກີ​ໂນ 3 ຂຶ້ນ​ດຳລົງ​ຕຳ​ແໜ່​ງ​ປະທານາທິບໍດີ​ໃນ​ປີ 2010 ​ເປັນ​ຕົ້ນ​ມາ. ທ່ານ​​​ເບ​ນິກ​ໂນ ອາ​ກີ​ໂນ 3 ​ໄດ້ຮັບ​​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງທົ່ວ​ໄປ​ໃນ​ປີ 2010 ດ້ວຍ​ຄຳ​ຂວັນ​ທີ່ວ່າ "ຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ". ວັນ​ທີ 26 ສິງຫາ​ນີ້, ທ່ານ​ເບ​ນິກ​ໂນ ອາ​ກີ​ໂນ 3 ​ໄດ້​ກ່າວ​ຄຳ​ປາ​ໄສ​​​ໂດຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ລົງ​ໂທດ​ເຈົ້າ​ໜ້າ​ທີ່​ທີ່​ຍັກ​ຍອກ​​ເງິນ​ຊ່ວຍ​ເຫຼືອ​ດ້ານ​ການ​ພັດທະນາຂອງ​ລັດຖະບານ. ​ໃນ​ອາທິດ​ທີ່​ຜ່ານ​ມາ​ນີ້, ທ່ານ​ເບ​ນິກ​ໂນ ອາ​ກີ​ໂນ 3 ​ໄດ້​ປະກາດ​ຢຸດ​ການ​ເບີກ​ງົບປະມານດັ່ງກ່າວ, ​ແລະ​​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ດຳ​ເນີນ​ການ​ປະຕິ​ຮູບ​ຕໍ່​ກົດ​ລະບຽບ​ໃນ​ການ​ໃຊ້​ຈ່າຍ​ຂອງ​ໂຄງການ​ຕ່າງໆ​ຂອງ​ລັດຖະບານ.