ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໃນການ​ປະຕິບັດ​ຕົວ​ຈິງ​ແລະ​ປະດິດ​ສ້າງ​ໃໝ່​ໄດ້​ກ້າວ​ຂຶ້ນ​ສູ່​ລະດັບ​ໃໝ່

(GMT+08:00) 2013-08-28 19:07:51     cri
ງານ​ວາງສະ​ແດ​ງສິນຄ້າ​ຈີນ-ອາ​ຊຽນຈະ​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນິງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈວ້າງກວາງຊີ​ຂອງ​ຈີນ​ແຕ່​ວັນ​ທີ 3 ຫາ​ວັນ​ທີ 6 ກັນຍາ​ໜ້າ​ນີ້. ປີ​ນີ້​​ແມ່ນ​​ຈີນ​ແລະ​ອາ​ຊຽນສ້າງສາ​ຍພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຄົບຮອບ10​ປີ ​ແລະ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຈັດ​ຂຶ້ນຄົບຮອບ 10 ປີ. ​​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ທ່ານສູ​ນິງໆ ຮອງ​ເລຂາ​ທິການ​ໃຫຍ່ສະພາ​ການ​ຄ້າ​ຈີນ-ອາ​ຊຽນກ່າວ​ວ່າ, ການ​ຮ່ວມ​ມື​ຕົວ​ຈິງ​ລະຫວ່າງ​ຈີນ​ກັບ​ອາ​ຊຽນກຳລັງ​ກ້າວ​ຂຶ້ນ​ສູ່​ລະດັບ​ໃໝ່.

ທ່ານ​ສູ​ນິງໆ​ກ່າວ​ວ່າ, ​ໃນ​ເກືອບ 10 ປີຜ່ານມາ, ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງຮອບດ້ານ​ແລະ​ກ້າວ​ສູ່​ລວງ​ເລິກ, ສອງ​ຝ່າຍ​ໄດ້​ສ້າງ​ກົນ​ໄກ​ຮ່ວມ​ມື​ດ້ານ​ຕ່າງໆ​ເຊັ່ນ​ດ້ານ​ການ​ເມືອງ, ​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ວັດ​ທະ​ນະ​ທຳ,​ການ​ສຶກ​ສາ,​ການ​ທ່ອງ​ທ່ຽວ​ແລະ​ການ​ເງິນ, ສິ່ງ​ທີ່​ພົ້ນ​ເດັ່ນ​ທີ່​ສຸດ​ແມ່ນ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​ໄດ້​ສ້າງ​ສຳ​ເລັດ ຊຶ່ງ​ມີ​ຄວາມ​ໝາຍ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ​ບໍ່​ພຽງ​ແຕ່​ຢູ່​ໃນ​ດ້ານ​​ເສດ​ຖະ​ກິດ​ຂອງ​ທັງ​ສອງ​ຝ່າຍ​ມີ​ການ​ເຕີບ​ໂຕ, ລະ​ດັບ​ຊີ​ວິດ​ການ​​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໄດ້​ຍົກ​ສູງ​ຂຶ້ນ​ເທົ່າ​ນັ້ນ, ​ແຕ່​ຍັງ​ໄດ້​ຊຸກ​ຍູ້​ຂະ​ບວນ​ການ​ເຊື່ອມ​ໂຍງ​ເຂົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ຂອງ​ພາກ​ພື້ນ​ແຫ່ງ​ນີ້, ​ແລະ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ໃຫ້​ຂະ​ຫຍາຍ​ຕົວ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃໝ່​ອີກ​ດ້ວຍ.

ທ່ານ​ສູ​ນິງໆ​ເຫັນ​ວ່າ, ​ເບິ່ງ​ຈາກ​ດ້ານ​ການຊຸກ​ຍູ້​ການ​ກໍ່ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​​​ໄດ້ກ້າວ​ເຂົ້າ​ສູ່​ລວງ​ເ​ລິກ, ການ​ເພີ່ມ​ທະວີ​ການ​ຮ່ວມ​ມືດ້ານ​ຂະ​ແໜງ​ການ​ເປັນ​ທິດ​ຂະ​ຫຍາຍ​ຕົວ​ແຫ່ງ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ໃນ​ອະ​ນາ​ຄົດ, ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ກໍ​ຄວນ​ສ່ອງ​ແສງ​ໃຫ້​ເຫັນ​ຂະ​ບວນ​ການ​ໃນ​ດ້ານ​ນີ້. ການ​ຮ່ວມ​ມື​ດ້ານ​ຂະ​ແໜງ​ການ​ແມ່ນ​ທາງ​ເລືອກ​ທີ່​ຕ້ອງ​ເປັນ​ໄ​ປ​ເພື່ອ​ບັນ​ລຸ​ການ​ພັດ​ທະ​ນາ​ຮ່ວມ​ກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ພາກ​ພື້ນ, ພ້ອມ​ກັນ​ນັ້ນ, ຍັງ​ເປັນ​ຄວາມ​ຕ້ອງ​ການ​ໃນ​ການ​ຍົກ​ສູງ​ກຳ​ລັງ​ການ​ຜະ​ລິດ​ແລະ​ກຳ​ລັງ​ແຂ່ງ​ຂັນ​ໃນ​ຕະ​ຫຼາດ​ສາ​ກົນ​ຂອງ​ພາກ​ພື້ນ​ແຫ່ງ​ນີ້. ​ເວົ້າ​ສຳ​ລັບ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ​ແລ້ວ, ​ການ​ຮ່ວມ​ມື​ດ້ານ​ຂະ​ແໜງ​ການ​ແມ່ນ​ມາດ​ຕະການ​ສຳ​ຄັນ​ໃນ​ການ​ນຳ​ໃຊ້​ນະ​ໂຍ​ບາຍ​ໃຫ້​ສິດທິ​ພິ​ເສດ​ຂອງ​ເຂດ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ແລະ​ລະດັບ​ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ, ບັນ​ລຸ​ການ​ຈຸນ​ເຈືອ​ກັນ​ດ້ານ​ທ່າ​ແຮງ​, ຊຸກ​ຍູ້​ການ​ປັບປຸງ​ໂຄງ​ປະ​ກອບ​ອຸດ​ສາ​ຫະ​ກຳ​ພາຍ​ໃນ​ໃຫ້​ດີ​ຂຶ້ນ.

ທ່ານ​ສູ​ນິງໆ​ໃຫ້​ຮູ້​ວ່າ, ປັດຈຸ​ບັນ, ອາ​ຊຽນ​ກຳ​ລັງ​ປະ​ຕິ​ບັດ​ແຜ່ນ​ແມ່​ບົດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ຂອງ​ອາ​ຊຽນ​ຢ່າງ​ຮອບ​ດ້ານ, ຊຶ່ງ​ໄດ້​ອຳ​ນວຍ​ເງື່ອນ​ໄຂ​ທີ່​ດີ​ທີ່​ສຸດ​ໃຫ້​ແກ່​ການ​ຮ່ວມ​ມື​ດ້ານ​ຂະ​ແໜງ​ການ​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ຕ່າງໆ​ຂອງ​ອາ​ຊຽນ, ຈີນ​ສາ​ມາດ​ນຳ​ໃຊ້​ເງື່ອນ​ໄຂ​ທີ່​ດີ​ດັ່ງ​ກ່າວ​ນີ້,​ຜ່ານ​ຈາກ​ການ​ປະ​ຕິ​ບັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ໃນ​ດ້ານ​ຕ່າງໆ​ເພື່ອ​ຊຸກ​ຍູ້​ສອງ​ຝ່າຍ​ໃຫ້​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ຂະ​ແໜງ​ການ​ຕ່າງໆ.